ສະຫະ​ປະຊາ​ຊາດ ຮຽກຮ້ອງ​ຢຸດ​ກະແສ​ຄວາມ​ກຽດ​ຊັງ

    ທ່ານ ອັນໂຕ​ນິ​ໂອ ກູ​ເຕີ​ເຣ​​ສ ເລຂາທິການ​ສະຫະ​ປະຊາ​ຊາດ ກ່າວ​ສະແດງ​ຄວາມ​ກັງວົນ​ສະຖານະ​ການ​ໂລກ ສືບ​ເນື່ອງ​ຈາກ​ໄພ​ລະບາດ​ຂອງ​ໂຄ​ໂຣ​ນາ​ໄວ​​ຣັສ “ໂຄ​ວິດ-19” ກຳລັງ​ນຳໄປ​ສູ່ “ກະແສ​ຄວາມ​ກຽດ​ຊັງ ແລະ ຢ້ານ​ກົວ” ຊາວ​ຕ່າງປະເທດ ຈຳເປັນ​ຢ່າງ​ຍິ່ງ​ທີ່​ທຸກ​ຝ່າຍ​ກ່ຽວຂ້ອງ​ຕ້ອງ​ຢຸດ​ການ​ກະທຳ​ດັ່ງກ່າວ ແລະ ຢຸດ​ຄວາມ​ພະຍາຍາມ​ສະແຫວງຫາ​ຜູ້​ຮັບ​ຜິດ​ຕໍ່​ສິ່ງ​ທີ່​ເກີດ​ຂຶ້ນ.

ເລຂາທິການ​ສະຫະ​ປະຊາ​ຊາດ ລະບຸ​ຄວາມ​ເຄື່ອນ​ໄຫວ​ຕໍ່ຕ້ານ​ກຽດ​ຊັງ​ຊາວ​ຕ່າງປະເທດ​ໃນ​ຫຼາຍ​ປະເທດ​ເກີດ​ຂຶ້ນ​ຫຼາຍ ໂດຍ​ສະເພາະ​ຢ່າງ​ຍິ່ງ ຜ່ານ​ເຄືອ​ຂ່າຍ​ສັງຄົມ​ອອນ​ລາຍ ນອກ​ເໜືອ​ຈາກ​ການ​ພົບ​ເຫັນ​ປາກົດການ​ຄວາມ​ຢ້ານ​ກົວ​ຕາມ​ທ້ອງ​ຖະໜົນ​ແຫຼ່ງ​ຊຸມ​ຊົນ ລວມ​ເຖິງ​ເກີດ​ຄວາມ​ພະຍາຍາມ​ຕັ້ງ​ທິດ​ສະ​ດີ​ສົມຄົບ​ຄິດ​ຊອກ​ສະແຫວງຫາ​ແຫຼ່ງ​ທີ່​ມາ​ທີ່​ໄປ​ຂອງ​ເຊື້ອ​ໄວ​​ຣັສ​ໂຄ​ວິດ-19 ມາ​ຈາກ​ບ່ອນ​ໃດ​ກັນ​ແທ້.

    ທັງ​ນີ້ ຄວາມ​ຄິດ​ເຫັນ​ຂອງ​ເລຂາທິການ​ສະຫະ​ປະຊາ​ຊາດ ສືບ​ເນື່ອງ​ມາ​ຈາກ​ກໍລະນີ​ທີ່​ມີ​ບາງ​ກຸ່​ໃຄ​​ົນ​ພະຍາຍາມ​ອ້າງ​ວ່າ ຕົ້ນຕໍ​ຂອງ​ໄວ​​ຣັສ​ໂຄ​ວິດ-19 ຫຼຸດ​ອອກ​ມາ​ຈາກ​ຫ້ອງ​ທົດ​ລອງ​ໃນ​ເມືອງ​ອູ່​ຮັ່ນ​ຂອງ​ຈີນ ເຖິງ​ແມ່ນ​ຍັງ​ບໍ່​ມີ​ຫຼັກ​ຖານ​ຢືນຢັນ​ຂໍ້​ອ້າງ​ນີ້​ຊັດ​ເຈນ ຂະນະ​ທີ່​ລັດຖະບານ​ຈີນ​ສະແດງ​ທ່າ​ທີ​ພ້ອມ​ໃຫ້​ຄວາມ​ຮ່ວມ​ມື​ກັບ​ທຸກ​ໜ່ວຍ​ງານ ລວມ​ເຖິງ​ອົງການ​ອະນາໄມ​ໂລກ (WHO) ສືບ​ຫາ​ຕົ້ນຕໍ​ການ​ລະບາດ​ຂອງ​ໂຄ​ວິດ-19 ສົ່ງ​ຜົນ​ໃຫ້​ມີ​ການ​ລະ​ແວງ​ສົງໄສ​ຕໍ່​ກັນ.

    ທ່ານ ກູ​ເຕີ​ເຣ​​ສ ກ່າວ​ຮຽກຮ້ອງ​ເຖິງ​ເຫຼົ່າ​ຜູ້ນຳ​ໂລກ ຄວນ​ຫັນ​ມາ​ໃຫ້​ຄວາມ​ຮ່ວມ​ມື​ກັນ​ເປັນ​ປຶກ​ແຜ່ນ ຕໍ່ສູ້​ກັບ​ໂຣກ​ໂຄ​ວິດ-19 ທັງ​ສະແດງ​ຄວາມ​ຫ່ວງ​ກັງວົນ​ເຖິງ​ເຫຼົ່າ​ຜູ້​ອົບ​ພະ​ຍົບ​ລີ້​ໄພ​ທົ່ວ​ໂລກ ຊຶ່ງ​ຕ້ອງ​ປະ​ເຊີນ​ຊະ​ຕາ​ກຳ​ຮ້າຍ​ສ່ຽງ​ຕິດເຊື້ອ​ໂຄ​ວິດ-19 ຊຶ່ງ​ຍັງ​ບໍ່​ມີ​ຢາ​ປິ່ນປົວ ຫຼື​ມີ​ວັກ​ຊີນ​ປ້ອງ​ກັນ​ຢ່າງ​ມີ​ປະສິດທິພາບ​ຊັດ​ເຈນ.

    ຂະນະ​ດຽວ​ກັນ ເລຂາທິການ​ສະຫະ​ປະຊາ​ຊາດ​ກໍ​ຮຽກຮ້ອງ​ເຖິງ​ສື່​ມວນ​ຊົນ ໂດຍ​ສະເພາະ​ຢ່າງ​ຍິ່ງ ສື່​ສັງຄົມ​ອອນ​ລາຍ​ໃຫ້​ໃສ່ໃຈ​ເຖິງ​ຜົນ​ຮ້າຍ​ຈາກ​ການ​ແຜ່​ກະຈາຍ​ຂ່າວ​ທີ່​ຍິ່ງ​ກໍ່ໃຫ້ເກີດ​ຄວາມ​ກຽດ​ຊັງ​ແຕກ​ແຍກ​ລະຫວ່າງ​ຜູ້​ຄົນ​ຕ່າງ​ເຊື້ອ​ຊາດ ຕ່າງ​ສາສະໜາ ແລະ ຕ່າງ​ເຜົ່າ​ພັນ ເຊິ່ງ​ຈະ​ເຮັດ​ໃຫ້​ສັງຄົມ​ຊຸມ​ຊົນ​ເກີດ​ຄວາມ​ວຸ່ນວາຍ.

ຊາວບ້ານ – ນຳ​ສະເໜີ

error: Content is protected !!