ສຸມໃສ່ປະຕິບັດໜ້າທີ່ ສ້າງຄວາມສະດວກສະບາຍ ໃຫ້ຜູ້ໃຊ້ລົດໃຊ້ຖະໜົນ ເຖິງຈຳນວນພາຫະນະຍັງບໍ່ເປັນປົກກະຕິ

ໄລ­ຍະ​ສອງ​ອາ­ທິດ​ທີ່​ຜ່ານ​ມາ ການ​ສັນ­ຈອນ​ຢູ່​ໃນ​ນະ­ຄອນ­ຫຼວງ​ວຽງ​ຈັນ ເລີ່ມ​ໜາ​ແໜ້ນ​ຂຶ້ນ​ຫຼາຍ​ກວ່າ​ເກົ່າ ໃນ​ບາງ​ເສັ້ນ­ທາງ​ກໍ​ມີ​ຄວາມ​ແອ​ອັດ ໂດຍ​ສະ­ເພາະ​ຢູ່​ຕາມ​ເຂດ​ຊຸມ​ຊົນ ຕະ­ຫຼາດ ໂຮງ­ຮຽນ ສຳ­ນັກ­ງານ-ອົງ­ການ​ຕ່າງໆ ຫຼັງ​ຈາກ​ທີ່​ລັດ­ຖະ­ບານ​ໄດ້​ມີ​ການ​ຜ່ອນ­ຜັນ​ມາດ​ຕະ­ການ​ປ້ອງ​ກັນ ການ​ແຜ່​ລະ­ບາດ​ພະ­ຍາດ COVID-19 ໂດຍ​ອະ­ນຸ­ຍາດ​ໃຫ້​ມີ​ການ​ສັນ­ຈອນ​ໄປ-ມາ​ຕາມ​ສະ­ຖານ­ທີ່​ຕ່າງໆ​ພາຍ​ໃນ​ແຂວງ​ຕົນ​ເອງ ເລີ່ມ​ແຕ່​ວັນ​ທີ 4 ພຶດ­ສະ­ພາ 2020 ເປັນ­ຕົ້ນ​ມາ ແລະ ມາ​ຮອດ​ວັນ​ທີ 18 ພຶດ­ສະ­ພາ 2020 ໄດ້​ຜ່ອນ­ຄາຍ​ລົງ​ອີກ​ລະ­ດັບ​ໝຶ່ງ ເຊິ່ງ​ນັກ­ຮຽນ​ລະ­ດັບ​ຊັ້ນ ປໍ5 ມ4 ແລະ ມ7 ໄດ້​ເປີດ​ການ​ຮຽນ-ການ​ສອນ​ຄືນ­ໃໝ່ ບັນ­ດາ​ຜູ້​ປົກ­ຄອງ​ໄດ້​ອອກ​ໄປ​ຮັບ-ສົ່ງ​ລູກ​ຫຼານ​ຂອງ​ຕົນ.

ຈາກ​ຂໍ້​ມູນ​ຂອງ ປກສ.ນວ ທ່ານ ພັນ​ໂທ ສັງ­ຄົມ ພົມ​ມະ​ລາດ ຮອງ​ຫົວ­ໜ້າ​ພະ​ແນກ​ຕຳ­ຫຼວດ​ຈະ­ລາ­ຈອນ ນະ­ຄອນ­ຫຼວງ​ວຽງ​ຈັນ ໃຫ້​ຮູ້​ວ່າ: ການ​ສັນ­ຈອນ​ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ ເລີ່ມ​ໜາ​ແໜ້ນ​ຂຶ້ນ ຍ້ອນ​ບັນ­ດາ​ສຳ­ນັກ­ງານ-ອົງ­ການ​ກັບ​ມາ​ເຮັດ​ວຽກ​ຕາມ​ປົກ­ກະ­ຕິ ລວມ​ທັງ​ບໍ­ລິ­ສັດ​ຫ້າງ​ຮ້ານ​ຕ່າງໆ​ກໍ່​ເລີ່ມ​ເປີດ​ໃຫ້​ບໍ­ລິ­ການ ຈຶ່ງ​ເຮັດ​ໃຫ້​ມີ​ພາ­ຫະ­ນະ​ສັນ­ຈອນ​ໄປ-ມາ​ຕາມ​ເສັ້ນ­ທາງ​ຫຼາຍ​ຂຶ້ນ​ກວ່າ​ເກົ່າ ຖ້າ​ທຽບ­ໃສ່​ສະ­ພາບ​ການ​ສັນ­ຈອນ ໃນ​ໄລ­ຍະ​ຄຸມ​ເຂັ້ມ​ການ​ນຳ​ໃຊ້​ມາດ​ຕະ­ການ​ປ້ອງ​ກັນ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ COVID-19 ປັດ­ຈຸ­ບັນ ສະ­ພາບ​ການ​ສັນ­ຈອນ​ຢູ່​ຕາມ​ເສັ້ນ­ທາງ​ໃນ.ນວ ເຫັນ​ວ່າ​ຍັງ​ປົກ­ກະ­ຕິ​ດີ ພາ­ຫະ­ນະ​ຍັງ​ບໍ່​ແອ​ອັດ​ເທົ່າ​ທີ່​ຄວນ.

ຕໍ່​ກັບ​ສະ­ພາບ​ການ​ດັ່ງ­ກ່າວ ເຈົ້າ​ໜ້າ­ທີ່​ພະ​ແນກ​ຕຳ­ຫຼວດ​ຈະ­ລາ­ຈອນ.ນວ ກໍ​ບໍ່​ໄດ້​ລົດ​ລະ​ໃນ​ການ​ປະ­ຕິ­ບັດ​ໜ້າ­ທີ່​ວຽກ​ງານ​ວິ­ຊາ​ສະ­ເພາະ ເພື່ອ​ເຮັດ​ໃຫ້​ຜູ້​ໃຊ້​ລົດ ໃຊ້​ຖະ­ໜົນ​ສັນ­ຈອນ​ໄປ-ມາ​ມີ​ຄວາມ​ສະ­ດວກ​ສະ­ບາຍ ແລະ ປອດ​ໄພ ໂດຍ​ສຸມ​ໃສ່​ເຮັດ​ວຽກ​ງານ​ໂຄ­ສະ­ນາ ເຊີນ­ຊວນ​ໃຫ້​ມວນ​ຊົນ​ປະ­ຕິ­ບັດ​ກົດ​ລະ­ບຽບ​ຈະ­ລາ­ຈອນ​ຢ່າງ​ເຂັ້ມ​ງວດ ບັນ­ຈຸ​ກຳ­ລັງ​ລົງ​ປະ­ຈຳ​ຢູ່​ຕາມ​ສາຍ​ທາງ ປ້ອມ​ຍາມ ເພື່ອ​ເຝົ້າ​ຕິດ­ຕາມ​ລະ­ບາຍ​ການ​ສັນ­ຈອນ ຈັດ​ລະ­ບຽບ​ສາຍ​ທາງ ຕິດ­ຕາມ​ກວດ­ກາ​ການ​ປະ­ຕິ­ບັດ​ລະ­ບຽບ​ການ​ສັນ­ຈອນ​ຂອງ​ນັກ​ຂັບ​ຂີ່ ແລະ ປະ­ຈຳ­ການ​ຄອຍ​ເຫດ​ຕະ­ຫຼອດ 24 ຊົ່ວ­ໂມງ.

ສຳ­ລັບ​ບັນ­ຫາ​ການ​ເກີດ​ອຸ­ບັດ­ເຫດ​ເລີ່ມ​ແຕ່​ວັນ​ທີ 4-18 ພຶດ­ສະ­ພາ 2020 ຢູ່ ນວ ມີ​ອຸ­ບັດ­ເຫດ​ເກີດ​ຂຶ້ນ​ທັງ​ໝົດ 22 ຄັ້ງ ໃນ​ນີ້ ເສຍ​ຊີ­ວິດ 3 ຄົນ ມີ​ຄົນ​ໄດ້​ຮັບ​ບາດ­ເຈັບ 25 ຄົນ ພາ­ຫະ­ນະ​ເປ່​ເພ 44 ຄັນ ເຊິ່ງ​ສາ­ເຫດ​ທີ່​ພາ­ໃຫ້​ເກີດ​ອຸ­ບັດ​ຕິ​ເຫດ​ແມ່ນ​ລ່ວງ​ໄຟ​ອຳ­ນາດ ແລ່ນ​ລົດ​ໄວ​ເກີນ​ກຳ­ນົດ ແຊງ​ບໍ່​ຮັບ­ປະ­ກັນ ປ່ຽນ​ທິດ​ທາງ​ລົດ​ກະ­ທັນ­ຫັນ ແລະ ເມົາ​ແລ້ວ​ຂັບ.

error: Content is protected !!