ຜູ້ຕິດເຊື້ອໄຂ້ຍຸງລາຍ ຍັງແຕ່ສອງແຂວງບໍ່ທັນກວດພົບ

ພະ­ຍາດ​ໄຂ້­ຍຸງ​ລາຍ ຫຼື ໄຂ້­ເລືອດ­ອອກ ມັກ​ແຜ່​ລະ­ບາດ​ໃນ​ໄລ­ຍະ​ລະ­ດູ­ຝົນ ເນື່ອງ​ຈາກ​ຍຸງ​ລາຍ​ເປັນ​ພາ­ຫະ​ນຳ​ເຊື້ອ ເຊິ່ງ​ສ່ວນ​ໃຫຍ່​ແມ່ນ​ຈະ​ແຜ່​ຂະ­ຫຍາຍ​ໃນ​ໄລ­ຍະ​ລະ­ດູ ກະ­ຊວງ​ສາ­ທາ­ລະ­ນະ​ສຸກ​ໄດ້​ແນະ­ນຳ​ໃຫ້​ປະ­ຊາ­ຊົນ​ຮ່ວມ​ກັນ​ກຳ­ຈັດ​ແຫຼ່ງ​ເພາະ​ພັນ​ຍຸງ​ລາຍ​ໃຫ້​ໝົດ​ໄປ ໂດຍ​ເອົາ­ໃຈ­ໃສ່​ປະ­ຕິ­ບັດ​ຫຼັກ­ການ 5 ປ ທີ່​ທຸກ​ຄົນ ກໍ​ຄື​ທຸກ​ຄອບ­ຄົວ​ຕ້ອງ​ປະ­ຕິ­ບັດ​ໃຫ້​ໄດ້​ເປັນ​ປະ­ຈຳ​ນັ້ນ ປະ­ກອບ​ມີ: ປິດ​ຝາ​ພາ­ຊະ­ນະ​ທີ່​ເກັບ​ນ້ຳ​ໃນ​ເຮືອນ ແລະ ນອກ​ເຮືອນ​ເພື່ອ​ບໍ່​ໃຫ້​ຍຸງ​ມາ​ໄຂ່​ໃສ່ ປ່ຽນ​ນ້ຳ​ໃນ​ພາ­ຊະ­ນະ​ເຊັ່ນ: ເຕົ້າ​ດອກ​ໄມ້ ນ້ຳ​ຮອງ​ຕີນ​ຕູ້​ຖ້ານ​ຮອງ​ຈອກ​ນ້ຳ ປ່ອຍ​ປາ​ຫາງ​ນົກ​ຍຸງ​ເພື່ອ​ກິນ​ໜອນ​ນ້ຳ ປັບ­ປຸງ​ການ​ອະ­ນາ­ໄມ​ສິ່ງ­ແວ­ດລ້ອມ​ອ້ອມ​ເຮືອນ ບໍ່​ໃຫ້​ມີ​ກະ­ໂປະ​ກະ​ປ໋ອງ ຢາງ​ຕີນ­ລົດ​ເກົ່າ​ທີ່​ມີ​ນ້ຳ​ຂັງ ປະ­ຕິ­ບັດ​ໃຫ້​ເປັນ​ນິ­ໄສ​ປະ­ຈຳ​ທຸກ​ອາ­ທິດ  ຖ້າ​ເປັນ­ໄຂ້​ໃຫ້​ໄປ​ພົບ​ແພດ​ໝໍ​ດ່ວນ ຖ້າ​ຫາກ​ທຸກ​ຄົນ​ປະ­ຕິ­ບັດ​ໄດ້​ຕາມ 5ປ ຢ່າງ​ເຂັ້ມ​ງວດ ກໍ່​ຈະ​ສາ­ມາດ​ຫຼຸດ­ຜ່ອນ ແລະ ປ້ອງ​ກັນ​ການ​ເຈັບ­ເປັນ​ຈາກ​ພະ­ຍາດ​ດັ່ງ­ກ່າວ​ນີ້​ໄດ້.

ອີງ​ຕາມ​ການ​ໃຫ້​ຂໍ້​ມູນ​ຂອງ​ສູນ​ຂ່າວ­ສານ​ການ​ແພດ​ສຸ​ຂະ​ສຶກ​ສາ ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ໃນ​ວັນ​ທີ 21 ພຶດ­ສະ­ພາ 2020 ໄດ້​ໃຫ້​ຮູ້​ວ່າ: ນັບ​ແຕ່​ວັນ​ທີ 28 ທັນ­ວາ 2019 ຫາ 20 ພຶດ­ສະ­ພາ 2020 ມີ​ຜູ້​ຕິດ­ເຊື້ອ​ໄຂ້­ຍຸງ​ລາຍ​ເພີ່ມ​ຂຶ້ນ 1.263 ກໍ­ລະ­ນີ ແລະ ເສຍ​ຊີ­ວິດ 2 ຄົນ ໃນ​ນັ້ນ ນະ­ຄອນ­ຫຼວງ​ວຽງ​ຈັນ​ພົບ​ຜູ້​ຕິດ­ເຊື້ອ​ໄຂ້­ຍຸງ​ລາຍ​ຫຼາຍ​ກວ່າ​ໝູ່ ມີ 334 ກໍ­ລະ­ນີ ແລະ ເສຍ​ຊີ­ວິດ 1 ຄົນ ຮອງ​ລົງ​ມາ​ແຂວງ​ອັດ​ຕະ​ປື 188 ກໍ­ລະ­ນີ ວຽງ​ຈັນ 173 ກໍ­ລະ­ນີ ຄຳ​ມ່ວນ 95 ກໍ­ລະ­ນີ ບໍ​ລິ​ຄຳ​ໄຊ 98 ກໍ­ລະ­ນີ ສາ­ລະ​ວັນ 77 ກໍ­ລະ­ນີ ສະ­ຫວັນ​ນະ​ເຂດ 85 ກໍ­ລະ­ນີ ໄຊ​ຍະ​ບູ​ລີ 76 ກໍ­ລະ­ນີ ເສຍ​ຊີ­ວິດ 1 ຄົນ ເຊ​ກອງ 43 ກໍ­ລະ­ນີ ຫຼວງ​ນ້ຳ​ທາ 29 ກໍ­ລະ­ນີ ອຸ­ດົມ​ໄຊ 24 ກໍ­ລະ­ນີ ຈຳ­ປາ​ສັກ 7 ກໍ­ລະ­ນີ ໄຊ​ສົມ­ບູນ 14 ກໍ­ລະ­ນີ ຜົ້ງ​ສາ­ລີ 5 ກໍ­ລະ­ນີ ຫຼວງ​ພະ​ບາງ 11 ກໍ­ລະ­ນີ ບໍ່​ແກ້ວ 4 ກໍ­ລະ­ນີ ສຳ­ລັບ​ແຂວງ​ຊຽງ​ຂວາງ ແລະ ແຂວງ​ຫົວ­ພັນ​ຍັງ​ບໍ່​ພົບ​ກໍ­ລະ­ນີ​ຜູ້​ຕິດ­ເຊື້ອ​ໄຂ້­ຍຸງ​ລາຍ.

# ຂ່າວ & ພາບ: ເພັດ​ສະ­ໝອນ

error: Content is protected !!