ໂຈະງານດອງ

    ເປັນ​ກະ­ແສ​ສັງ­ຄົມ​ໂສ້​ເລ້​ກັນ​ເລື່ອງ​ການ­ຈັດ­ຕັ້ງ ມີ​ແຈ້ງ​ການ​ຂໍ​ໃຫ້​ພິ­ຈາ­ລະ­ນາ​ໂຈະ​ງານ​ດອງ ໂດຍ​ໃຫ້​ເຫດ­ຜົນ​ວ່າ ເປັນ​ການ​ເຕົ້າ­ໂຮມ​ຫຼາຍ​ຄົນ ສ່ຽງ​ຕໍ່​ການ​ຕິດ­ເຊື້ອ​ພະ­ຍາດ Covid-19 ເຖິງ​ແມ່ນ​ວ່າ​ຢູ່​ປະ­ເທດ​ເຮົາ​ຍັງ​ບໍ່​ທັນ​ມີ​ກໍ­ລະ­ນີ​ຕິດ­ເຊື້ອ ມີ​ບາງ​ຫາງ​ສຽງ​ບອກ​ວ່າ ເປັນ​ເລື່ອງ​ຕື່ນ​ຫຼາຍ​ກວ່າ​ເຫດ ຫາກ​ທຽບ­ໃສ່​ຄົນ​ເສຍ​ຊີ­ວິດ​ຈາກ​ພະ­ຍາດ​ໄຂ້­ເລືອດ­ອອກ ອຸ­ບັດ­ເຫດ​ຕາມ​ຖະ­ໜົນ​ໃນ​ແຕ່​ລະ​ມື້​ອີກ​ຊ້ຳ ຫາກ​ເວົ້າ​ແນວ​ນັ້ນ​ຜູ້​ຂຽນ​ຄິດ​ວ່າ​ເປັນ​ການ​ຖື​ເບົາ​ເກີນ​ໄປ.

    ຕາມ​ຜູ້​ຂຽນ​ເຂົ້າ­ໃຈ ຄິດ​ວ່າ​ແຈ້ງ​ການ​ນັ້ນ ມີ​ຮອດ​ເລື່ອງ​ການ​ຈັດ​ງານ​ບຸນ​ປະ­ເພ­ນີ​ນຳ​ອີກ… ຫາກ​ແມ່ນ​ພວກ​ເຮົາ​ຈັດ​ໃຫ້​ຖືກ­ຕ້ອງ​ຕາມ​ຮີດ­ຄອງ​ປະ­ເພ­ນີ ຄົງ​ບໍ່​ມີ​ບັນ­ຫາ ເຊັ່ນ​ວ່າ: ງານ​ດອງ​ຈະ​ເຮັດ​ແບບ​ສາມ​ເຖົ້າ​ສີ່​ແກ່​ກໍ​ພໍ ບຸນ​ປະ­ເພ­ນີ​ກໍ​ເຮັດ​ພໍ­ໄດ້​ຮີດ ໄດ້​ຄອງ ໂດຍ​ສະ­ເພາະ ບຸນ­ປີ­ໃໝ່​ລາວ​ກໍ​ເຫັນ​ບາງ​ແຂວງ​ມີ​ແຈ້ງ​ການ​ອອກ​ມາ​ແລ້ວ.

    ສຳ­ລັບ​ແຈ້ງ​ການ​ຂອງ​ກະ­ຊວງ​ຖະ­ແຫຼງ​ຂ່າວ ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ ເລກ​ທີ 107/ຫກ ລົງ​ວັນ​ທີ 10 ມີ­ນາ 2020 ນັ້ນ ແມ່ນ​ແຈ້ງ​ເຖິງ​ພະ​ແນກ​ກ່ຽວ­ຂ້ອງ​ໃນ​ທົ່ວ​ປະ­ເທດ ໂຮງ­ແຮມ ຮ້ານ​ອາ­ຫານ ແລະ ສະ­ມາ­ຄົມ​ທຸ­ລະ​ກິດ​ທ່ອງ​ທ່ຽວ ເລື່ອງ: ການ​ໂຈະ ຫຼື ເລື່ອນ​ຊົ່ວ­ຄາວ ກ່ຽວ​ກັບ​ການ​ສົ່ງ​ນັກ​ທ່ອງ ທ່ຽວ​ໄປ​ບັນ­ດາ​ປະ­ເທດ​ໃນ​ກຸ່ມ​ສ່ຽງ ໃນ​ການ​ຕິດ­ເຊື້ອ​ໄວ​ຣັສ​ໂກ­ວິດ ແລະ ການ​ນຳ​ເຂົ້າ​ນັກ​ທ່ອງ​ທ່ຽວ ຈາກ​ປະ­ເທດ​ດັ່ງ­ກ່າວ ແລະ ການ​ໂຈະ​ຊົ່ວ­ຄາວ​ກ່ຽວ​ກັບ​ການ​ຈັດ​ງານ​ປະ­ເພ­ນີ ງານ​ດອງ ແລະ ງານ​ລ້ຽງ ສ້າງ­ສັນ​ທີ່​ມີ​ຄົນ​ຈຳ­ນວນ​ຫຼາຍ​ເຂົ້າ​ຮ່ວມ ທັງ​ນີ້ ແມ່ນ​ອີງ­ໃສ່​ໜັງ­ສື​ແຈ້ງ​ການ​ຂອງ​ຄະ­ນະ​ສະ­ເພາະ​ກິດ ເພື່ອ​ປ້ອງ​ກັນ ຄວບ​ຄຸມ ແລະ ແກ້​ໄຂ​ການ​ລະ­ບາດ​ຂອງ​ພະ­ຍາດ Covid-19 ສະ­ບັບ​ເລກ​ທີ 001/ສພກ ລົງ​ວັນ​ທີ 02/03/2020 ແລະ ສະ­ບັບ​ເລກ​ທີ 005/ສພກ ລົງ​ວັນ​ທີ 02/03/2020 ຫ້ອງ­ການ​ກະ­ຊວງ ຖວ​ທ ແຈ້ງ​ໃຫ້​ເຂັ້ມ​ງວດ​ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ ແລະ ຜັນ​ຂະ­ຫຍາຍ​ໜັງ­ສື​ແຈ້ງ​ການ​ຂອງ​ຄະ­ນະ​ສະ­ເພາະ​ກິດ​ດັ່ງ­ກ່າວ​ຢ່າງ​ເຂັ້ມ​ງວດ ພ້ອມ​ທັງ​ຕິດ­ຕາມ​ກວດ­ກາ ແລະ ຈັດ​ຕັ້ງ​ປະ­ຕິ­ບັດ​ຕາມ​ແຈ້ງ​ການ​ສະ­ບັບ​ນີ້​ຢ່າງ​ເຄັ່ງ​ຄັດ ຈົນ​ກວ່າ​ສະ­ພາບ​ການ​ຈະ​ເຂົ້າ​ສູ່​ພາ­ວະ​ປົກ­ກະ­ຕິ.

    ຕໍ່​ມາ​ໃນ​ຕອນ​ບ່າຍ​ຂອງ​ວັນ​ທີ 11 ມີ­ນາ 2020 ເຈົ້າ​ໜ້າ­ທີ່​ຫ້ອງ­ການ​ກະ­ຊວງ ຖວ​ທ ໄດ້​ໃຫ້​ຄວາມ​ກະ­ຈ່າງ​ແຈ້ງ ຜ່ານ​ສຳ­ນັກ​ຂ່າວ­ສານ​ປະ­ເທດ​ລາວ (ຂປລ) ຕໍ່​ກັບ​ແຈ້ງ​ການ ສະ­ບັບ​ເລກ​ທີ 107/ຫກ ລົງ​ວັນ​ທີ 10 ມີ­ນາ 2020 ທີ່​ສັງ­ຄົມ​ໃຫ້​ຄວາມ​ສົນ­ໃຈ​ກ່ຽວ​ກັບ​ການ​ໃຫ້​ໂຈະ ຫຼື ເລື່ອນ​ງານ​ດອງ​ຕໍ່​ຄວາມ​ສົນ­ໃຈ​ດັ່ງ­ກ່າວ ເຈົ້າ​ໜ້າ­ທີ່​ຫ້ອງ­ການ​ກະ­ຊວງ ຖວ​ທ ໄດ້​ຊີ້​ແຈງ​ວ່າ: ງານ​ດອງ​ກໍ​ແມ່ນ​ການ​ເຕົ້າ­ໂຮມ​ຄົນ​ຈຳ­ນວນ​ຫຼວງ­ຫຼາຍ ທີ່​ໄດ້​ກ່າວ​ໄວ້​ຢູ່​ໃນ​ແຈ້ງ​ການ​ຂອງ​ຄະ­ນະ​ສະ­ເພາະ​ກິດ ຄວບ​ຄຸມ ແລະ ແກ້​ໄຂ​ການ​ລະ­ບາດ​ຂອງ​ພະ­ຍາດ Covid-19 ການ​ໂຈະ ຫຼື ເລື່ອນ​ເວ­ລາ​ຈັດ​ງານ​ທີ່​ລະ­ບຸ​ໃນ​ແຈ້ງ​ການ​ນັ້ນ​ແມ່ນ​ເປັນ​ວິ­ທີ​ທາງ​ທີ່​ດີ​ທີ່​ສຸດ ເພື່ອ​ປ້ອງ​ກັນ ແລະ ຫຼີກ​ລ່ຽງ​ບໍ່​ໃຫ້​ມີ​ຄວາມ​ສ່ຽງ​ຕໍ່​ການ​ຕິດ­ເຊື້ອ ແລະ ແຜ່​ເຊື້ອ​ຂອງ​ພະ­ຍາດ Covid-19 ນີ້.

    ທົ່ວ​ໂລກ​ເຂົາ​ວິ­ຕົກ​ກັງ­ວົນ ພວກ​ເຮົາ​ກໍ​ບໍ່​ຄວນ​ຖື​ເບົາ ຢ່າ​ລືມ​ວ່າ ພະ­ຍາດ​ນີ້​ຍັງ​ບໍ່​ມີ​ຢາ​ປິ່ນ­ປົວ​ໄດ້.

ໂດຍ: ແນວລາວ

error: Content is protected !!