ໄຊທານີ ຫວນຄືນມູນເຊື້ອວັນສໍາຄັນຕ່າງໆຂອງຊາດ

    ເມືອງໄຊທານີ ນະຄອນຫຼວງວຽງຈັນ ຈັດປາຖະກະຖາຫວນຄືນມູນເຊື້ອປີສາມັກຄີພິເສດ ມິດຕະພາບລາວ-ຫວຽດນາມ ວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມື ຄົບຮອບ 45 ປີ ວັນສ້າງຕັ້ງສາຍພົວພັນການທູດລາວ- ຫວຽດນາມ ຄົບຮອບ 60 ປີ ຕິດພັນກັບການປາຖະກະຖາວັນຜ່າວົງປິດລ້ອມຂອງກອງພັນທີ 2 ທີ່ທົ່ງໄຫຫີນ ແຂວງຊຽງຂວາງ ຄົບຮອບ 63 ປີ ແລະ ວິລະກໍາໂຕນຄຸກຢ່າງມະຫັດສະຈັນຂອງຜູ້ນໍາ ແລະ ແນວລາວສ້າງຊາດ ຄົບຮອບ 62 ປີ ຂຶ້ນວັນທີ 19 ພຶດສະພາ 2022 ຢູ່ສະໂມສອນເມືອງດັ່ງກ່າວ ໂດຍການປາຖະກະຖາຂອງທ່ານ ຄໍາປະດິດ ເຂັມມານິດ ເຈົ້າເມືອງໄຊທານີ ມີທ່ານ ຄໍາເຫວີຍ ສິງຫາທຳ ຫົວໜ້າຄະນະໂຄສະນາອົບຮົມເມືອງໄຊທານີ ພ້ອມດ້ວຍຄະນະນໍາເມືອງ ແລະ ບັນດາບ້ານເຂົ້າຮ່ວມ.

    ໂອກາດນີ້ ຜູ້ເຂົ້າຮ່ວມກໍໄດ້ຮັບຟັງການເຊື່ອມຊືມເອກະສານສໍາຄັນດັ່ງກ່າວ ໂດຍສະເພາະ ເອກະສານປີສາມັກຄີມິດຕະພາບ-ລາວຫວຽດນາມ ເພື່ອແນໃສ່ສືບຕໍ່ເສີມຂະຫຍາຍມູນເຊື້ອສາຍພົວພັນມິດຕະພາບອັນຍິ່ງໃຫຍ່ແຫ່ງຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລາວ-ຫວຽດນາມໃຫ້ໝັ້ນຄົງທະນົງແກ່ນ ເພື່ອໂຄສະນາເຜີຍແຜ່ຈາລຶກຄຸນງາມຄວາມດີຂອງພັກ-ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງທີ່ໄດ້ໃຫ້ການຊ່ວຍເຫຼືອອັນໃຫຍ່ຫຼວງ ແລະ ລ້ຳຄ່າໃນໄລຍະການຕໍ່ສູ້ປົດປ່ອຍຊາດ ກໍຄືພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ສປປ ລາວ ທັງສະທ້ອນໃຫ້ເຫັນການປະກອບສ່ວນຂອງປະຊາຊົນລາວບັນດາເຜົ່າ ເຂົ້າໃນການທ້ອນໂຮມປະເທດຫວຽດນາມໃຫ້ເປັນອັນໜຶ່ງອັນດຽວໃນເມື່ອກ່ອນ ກໍຄືການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ສສ ຫວຽດນາມ ໃນປັດຈຸບັນ ເປັນການເສີມຂະຫຍາຍມູນເຊື້ອສາຍພົວພັນມິດຕະພາບ ລາວ-ຫວຽດນາມ ໃຫ້ກ້າວເຂົ້າສູ່ລວງເລີກ ແລະ ແໜ້ນແຟ້ນ ສູ້ຊົນເຮັດໃຫ້ການພົວພັນຮ່ວມມືດ້ານເສດຖະກິດ-ສັງຄົມ ສົມຄູ່ກັບການພົວພັນດ້ານການເມືອງ ແລະ ຄວາມໝັ້ນຄົງຢູ່ຕະຫຼອດໄປ.

.

   #  ຂ່າວ – ພາບ : ລັດເວລາ

error: Content is protected !!