ໂຄວິດ ຈະສົ່ງຜົນກະທົບຕໍ່ຕະຫຼາດແຮງງານ ແລະ ຄວາມທຸກຍາກ

ອີງ​ຕາມ​ບົດ​ລາຍ​ງານ​ສະ­ບັບ​ຫຼ້າ​ສຸດ​ຂອງ​ທະ­ນາ­ຄານ​ໂລກ ວັນ​ທີ 20 ພຶດ­ສະ­ພາ 2020 ວ່າ: ຄາດ​ວ່າ­ການ​ຂະ­ຫຍາຍ­ຕົວ​ທາງ​ເສດ­ຖະ­ກິດ​ຂອງ​ລາວ​ຈະ​ຫຼຸດ​ລົງ ໃນ​ປີ 2020 ຍ້ອນ​ຜົນ​ກະ­ທົບ​ຂອງ​ພະ­ຍາດ​ລະ­ບາດ COVID-19 ໃນ​ທົ່ວ​ໂລກ ແລະ ຍ້ອນ​ການ​ໃຊ້​ມາດ​ຕະ­ການ​ຄວບ​ຄຸມ​ການ​ແຜ່​ລາມ​ຂອງ​ພະ­ຍາດ​ດັ່ງ­ກ່າວ ເຊິ່ງ​ການ​ເຕີບ​ໂຕ​ຄາດ​ວ່າ​ຢູ່​ໃນ​ລະ­ຫວ່າງ 1% ໃນ​ກໍ­ລະ­ນີ​ພື້ນ­ຖານ ແລະ ອາດ​ຫົດ​ຕົວ​ເຖິງ -1,8% ໃນ​ກໍ­ລະ­ນີ​ຕ່ຳ ການ​ຫຼຸດ​ລົງ​ຂອງ​ເສດ­ຖະ­ກິດ​ແມ່ນ​ສົ່ງ​ຜົນ​ກະ­ທົບ​ສະ­ເພາະ​ໃຫ້​ກັບ​ຂະ­ແໜງ​ບໍ­ລິ­ການ.

ຜົນ​ກະ­ທົບ​ຂອງ​ພະ­ຍາດ COVID-19 ທີ່​ມີ​ການ​ລະ­ບາດ​ທົ່ວ​ໂລກ ຄາດ​ວ່າ​ຈະ​ເຮັດ​ໃຫ້­ການ​ຂາດ​ດຸນ​ງົບ­ປະ­ມານ​ເພີ່ມ​ຂຶ້ນ​ປີ 2020 ໃນ​ລະ­ດັບ​ລະ­ຫວ່າງ 7,5-8,8% ຂອງ GDP ທີ່​ເພີ່ມ​ຈາກ 5,1% ປີ 2019 ຜົນ​ທີ່​ນຳ​ມາ ກໍ​ຄື​ລະ­ດັບ​ໜີ້​ສິນ​ຄາດ​ວ່າ​ຈະ​ມີ​ການ​ເພີ່ມ​ຂຶ້ນ​ເປັນ 65-68% ຂອງ GDP ປີ 2020 ເຊິ່ງ​ເພີ່ມ​ຈາກ 59% ຂອງ GDP ປີ 2019 ຄັງ​ສຳ­ຮອງ​ເງິນ­ຕາ​ຕ່າງ­ປະ­ເທດ​ກໍ​ຄາດ​ວ່າ​ຈະ​ຫຼຸດ​ລົງ​ປີ 2020 ແລະ ກຸ້ມ​ການ​ນຳ​ເຂົ້າ​ໄດ້​ໜ້ອຍ​ກວ່າ​ໜຶ່ງ​ເດືອນ.

ທ່ານ ນາງ ມາ​ຣຽມ ເຊີ​ມານ ອຳ­ນວຍ​ການ​ຫ້ອງ­ການ​ທະ­ນາ­ຄານ​ໂລກ​ປະ­ຈຳ​ປະ­ເທດ​ມຽນ​ມາ ກຳ­ປູ­ເຈຍ ແລະ ລາວ ໄດ້​ກ່າວ​ວ່າ: ໃນ​ໄລ­ຍະ​ເວ­ລາ​ອັນ​ທ້າ​ທາຍ​ນີ້ ສິ່ງ​ສຳ­ຄັນ​ແມ່ນ​ການ​ຫຼຸດ­ຜ່ອນ​ຜົນ​ກະ­ທົບ​ດ້ານ​ເສດ­ຖະ­ກິດ​ຕໍ່​ບັນ­ດາ​ຄົວ​ເຮືອນ ແລະ ພາກ​ທຸ­ລະ​ກິດ ຖ້າ​ເບິ່ງ​ໄປ​ໃນ​ອະ­ນາ­ຄົດ ການ​ຫຼຸດ­ຜ່ອນ​ພາ­ລະ​ແບກ​ຫາບ​ອັນ​ໜັກ­ໜ່ວງ​ຂອງ​ໜີ້​ຕ່າງ­ປະ­ເທດ ແລະ ການ​ດຳ­ເນີນ​ການ​ປະ­ຕິ​ຮູບ​ເສດ­ຖະ­ກິດ​ມະ­ຫາ​ພາກ ຈະ​ຊ່ວຍ​ປະ­ເທດ​ລາວ​ສ້າງ​ເສດ­ຖະ­ກິດ​ທີ່​ມີ​ຄວາມ​ເຂັ້ມ­ແຂງ-ຮັບ​ມື​ກັບ​ການ​ກະ­ທົບ​ຕ່າງໆ​ໄດ້​ຫຼາຍ​ຂຶ້ນ.

ຜົນ​ກະ­ທົບ​ຈາກ COVID-19 ຈະ​ສົ່ງ​ຜົນ​ອັນ​ສຳ­ຄັນ​ຕໍ່​ກັບ​ຕະ­ຫຼາດ​ແຮງ​ງານ ແລະ ຄວາມ­ທຸກ​ຍາກ ການ​ຕົກ­ຕ່ຳ​ລົງ​ແບບ​ກ້າວ​ກະ­ໂດດ​ຂອງ​ຜົນ​ປະ­ກອບ​ການ​ຂອງ​ຂະ­ແໜງ​ເດີນ­ທາງ-ຂົນ­ສົ່ງ ການ­ທ່ອງ­ທ່ຽວ ແລະ ບໍ­ລິ­ການ-ການ​ໂຮງ­ແຮມ ເຊິ່ງ​ກວມ​ເອົາ 11% ຂອງ​ການ​ສ້າງ​ວຽກ​ເຮັດ​ງານ​ທຳ​ທັງ​ໝົດ ແລະ 22% ຂອງ​ການ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃນ​ເຂດ​ຕົວ​ເມືອງ ໄດ້​ກໍ່­ໃຫ້­ເກີດ​ມີ​ການ​ສູນ​ເສຍ​ວຽກ​ເຮັດ​ງານ​ທຳ​ຢ່າງ​ກວ້າງ­ຂວາງ ຄາດ​ຄະ­ເນ​ວ່າ​ປະ­ມານ 96.000-214.000 ຄົນ ຈະ​ກັບ​ຄືນ​ສູ່​ຄວາມ­ທຸກ​ຍາກ ອັນ​ເປັນ​ຜົນ​ມາ​ຈາກ​ພະ­ຍາດ​ລະ­ບາດ ເຊິ່ງ​ບັ່ນ​ທອນ​ຜົນ­ສຳ­ເລັດ​ທີ່​ເຄີຍ​ຍາດ​ມາ​ໄດ້​ໃນ​ເມື່ອ​ກ່ອນ.

ບົດ​ລາຍ​ງານ​ດັ່ງ­ກ່າວ ຍັງ​ລວມ​ເອົາ​ພາກ​ຫົວ­ຂໍ້​ສະ­ເພາະ​ກ່ຽວ​ກັບ​ການ​ສ້າງ​ລະ­ບົບ​ສາ­ທາ­ລະ­ນະ​ສຸກ​ທີ່​ເຂັ້ມ­ແຂງ ສາ­ມາດ​ປັບ​ຕົວ​ໄດ້ ຫຼັກ​ຖານ​ໄດ້​ສະ­ແດງ​ໃຫ້​ເຫັນ​ວ່າ ລາວ​ຈຳ­ເປັນ​ຕ້ອງ​ລົງ­ທຶນ​ໃນ​ການ​ສ້າງ​ລະ­ບົບ​ສາ­ທາ­ລະ­ນະ​ສຸກ​ທີ່​ມີ​ຄວາມ​ເຂັ້ມ­ແຂງ ສາ­ມາດ​ປັບ​ຕົວ​ໄດ້ ເພື່ອ​ຕອບ​ໂຕ້​ເຫດ​ສຸກ​ເສີນ​ທາງ​ສາ­ທາ­ລະ­ນະ​ສຸກ​ໄດ້​ຢ່າງ​ມີ​ປະ​ສິດ­ທິ​ຜົນ ໃນ​ເວ­ລາ​ດຽວ​ກັນ ສິ່ງ​ທີ່​ສຳ­ຄັນ​ແມ່ນ​ໃຫ້​ຮັບ­ປະ­ກັນ ວ່າ​ມີ​ຊັບ­ພະ­ຍາ­ກອນ​ຢ່າງ​ພຽງ­ພໍ​ຮອງ​ຮັບ​ການ​ສະ­ໜອງ​ບໍ­ລິ­ການ​ສາ­ທາ­ລະ­ນະ​ສຸກ ທີ່​ໄດ້​ຄຸນ​ນະ​ພາບ​ໃຫ້​ພົນ­ລະ­ເມືອງ​ທຸກ​ຄົນ.

# ຂ່າວ & ພາບ: ສົມ​ສະ­ຫວັນ

error: Content is protected !!