ຫາລືເພື່ອສະໜອງແຫຼ່ງທຶນ ຊຸກຍູ້ຜູ້ທີ່ຮັບຜົນກະທົບຈາກພະຍາດໂຄວິດ

ທະ­ນາ­ຄານ​ແຫ່ງ ສປປ ລາວ (ທຫລ) ໄດ້​ຈັດ​ກອງ​ປະ­ຊຸມ​ປຶກ­ສາ​ຮ່ວມ​ທະ­ນາ­ຄານ​ທຸ­ລະ​ກິດ ເພື່ອ​ສະ­ໜອງ​ແຫຼ່ງ​ທຶນ​ຊຸກ­ຍູ້​ຜູ້​ທີ່​ຮັບ​ຜົນ​ກະ­ທົບ​ຈາກ​ພະ­ຍາດ​ໂຄ​ວິດ-19 ໃນ​ວັນ​ທີ 26 ພຶດ­ສະ­ພາ 2020 ທີ່ ທຫລ ພາຍ​ໃຕ້​ການ​ເປັນ​ປະ­ທານ​ຂອງ​ທ່ານ ສອນ​ໄຊ ສິດ​ພະ​ໄຊ ຜູ້​ວ່າ­ການ ທຫລ ມີ​ບັນ­ດາ​ພາກ­ສ່ວນ​ກ່ຽວ­ຂ້ອງ ແລະ ບັນ­ດາ​ທະ­ນາ­ຄານ​ທຸ­ລະ​ກິດ ເຂົ້າ​ຮ່ວມ.

ເພື່ອ​ຈັດ​ຕັ້ງ​ປະ­ຕິ­ບັດ​ມາດ​ຕະ­ການ ແລະ ນະ­ໂຍ­ບາຍ​ຂອງ​ລັດ­ຖະ­ບານ​ກ່ຽວ​ກັບ​ການ​ແກ້​ໄຂ​ຜົນ​ກະ­ທົບ​ຈາກ​ການ​ແຜ່​ລະ­ບາດ​ພະ­ຍາດ​ດັ່ງ­ກ່າວ​ຕໍ່​ເສດ­ຖະ­ກິດ ໃນ​ໄລ­ຍະ​ຜ່ານ​ມາ ຂະ­ແໜງ​ທະ­ນາ­ຄານ ໂດຍ​ສະ­ເພາະ ທຫລ ໄດ້​ອອກ​ນະ­ໂຍ­ບາຍ​ສິນ​ເຊື່ອ​ສະ­ເພາະ ເພື່ອ​ຊ່ວຍ​ຂະ­ແໜງ­ການ​ເສດ­ຖະ­ກິດ ທີ່​ໄດ້​ຮັບ​ຜົນ​ກະ­ທົບ​ຈາກ​ການ​ລະ­ບາດ​ຂອງ​ພະ­ຍາດ​ດັ່ງ­ກ່າວ ຕາມ​ຂໍ້​ຕົກ­ລົງ​ເລກ​ທີ 238/ທຫລ ລົງ​ວັນ​ທີ 26 ມີ­ນາ 2020.

ພາຍ­ຫຼັງ ທຫລ ໄດ້​ອອກ​ນະ­ໂຍ­ບາຍ​ດັ່ງ­ກ່າວ ກໍ​ໄດ້​ມີ​ການ​ຕິດ­ຕາມ​ຜົນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ນຳ​ບັນ­ດາ​ທະ­ນາ­ຄານ​ທຸ­ລະ​ກິດ ແລະ ສະ​ຖາ​ບັນ​ການ​ເງິນ ອີງ​ຕາມ​ການ​ລາຍ​ງານ​ຮອດ​ເດືອນ​ເມ­ສາ 2020 ທະ­ນາ­ຄານ​ທຸ­ລະ​ກິດ ແລະ ສະ​ຖາ​ບັນ​ການ​ເງິນ ໄດ້​ຈັດ​ຕັ້ງ​ປະ­ຕິ­ບັດ​ການ​ເລື່ອນ​ຊຳ­ລະ​ຕົ້ນ​ທຶນ ແລະ ດອກ​ເບ້ຍ ປັບ​ຫຼຸດ​ອັດ­ຕາ​ດອກ​ເບ້ຍ​ເງິນ​ກູ້ ແລະ ສະ­ໜອງ​ເງິນ​ກູ້​ບ້ວງ​ໃໝ່​ໃຫ້​ລູກ​ຄ້າ​ຂອງ​ຕົນ ຊຶ່ງ​ມີ​ທະ­ນາ­ຄານ​ທຸ­ລະ​ກິດ​ຈຳ­ນວນ 21 ແຫ່ງ ໄດ້​ປະ­ຕິ­ບັດ​ນະ­ໂຍ­ບາຍ​ຜ່ອນ­ຜັນ​ສິນ​ເຊື່ອ​ໃຫ້​ແກ່​ລູກ​ຄ້າ 4.918 ລາຍ ລວມ​ເປັນ​ເງິນ 13.009,30 ຕື້​ກວ່າ​ກີບ ແລະ ສະ​ຖາ​ບັນ​ການ​ເງິນ​ຈຳ­ນວນ 10 ແຫ່ງ ໄດ້​ປະ­ຕິ­ບັດ​ນະ­ໂຍ­ບາຍ​ຜ່ອນ­ຜັນ​ສິນ​ເຊື່ອ​ໃຫ້​ແກ່​ລູກ​ຄ້າ 1.250 ລາຍ ລວມ​ເປັນ​ເງິນ 65,05 ຕື້​ກວ່າ​ກີບ.

ເພື່ອ​ເຮັດ​ໃຫ້​ທະ­ນາ­ຄານ​ທຸ­ລະ​ກິດ​ມີ​ແຫຼ່ງ​ທຶນ​ເພີ່ມ​ຂຶ້ນ ທຫລ ຈຶ່ງ​ໄດ້​ອອກ​ຂໍ້​ຕົກ­ລົງ​ກ່ຽວ​ກັບ​ໂຄງ­ການ​ສິນ​ເຊື່ອ ເພື່ອ​ຊຸກ­ຍູ້​ການ​ຜະ­ລິດ ແລະ ແກ້​ໄຂ​ຜົນ​ກະ­ທົບ​ຈາກ​ພະ­ຍາດ​ດັ່ງ­ກ່າວ ເພື່ອ​ໃຫ້​ທະ­ນາ­ຄານ​ທຸ­ລະ​ກິດ​ເຂົ້າ​ຮ່ວມ​ໂຄງ­ການ ດ້ວຍ​ແຫຼ່ງ​ທຶນ​ຂອງ ທຫລ ຊຶ່ງ​ເປັນ​ໂຄງ­ການ​ສະ­ເພາະ​ກິດ ໂດຍ​ໃຫ້​ທະ­ນາ­ຄານ​ທຸ­ລະ​ກິດ​ເຂົ້າ​ຮ່ວມ​ໂຄງ­ການ​ຕາມ​ເງື່ອນ­ໄຂ ແລະ ເປົ້າ​ໝາຍ​ທີ່​ກຳ­ນົດ​ໂດຍ ທຫລ ເພື່ອ​ເປັນ​ການ​ເພີ່ມ​ກຳ­ລັງ​ແຮງ​ທາງ​ດ້ານ​ແຫຼ່ງ​ທຶນ​ໃຫ້​ແກ່​ທະ­ນາ­ຄານ​ທຸ­ລະ​ກິດ​ໃນ​ການ­ຈັດ­ຕັ້ງ​ຜັນ​ຂະ­ຫຍາຍ​ນະ­ໂຍ­ບາຍ ແລະ ມາດ​ຕະ­ການ​ຂອງ​ລັດ­ຖະ­ບານ​ໃນ​ການ​ຫຼຸດ­ຜ່ອນ ແລະ ແກ້​ໄຂ​ຜົນ​ກະ­ທົບ​ທາງ​ດ້ານ​ເສດ­ຖະ­ກິດ​ຕໍ່​ບຸກ­ຄົນ ຈຸນ​ລະ­ວິ​ສາ​ຫະ​ກິດ ວິ​ສາ​ຫະ​ກິດ​ຂະ­ໜາດ​ນ້ອຍ ແລະ ກາງ ໃນ​ຂະ­ແໜງ­ການ​ຜະ­ລິດ-ທຸ­ລະ​ກິດ ກໍ​ຄື​ຕໍ່​ເສດ­ຖະ­ກິດ​ຂອງ ສປປ ລາວ.

error: Content is protected !!