ເບີ່ງບ້ານເຂົາເອົາບົດຮຽນ 28-05-2020

ບົດ​ຄວາມ​ປະຈຳ​ວັນ​ນີ້ ໄດ້​ສັງ​ລວມ​ເອົາ​ຂ່າວ​ກ່ຽວ​ກັບ​ກົດໝາຍ​ຄຸ້ມ​ຄອງ​ອິນ​ເຕີ​ເນັດ​ທີ່​ເຢຍ​ລະ​ມັນ ການ​ປະຕິ​ຮູບ​ກົງຈັກ​ວຽກ​ງານ​ສື່​ໃນ​ຫວຽດນາມ ເລື່ອງ​ບົດບາດ​ໃໝ່​ຂອງ​ກອງທັບ​ອາກ​ຊັງ​ຕິນ ແລະ ເລື່ອງ​ການ​ປາບ​ປາມ​ການ​ສໍ້​ລາດ​ບັງ​ຫຼວງ​ໃນ​ລະບົບ​ສານ​ຂອງ​ຈີນ.

   ທີ່ ເຢຍ​ລະ​ມັນ: ໃນ​ວັນ​ທີ 5 ເມສາ ປີ 2017 ທາງ​ການ​ເຢຍ​ລະ​ມັນ​ໄດ້​ປະກາດ​ໃຊ້​ກົດໝາຍ​ຄວບ​ຄຸມ​ສື່​ສັງຄົມ​ອອນ​ລາຍ ເພື່ອ​ສະກັດ​ກັ້ນ​ຖ້ອຍ​ຄວາມ​ທີ່​ກໍ່ໃຫ້ເກີດ​ຄວາມ​ອາ​ຄາດ​ບາດໝາງ ການ​ຍຸຍົງ​ສົ່ງເສີມ ຂໍ້​ມູນ​ຂ່າວ​ປອມ ຂໍ້ຄວາມ​ທີ່​ມີ​ເປົ້າ​ໝາຍ​ຢຽບ​ຫຍາມ ໃສ່​ຮ້າຍ​ປ້າຍ​ສີ ການ​ກະທຳ​ທີ່​ເປັນ​ການ​ກໍ່​ການ​ຮ້າຍ ກໍ​ຄື ການ​ເຜີຍແຜ່​ພາບ​ລາມົກ​ກ່ຽວ​ກັບ​ເດັກນ້ອຍ ແລະ ອື່ນໆ.

   ກົດໝາຍ​ກຳນົດ​ໃຫ້​ບັນດາ​ບໍລິສັດ​ສື່​ສັງຄົມ​ອອນ​ລາຍ​ກຳຈັດ​ເນື້ອ​ໃນ​ທີ່​ລະເມີດ​ກົດໝາຍ​ຕາມ​ກຳນົດ​ເວລາ ຖ້າ​ມີ​ການ​ລະເມີດ ທາງ​ບໍລິສັດ ແລະ ຜູ້​ຮັບຜິດຊອບ​ຂອງ​ບໍລິສັດ​ກໍ​ລ້ວນ​ແຕ່​ຈະ​ຖືກ​ປັບ​ໃໝ​ເປັນ​ເງິນ​ແຕ່ 5 ເຖິງ 50 ລ້ານ​ເອີ​ໂຣ ການ​ກຳຈັດ ຫຼື ອັດ​ມ້ຽນ​ເນື້ອ​ໃນ​ລະເມີດ​ກົດໝາຍ​ນັ້ນ​ຕ້ອງ​ເຮັດ​ໃຫ້​ສຳເລັດ​ພາຍ​ໃນ 24 ຊົ່ວໂມງ ພາຍຫຼັງ​ໄດ້​ຮັບ​ຄຳ​ສັ່ງ ໃນ​ກໍລະນີ​ມີ​ຄຳ​ເຫັນ​ຂັດ​ແຍ່ງ​ລະຫວ່າງ​ຄຳ​ສັ່ງ​ກັບ​ການ​ປະຕິບັດ​ນັ້ນ ກໍ​ຕ້ອງ​ມີ​ວິທີ​ແກ້​ໄຂ​ໃຫ້​ຕົກ​ໄປ​ພາຍ​ໃນ 7 ວັນ.

   ທີ່ ຫວຽດນາມ: ອີງ​ຕາມ​ແຜນ​ຈັດ​ວາງ​ຄືນໃໝ່​ກົງຈັກ​ວຽກ​ງານ​ສື່​ທີ່​ເຄື່ອນ​ໄຫວ​ດ້ວຍ​ງົບປະມານ​ຂອງ​ລັດ ຂ່າວ​ໃຫ້​ຮູ້​ວ່າ: ຈຳນວນ​ສຳນັກງານ​ສື່​ຈະ​ຖືກ​ຕັດ​ຮອນ​ລົງ 10% ແລະ ງົບປະມານ​ໃຊ້​ຈ່າຍ​ຂອງ​ຂະແໜງການ​ນີ້​ກໍ​ຈະ​ຖືກ​ຕັດ​ລົງ 10% ພາຍ​ໃນ​ປີ 2021.

   ເປົ້າ​ໝາຍ​ແຜນການ​ຕັດ​ຮອນ​ກົງຈັກ​ການຈັດຕັ້ງ ແລະ ງົບປະມານ​ຄັ້ງ​ນີ້ ແມ່ນ​ເພື່ອ​ເຮັດ​ໃຫ້​ເຄືອ​ຄ່າຍ​ສື່​ຂອງ​ລັດ​ມີ​ຄວາມ​ກະທັດ​ຮັດ ແຕ່​ຍັງ​ສາມາດ​ຮັກສາ​ໄດ້​ຄຸນ​ນະ​ພາບ​ໃນ​ການເຄື່ອນໄຫວ​ວຽກ​ງານ ພາຍ​ໃຕ້​ແຜນການ​ນີ້ ຈຳນວນ​ໜ່ວຍ​ງານ​ສື່​ທີ່​ເຄື່ອນ​ໄຫວ​ດ້ວຍ​ງົບປະມານ​ຂອງ​ລັດ​ຈະ​ຖືກ​ຕັດ​ລົງ​ຢ່າງ​ໜ້ອຍ 10% ແລະ ຈຳນວນ​ພະນັກງານ​ສື່​ກໍ​ຈະ​ຖືກ​ຕັດ​ຮອນ​ລົງ​ໃນ​ລະດັບ 10% ເຊັ່ນ​ດຽວ.

   ທີ່ ອາກ​ຊັງ​ຕິນ: ນັບ​ແຕ່​ກາງ​ປີ 2018 ເປັນຕົ້ນ​ມາ ທະຫານ​ໃນ​ກອງທັບ​ແຫ່ງ​ຊາດ​ອາກ​ຊັງ​ຕິນ ໄດ້​ຮັບ​ບົດບາດ​ໃໝ່​ໃນ​ການ​ຮ່ວມ​ມື​ກັບ​ກອງ​ກຳລັງ​ຕຳຫຼວດ ເພື່ອ​ຮັກສາ​ຄວາມ​ສະຫງົບ ກໍ​ຄື ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ​ຂອງ​ສັງຄົມ ເຊິ່ງ​ໃນ​ເມື່ອ​ກ່ອນ​ທະຫານ​ມີໜ້າ​ທີ່​ປົກ​ປັກ​ຮັກສາ​ອະທິປະ​ໄຕ ແລະ ເຂດ​ນ້ຳ​ແດນ​ດິນ​ເທົ່າ​ນັ້ນ ໜ້າທີ່​ໃໝ່​ຂອງ​​ງ​ທະຫານ​ອາກ​ຊັງ​ຕິນ​ໃນ​ຂົງເຂດ​ການ​ຮັກສາ​ຄວາມ​ສະຫງົບ​ນັ້ນ​ລວມ​ມີ ການ​ປາບ​ປາມ​ຢາ​ເສບ​ຕິດ ໄພ​ຄຸກ​ຄາມ​ດ້ານ​ອິນ​ເຕີ​ເນັດ ຊັບ​ສິນ ແລະ ພື້ນຖານ​ໂຄງ​ລ່າງ ຖານ​ຂໍ້​ມູນ​ຂ່າວສານ ວິທະຍາສາດ ປ້ອງ​ກັນ​ຊາດ ການ​ກໍ່​ການ​ຮ້າຍ ແລະ ອື່ນໆ ບົດບາດ​ໃໝ່​ຂອງ​ກອງທັບ​ອາກ​ຊັງ​ຕິນ​ນີ້ ໄດ້​ຖືກ​ກຳນົດ​ຢູ່​ໃນ​ດຳລັດ​ຂອງ​ທ່ານ​ປະທານາທິບໍດີ​ອາກ​ຊັງ​ຕິນ ທີ່​ລັດຖະບານ​ໄດ້​ປະກາດ​ອອກ​ມາ​ໃນ​ວັນ​ທີ 23 ກໍລະກົດ 2018.

   ທີ່ ​ສປ ຈີນ: ຂ່າວ​ຈາກ​ໜັງສືພິມ​ວຽງ​ຈັນ​ທາມ ສະບັບ​ວັນ​ທີ 2 ເດືອນ​ພະຈິກ ປີ 2018 ໄດ້​ເວົ້າ​ກ່ຽວ​ກັບ​ຄວາມ​ພະຍາຍາມ​ຂອງ​ສານ ​ສປ ຈີນ ໃນ​ການ​ກຳຈັດ​ບັນຫາ​ສໍ້​ລາດ​ບັງ​ຫຼວງ​ໃນ​ໝູ່​ພະນັກງານ​ຂັ້ນ​ຕ່ຳ​ພາຍ​ໃນ​ສານ ເພາະ​ປາກົດການ​ຫຍໍ້ທໍ້​ນີ້​ເກີດ​ຂຶ້ນ​ກັບ​ພະນັກງານ​ຂັ້ນ​ລ່າງ​ຫຼາຍ​ທີ່​ສຸດ.

   ບັ້ນ​ຊຳລະ​ສະ​ສາງ​ພະຍາດ​ສໍ້​ລາດ​ບັງ​ຫຼວງ​ທີ່​ວ່າ​ນີ້ ເລີ່ມ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ ທີ່​ສຳນັກ​ສານ​ເຂດ 1 ທາງ​ທິດຕາເວັນຕົກ​ຂອງ​ນະຄອນຫຼວງ ເຂດ​ນີ້​ເປັນ​ທີ່​ຕັ້ງ​ຂອງ​ສຳນັກງານ ອົງການ​ຂອງ​ລັດ ແລະ ສະ​ຖາ​ບັນ​ການ​ສຶກ​ສາ​ຈຳນວນ​ຫຼວງຫຼາຍ ສຳນັກງານ​ສານ​ຢູ່​ເຂດ​ນີ້​ໄດ້​ຮັບ​ການ​ສ້າງຕັ້ງ​ຂຶ້ນ​ໃນ​ປີ 1995 ແລະ ແຕ່​ນັ້ນ​ມາ​ຮອດ​ປີ 2018 ຈຳນວນ​ພະນັກງານ​ທີ່​ຖືກ​ລົງໂທດ​ຍ້ອນ​ການ​ກະທຳ​ທີ່​ເປັນ​ການ​ລະເມີດ​ກົດໝາຍ​ນັ້ນ​ມີ​ທັງ​ໝົດ 2.306 ຄົນ ໃນ​ນັ້ນ ມີ​ພະນັກງານ​ສານ​ຂັ້ນ​ທ້ອງຖິ່ນ (ຕາແສງ) ຫຼື ລະດັບ​ຕ່ຳ​ກວ່າ​ນັ້ນ ຈຳນວນ 1.756 ຄົນ.

error: Content is protected !!