ຄ່າ​ເສຍ​ຫາຍ ກັບ ຄ່າ​ປ່ວຍ​ການ

       ຫຼາຍ​ຄົນ​ກໍ​ຄື​ຊິ​ຮູ້​ດີ ບໍ່​ວ່າ​ໃຜ​ກໍ​ຕາມ​ຫາກ​ໄດ້​ມີ​ການ​ກະທຳ ໄດ້​ມີ​ການເຄື່ອນໄຫວ​ບໍ່​ວ່າ​ຈະ​ດ້ວຍ​ການ​ໃຊ້​ຄຳ​ເວົ້າ​ທີ່​ຫຍາບ​ຄາຍ ການ​ປ້ອຍ​ດ່າ​ທີ່​ຮຸນ​ແຮງ ການ​ເຕະ ການ​ຕີ ຫລື ທຸບ​ມ້າງ​ວັດຖຸ​ອຸປະກອນ ເຄື່ອງໃຊ້​ຂອງ​ສອຍ ລົດ​ລາ​ພາຫະນະ ສິ່ງ​ກໍ່ສ້າງ​ຂອງ​ບຸກຄົນ​ອື່ນ​ໂດຍ​ບໍ່​ຖືກຕ້ອງ ການ​ເຮັດ​ໃຫ້​ຜູ້​ອືນ​ເສຍ​ຊີວິດ​ຈະ​ໂດຍ​ເຈດ​ຕະ​ນາ ຫຼື ດ້ວຍ​ຄວາມ​ບໍ່​ລະມັດລະວັງ​ກໍ​ຕາມ ສິ່ງ​ເກີດ​ຂຶ້ນ​ຍ້ອນ​ການ​ກະທຳ​ຂອງ​ບຸກຄົນ​ນີ້​ຕໍ່​ບຸກຄົນ​ອື່ນ​ນັ້ນ ເອີ້ນ​ວ່າ​ເປັນ​ຜູ້​ມີ​ຄວາມ​ຜິດ ຄວາມ​ຜິດ ຫຼື ການ​ປະພຶດ​ນັ້ນ​ອາດ​ຈະ​ແຕະຕ້ອງ​ເຖິງ ຊື່​ສຽງ ກຽດ​ສັກ​ສີ ກຳມະສິດ ຊີວິດ ສຸຂະພາບ​ຂອງ​ຜູ້​ຖືກ​ເຄາະ​ຮ້າຍ ຫຼື ຜູ້​ໄດ້​ຮັບ​ຄວາມ​ເສຍ​ຫາຍ . ສະນັ້ນ ຄວາມ​ເສຍ​ຫາຍ ຈຶ່ງ​ໝາຍ​ເຖິງ​ການ​ເຮັດ​ໃຫ້​ຄຸນ​ນະ​ພາບ ແລະ ປະລິມານ​ຂອງ​ຊັບ​ສິ່ງ​ຂອງ​ໃດ​ໜຶ່ງ​ຫຼຸດ​ໜ້ອຍ​ລົງ ຈາກ​ຄຸນ​ນະ​ພາບ​ເດີມ ຫຼື ເຮັດ​ໃຫ້​ຊັບ​ສິ່ງ​ຂອງ​ຜູ້​ໃດ​ຜູ້​ໜຶ່ງ​ໄດ້​ຮັບ​ການ​ເປ່​ເພ ເສຍ​ຫາຍ​ເຊັ່ນ ລົດ​ເພ ເຮືອນ​ເພ ຮົ້ວ​ເພ ຮ້ານ​ເພ ແລະ ສິ່ງ​ອື່ນໆ. ນອກຈາກ​ນີ້ ຄວາມ​ເສຍ​ຫາຍ​ຍັງ​ພົວພັນ​ເຖິງ​ຊີວິດ ສຸຂະພາບ ຫຼື ຈິດໃຈ​ຂອງ​ຜູ້​ຖືກເສຍ​ຫາຍ​ດັ່ງ​ທີ່​ກ່າວ​ມາ​ນັ້ນ. ດັ່ງນັ້ນ ເມື່ອ​ສັງ​ລວມ​ແລ້ວ ຄວາມ​ເສຍ​ຫາຍ​ຈຶ່ງ​ສາມາດ​ແຍກ​ອອກ​ມາ​ເປັນ 3 ປະເພດ​ຄື: 1. ຄວາມ​ເສຍ​ຫາຍ​ທາງ​ດ້ານ​ວັດຖຸ; 2. ຄວາມ​ເສຍ​ຫາຍ​ທາງ​ດ້ານ​ຊີວິດ ຫຼື ສຸຂະພາບ ແລະ 3. ຄວາມ​ເສຍ​ຫາຍ​ທາງ​ດ້ານ​ຈິດໃຈ.

      ຈາກ​ທິດ​ສະ​ດີ​ຂອງ​ກົດໝາຍ​ນັ້ນ ຜູ້​ໃດ​ໄດ້​ກໍ່​ຄວາມ​ເສຍ​ຫາຍ ຜູ້​ນັ້ນ​ຕ້ອງ​ໄດ້​ຮັບຜິດຊອບ​ໃຊ້​ແທນ​ຄ່າ​ເສຍ​ຫາຍ​ທີ່​ເກີດ​ຂຶ້ນ ຫຼື ບາງ​ກໍລະນີ​ກໍ​ອາດ​ຈະ​ມີ​ຄວາມ​ຮັບຜິດຊອບ​ທັງ​ຄວາມ​ເສຍ​ຫາຍ ແລະ ຄ່າ​ປ່ວຍ​ການ​ໄປ​ພ້ອມໆ​ກັນ.

      ການ​ໃຊ້​ແທນ​ຄ່າ​ເສຍ​ຫາຍ ແມ່ນ​ການ​ທົດ​ແທນ​ເປັນ​ຈຳນວນ​ເງິນ ຫຼື ວັດຖຸ​ສິ່ງ​ຂອງ ຂອງ​ຜູ້​ຮັບຜິດຊອບ​ເພື່ອ​ໃຊ້​ແທນ ຫຼື ຟື້ນ​ຟູ​ສິດ​ໃຫ້​ແກ່​ຜູ້​ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ. ການ​ໃຊ້​ແທນ​ຄ່າ​ເສຍ​ຫາຍ​ບໍ່​ພຽງ​ແຕ່​ຄວາມ​ເສຍ​ຫາຍ​ທີ່​ເກີດ​ຂຶ້ນ​ຈາກ​ການ​ລະເມີດ​ກົດໝາຍ​ເທົ່າ​ນັ້ນ ຜູ້​ກໍ່​ຄວາມ​ເສຍ​ຫາຍ​ອາດ​ຈະ​ໃຊ້​ແທນ​ຄ່າ​ເສຍ​ຫາຍ ທີ່​ເນື່ອງ​ມາ​ຈາກ​ການ​ເຮັດ​ໃຫ້​ຜູ້​ອື່ນ​ເສຍ​ໂອກາດ ເສຍ​ລາຍ​ໄດ້ ຫຼື ຄ່າ​ປ່ວຍ​ການ​ຕື່ມ​ອີກ.

      ຕົວຢ່າງ ທ້າວ ຮີບ ຂັບ​ຂີ່​ລົດຈັກ​ດ້ວຍ​ຄວາມ​ໄວ​ແລ້ວໄປ​ຕຳ ທ້າວ ຫຼີກ​ບໍ​ມົ້ມ ເຮັດ​ໃຫ້​ຜູ້ກ່ຽວ​ຂາ​ຫັກ ແລະ ລົດ​ເປ່​ເພ. ສະນັ້ນ ທ້າວ ຮີບ​ຈະ​ຕ້ອງ​ໄດ້​ໃຊ້​ແທນ​ຄ່າ​ເສຍ​ຫາຍ ( ຄ່າ​ສ້ອມແປງ​ລົດຈັກ) ແລະ ຄ່າ​ປິ່ນປົວ ທ້າວ ຫຼີກ​ບໍ່​ມົ້ມ. ໃນ​ກໍລະນີ​ທ້າວ ຫຼີກ​ບໍ່​​ມົ້ມ​ຫາກ​ມີ​ອາຊີບ ກຳມະກອນ​ກໍ່ສ້າງ ຫາ​ກິນ​ລາຍ​ວັນ ນອກຈາກ​ໃຊ້​ແທນ​ຄ່າ​ເສຍ​ຫາຍ ຄ່າ​ປິ່ນປົວ​ແລ້ວ ຍັງ​ຕ້ອງ​ຈ່າຍ​ຄ່າ​ປ່ວຍ​ການ​ໃຫ້ ທ້າວ ຫຼີກ​ບໍ່​ມົ້ມ​ຕື່ມ​ອີກ.

      ຄ່າ​ປ່ວຍ​ການ​ໝາຍ​ເຖິງ ຈຳນວນ​ເງິນ ຫຼື ວັດຖຸ​ສິ່ງ​ຂອງ ຂອງ​ຜູ້​ຮັບຜິດຊອບ ເພື່ອ​ທົດ​ແທນ​ລາຍ​ໄດ້​ຂອງ​ຜູ້​ຖືກເສຍ​ຫາຍ ທີ່​ຄວນ​ຈະ​ໄດ້​ຮັບ​ຈາກ​ວຽກ​ງານ ຫຼື ເວລາ​ທີ່​ເສຍ​ໄປ. ດັ່ງນັ້ນ ຖ້າ​ຜູ້​ຖືກເສຍ​ຫາຍ ຫຼື ຖືກ​ເຄາະ​ຮ້າຍ​ຫາກ​ມີ​ວຽກ​ເຮັດ​ປົກກະຕິ ແລະ ມີ​ລາຍ​ຮັບ​ເປັນ​ເງິນ ຫຼື ຄ່າ​ແຮງ​ງານ​ເພື່ອ​ລ້ຽງ​ຊີບ​ໃນ​ເວລາ​ທີ່​ຜູ້ກ່ຽວ​ໄດ້​ຮັບ​ຄວາມ​ເສຍ​ຫາຍ ຊຶ່ງ​ພາໃຫ້​ຂາດ​ລາຍ​ໄດ້ ຜູ້ກ່ຽວ​ກໍ​ມີ​ສິດ​ໄດ້​ຮັບ​ການ​ຕອບ​ແທນ​ຜົນ​ປະໂຫຍດ​ດັ່ງກ່າວ​ນັ້ນ​ຄືນ ຕາມ​ລາຍ​ໄດ້​ທີ່​ຜູ້ກ່ຽວ​ຂາດ​ໄປ ໃນ​ໄລຍະ​ໄດ້​ຮັບ​ບາດເຈັບ ຫຼື ປິ່ນປົວ. ໃນ​ທາງ​ກົງກັນຂ້າມ ໃນ​ກໍລະນີ​ທີ່​ຜູ້​ຖືກເສຍ​ຫາຍ ຫາກ​ມີ​ຄວາມ​ຜິດ ຜູ້ກ​​່​ຍວ​ກໍ​ຕ້ອງ​ມີ​ສ່ວນ​ຮັບຜິດຊອບ​ຕໍ່​ຄວາມ​ເສຍ​ຫາຍ ແລະ ຄ່າ​ປ່ວຍ​ການ​ນັ້ນ​ເຊັ່ນ​ກັນ. ຕົວຢ່າງ ທ້າວ ຮີບ ຂັບ​ຂີ່​ລົດ​ໄປ​ຕຳ ລົດ​ຂອງ​ທ້າວ ຫຼີກ​ບໍ່​ມົ້ມ ເປ່​ເພ ແລະ ໄດ້​ສ້ອມແປງ​ໃນ​ມູນ​ຄ່າ 6.000.000 ກີບ ສ່ວນ​ລົດ​ຂອງ ທ້າວ ຫຼີກ​ບໍ່​ມົ້ມ ກໍ​ເປ່​ເພ ແລະ ໄດ້​ສ້ອມແປງ​ໃນ​ມູນ​ຄ່າ 3.000.000 ກີບ ຊຶ່ງ​ເຫດການ​ທີ່​ເກີດ​ຂຶ້ນ​ເມື່ອ​ພິຈາລະນາ​ທັງ​ເຫດ ແລະ ຜົນ​ແລ້ວ​ທັງ​ສອງ​ຝ່າຍ​ຕ່າງ​ກໍ​ມີ​ຄວາມ​ຜິດ​ເທົ່າ​ກັນ    ໝາຍ​ຄວາມ​ວ່າ ທັງ​ສອງ​ຕ້ອງ​ມີ​ຄວາມ​ຮັບຜິດຊອບ​ຕໍ່​ຄວາມ​ເສຍ​ຫາຍ​ຜູ້​ລະ​ເຄິ່ງ​ຄື 6.000.000 ກີບ + 3.000.000 ກີບ​ຫານ 2 ເທົ່າ 4.000.000 ກີບ ທ້າວ ຫຼີກ​ບໍ່​ມົ້ມ​ຈຶ່ງ​ມີ​ພັນທະ​ໃຊ້​ແທນ​ໃຫ້ ທ້າວ ຮີບ​ຈຳນວນ 1.000.000 ກີບ ຈຶ່ງ​ເຫັນ​ວ່າ​ເໝາະ​ສົມ ແລະ ຖືກຕ້ອງ​ຕາມ​ກົດໝາຍ.

error: Content is protected !!