ໄຊທານີ ຈະປູກຕົ້ນໄມ້ໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ເນື້ອທີ່ 9,6 ເຮັກຕາ

    ອີງຕາມແຜນພັດທະນາເສດຖະກິດ-ສັງຄົມ  5  ປີ  (2021–2025)  ຂອງເມືອງໄຊທານີ  ເຊິ່ງໄດ້ວາງຄາດໝາຍ ທົ່ວເມືອງປູກໄມ້ໃຫ້ໄດ້ 350 ເຮັກຕາ ໃນໄລຍະຜ່ານມາ ໜ່ວຍງານປ່າໄມ້  ໂດຍໄດຮັບການຊີ້ນໍາຈາກຂະແໜງປ່າໄມ້ນະຄອນຫຼວງວຽງຈັນ ແລະ ຫ້ອງການກະສິກໍາ ແລະ ປ່າໄມ້ ເອົາໃຈໃສ່ຊຸກຍູ້ສົ່ງເສີມວຽກງານປູກໄມ້ໃນຂອບເຂດເມືອງໄຊທານີໃຫ້ໄດ້ຕາມແຜນຄາດໝາຍທີ່ວາງໄວ້.

    ທ່ານ ທອງສຸກ ບົວລີຂັນ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງໄຊທານີ ໃຫ້ຮູ້ໃນວັນທີ 20 ພຶດສະພາ 2022 ວ່າ  ໃນ 1 ປີຜ່ານມາ ໜ່ວຍງານປ່າໄມ້ ຮ່ວມກັບພາກສ່ວນຕ່າງພາຍໃນເມືອງ ປູກຕົ້ນໄມ້ໃນວັນສຳຄັນຕ່າງໆເຊັ່ນ ວັນປູກຕົ້ນໄມ້ແຫ່ງຊາດຕາມສະຖານທີ່ຕ່າງໆເຊັ່ນ ໂຮງຮຽນປະຖົມສົມບູນສາມສະອາດ ກອງຍີງປືນ199 (ສະໜາມຍີງປືນຫຼັກ 27) ຢູ່ເສັ້ນທາງ 450 ປີ ວັດບ້ານນາຄາຍ ວັດປ່ານາຄັນທຸງ ໃນນັ້ນ ໄມ້ອຸດສາຫະກໍາ ໄມ້ກິນໝາກ ໄມ້ປະດັບ ໃນປີ 2020-2021 ທົ່ວເມືອງປູກໄມ້ໄດ້ທັງໝົດ 29 ຕອນດິນ ເບັ້ຍໄມ້ໄດ້ 33.734 ເບັ້ຍ ໃນເນື້ອທີ່ 64.9091 ເຮັກຕາ ໃນນັ້ນ ພາກລັດ 5.144 ເບ້ຍ ເນື້ອທີ່ 6.2671 ເຮັກຕາ ໄມ້ອຸດສາຫະກໍາ 4.435 ເບ້ຍ ໄມ້ກິນໝາກ 209 ເບ້ຍ ໄມ້ປະດັບ 500 ເບ້ຍ ແລະ ເອກະຊົນ 35.290 ເບັ້ຍ ເນື້ອທີ 58.642 ເຮັກຕາ ໄມ້ອຸດສາຫະກໍາ 27.190 ເບ້ຍ ໄມ້ກິນໝາກ 8.090 ເບ້ຍ ໄມ້ປະດັບ 10 ເບ້ຍ.

    ສຳລັບແຜນການສົ່ງເສີມການປູກໄມ້ປີ 2022 ໂດຍອີງຕາມແຜນທີ່ວາງໄວ້ ( 70 ເຮັກຕາຕໍ່ປີ ) ໜ່ວຍງານປ່າໄມ້ ໄດ້ສົມທົບກັບການຈັດຕັ້ງບ້ານ ຫ້ອງການຕ່າງໆ ແລະ ບັນດາຫົວໜ່ວຍທຸລະກິດ (ທີ່ນໍາໄຊ້ໄມ້ເປັນວັດຖຸດິບປ້ອນໂຮງງານ) ພາຍໃນເມືອງໄຊທານີ ບ່ອນໃດທີ່ມີເງື່ອນໄຂເຊັ່ນ ຕ້ອງມີຮົ້ວແໜ້ນໜາ ເພື່ອປ້ອງກັນສັດລ້ຽງ ຕ້ອງມີນ້ຳເພື່ອຫົດຕົ້ນໄມ້ໃນລະດູແລ້ງ ພາຍຫຼັງທີ່ປູກແລ້ວ ພວກເຮົາຕ້ອງໄດ້ບັນທຶກມອບເພື່ອໃຫ້ເຈົ້າຂອງສະຖານທີ່ບົວລະບັດຮັກສາ ຖ້າຮອດ 1 ປີ ຕ້ອງກວດກາຄືນ ຖ້າຕົ້ນໄມ້ຕາຍ ຕ້ອງໄດ້ປູກຄືນ.

    ໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດໃກ້ຈະມາເຖິງນີ້ ຈະປູກໃນເນື້ອທີ່ປະມານ 9,6 ເຮັກຕາ 6.180 ຕົ້ນ ເຊິ່ງປະກອບມີໄມ້ອຸດສາຫະກຳ ໄມ້ໃຫ້ໝາກ ໄມ້ປະດັບ ໂດຍຈະປູກຢູ່ຫຼາຍຈຸດເຊັ່ນ ກອງພັນ 588 ບ້ານຈະເລີນໄຊ ໂຮງຮຽນ ມສ ທົ່ງມັ່ງ ໂຮງຮຽປະຖົມໂພນສະຫວັນ ມສ ບໍ່ເຫຼັກ ຫ້ອງການປົກຄອງບ້ານສະພັນຄະນົງ ແລະ ອື່ນໆ ພາຍຫຼັງປູກແລ້ວແມ່ນມອບຄວາມຮັບຜິດຊອບໃຫ້ເຈົ້າຂອງສະຖານທີ່ເປັນຜູ້ບົວລະບັດ ແລະ ປົກປັກຮັກສາເພື່ອເຮັດໃຫ້ຕົ້ນທີ່ປູກແລ້ວນັ້ນເຕີບໃຫຍ່ໃນຕໍ່ໜ້າ.

    # ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!