ລາ​ລີ​ກາ ແອັດ​ສະ​ປາຍ ຈະ​ເລີ່ມ​ແຂ່ງຂັນ 8 ມິຖຸນາ ນີ້

    ທ່ານ ເປ​ໂດຣ ຊານ​ເຊ​​ສ ນາຍົກລັດຖະມົນຕີ​ແອັດ​ສະ​ປາຍ ໄດ້​ຖະແຫຼງ​ວັນ​ທີ 23 ພຶດສະພາ 2020 ວ່າ: ແອັດ​ສະ​ປາຍ ໄດ້​ເຮັດ​ໃນ​ສິ່ງ​ທີ່​ຄວນ​ເຮັດ​ແລ້ວ ບານເຕະ​ລາ​ລີ​ກາ ແອັດ​ສະ​ປາຍ ສາມາດ​ກັບ​ມາ​ແຂ່ງຂັນ​ອີກ​ຄັ້ງ​ໃນ​ວັນ​ທີ 8 ມິຖຸນາ​ທີ່​ຈະ​ມາ​ເຖິງ ຫຼັງ​ຈາກ​ທີ່​ໄດ້​ປຶກສາ​ກັບ​ສະພາ​ກີລາ​ລະດັບ​ສູງ.

    ກ່ອນ​ໜ້າ​ນີ້ ລັດຖະບານ​ອະນຸຍາດ ແລະ ສາມາດ​ເຝິກຊ້ອມ​ເປັນ​ກຸ່ມ ແຕ່​ວັນ​ທີ 18 ພຶດສະພາ​ເປັນຕົ້ນ​ມາ ແຕ່​ກຸ່ມ​ໜຶ່ງ​ບໍ່​ໃຫ້​ກາຍ 10 ຄົນ​ຕາມ​ມາດ​ຕະການ ຫຼັງ​ຈາກ​ສະພາບ​ການ​ລະບາດ​ຂອງ​ພະ ຍາດ COVID-19 ຢູ່ ແອັດ​ສະ​ປາຍ ດີ​ຂຶ້ນ.

    ການ​ແຂ່ງຂັນ​ບານເຕະ​ລາ​ລີ​ກາ ແອັດ​ສະ​ປາຍ ລະດູ​ການ​ນີ້ ໄດ້​ເລື່ອນ​ມາ​ແຕ່​ເດືອນ​ມີນາ ເປັນຕົ້ນ​ມາ ເຊິ່ງ​ຍັງ​ເຫຼືອ​ການ​ແຂ່ງຂັນ 11 ນັດ ໃນ​ນີ້​ທີມ​ນຳ​ຕາຕະລາງ​ຄະແນນ ແມ່ນ​ແຊັມ​ເກົ່າ ບາ​​ຣ​ເຊ​ໂລ​ນາ ມີ 58 ຄະແນນ ນຳ​ອັນ​ດັບ​ສອງ ຣຽວ ມາດ​ຣິດ 2 ຄະແນນ.

error: Content is protected !!