IMF ຢືນຢັນ ເສດຖະກິດໂລກເຂົ້າສູ່ພາວະຖົດຖອຍແລ້ວ ຈາກພິດ COVID-19

ທ່ານນາງ ຄຣິສຕາຣິນາ ກໍເກຍວາ ກໍາມະການຜູ້ຈັດການໃຫຍ່ກອງທຶນການເງິນລະຫວ່າງປະເທດ (IMF) ເປີເຜີຍເມື່ອວັນທີ 27 ມີນາຜ່ານມາວ່າ ເສດຖະກິດໂລກໄດ້ເຂົ້າສູ່ພາວະຖົດຖອຍເປັນທີ່ຮຽບຮ້ອຍແລ້ວ ອັນເປັນຜົນຈາກການແຜ່ລະບາດຂອງໄວຣັສໂຄໂຣນາສາຍພັນໃໝ່ (COVID-19) ພ້ອມທັງຮຽກຮ້ອງໃຫ້ທຸກປະເທດໃນທົ່ວໂລກອັດສີດງົບຊຸກຍູ້ເສດຖະກິດຢ່າງມະໂຫລານ ເພື່ອປ້ອງກັນການລົ້ມລະລາຍຂອງພາກທຸລະກິດ ແລະ ການຜິດຊໍາລະໜີ້ໃນປະເທດຕະຫຼາດເກີດໃໝ່.

    ທ່ານນາງ ຄຣິສຕາຣິນາ ກໍເກຍວາ ຊີ້ແຈງວ່າ ປະເທດຕະຫຼາດເກີດໃໝ່ຈໍາເປັນຕ້ອງໃຊ້ເງິນທຶນບໍ່ຕໍ່າກວ່າ 2,5 ລ້ານລ້ານໂດລາສະຫະລັດ ເພື່ອທີ່ຈະຜ່ານວິກິດນີ້ໄປໃຫ້ໄດ້ ເຊິ່ງລໍາພັງເງິນທຶນສໍາຮອງ ແລະ ຄວາມສາມາດໃນການກູ້ຢືມອາດຈະບໍ່ພຽງພໍ.

    “ເປັນທີ່ຊັດເຈນແລ້ວ ວ່າເຮົາໄດ້ເຂົ້າສູ່ພາວະຖົດຖອຍ ເຊິ່ງອາດຈະໂຫດຮ້າຍເທົ່າໆກັບປີ 2009 ຫຼືຫຼາຍກວ່ານັ້ນ” ທ່ານນາງ ຄຣິສຕາຣິນາ ກໍເກຍວາ ລະບຸໃນງານຖະແຫຼງຂ່າວ.

    ໃນຂະນະທີ່ເສດຖະກິດໂລກໃຊ້ເວລາຟື້ນຕົວຢ່າງຊ້າໆ ຈາກວິກິດການເງິນເມື່ອໄລຍະປີ 2008-2009 ຜູ້ນໍາ IMF ເຊື່ອວ່າ ເສດຖະກິດອາດຟື້ນຕົວຢ່າງວ່ອງໄວໃນປີ 2021 “ຫາກເຮົາສາມາດຄວບຄຸມການລະບາດຂອງໄວຣັສໃນທຸກໆພື້ນທີ່ໄດ້ສໍາເລັດ ແລະ ປ້ອງກັນບໍ່ໃຫ້ວິກິດສະພາບຄ່ອງລຸກລາມໄປສູ່ການລົ້ມລະລາຍ”.

    ຈົນເຖິງຂະນະນີ້ ມີ 81 ປະເທດທີ່ຮ້ອງຂໍ ຫຼືສອບຖາມກ່ຽວກັບການຂໍຮັບເງິນທຶນຊ່ວຍເຫຼືອສຸກເສີນຈາກ IMF ໃນຈໍານວນນີ້ເປັນກຸ່ມປະເທດລາຍໄດ້ໜ້ອຍ 50 ປະເທດ ແລະ ລາຍໄດ້ປານກາງອີກ 31 ປະເທດເຊັ່ນ ປາກິດສະຖານ ການ່າ ອີຣ່ານ ແລະ ກຽກກີຊສະຖານ ເປັນຕົ້ນ.

    “ເຮົາຮູ້ດີວ່າຊັບພະຍາກອນພາຍໃນປະເທດຂອງພວກເຂົາອາດຈະບໍ່ພຽງພໍ” ທ່ານນາງ ກໍເກຍວາ ລະບຸ ພ້ອມຢືນຢັນວ່າ IMF ຈະຍົກລະດັບມາດຕະການຕອບສະໜອງໃຫ້ຫຼາຍຂຶ້ນ ດີຂຶ້ນ ແລະ ໄວຂຶ້ນກວ່າທີ່ເຄີຍເປັນມາ”.

    ທັງນີ້ ຜູ້ນໍາຍິງ IMF ເຄີຍປະກາດເມື່ອວັນທີ 17 ມີນາວ່າ ພ້ອມທີ່ຈະປ່ອຍກູ້ເຖິງ 1 ລ້ານລ້ານໂດລາສະຫະລັດ ເພື່ອຊ່ວຍເຫຼືອປະເທດຕ່າງໆທີ່ກໍາລັງໄດ້ຮັບຜົນກະທົບຈາກ COVID-19.

    ທ່ານນາງ ກໍເກຍວາ ຍັງກ່າວຊົມເຊີຍການຊຸກຍູ້ເສດຖະກິດມູນຄ່າ 2,2 ລ້ານລ້ານໂດລາສະຫະລັດຂອງລັດຖະບານສະຫະລັດ ໂດຍລະບຸວ່າ “ນີ້ຄືສິ່ງຈໍາເປັນທີ່ຈະຊ່ວຍປົກປ້ອງບໍ່ໃຫ້ປະເທດເຊິ່ງມີເສດຖະກິດໃຫຍ່ເປັນອັນດັບ 1 ຂອງໂລກ ຕ້ອງປະເຊີນການຢຸດສະງັກຂອງກິດຈະກໍາທາງເສດຖະກິດ”.

ໂລກະທັດ – ນໍາສະເໜີ

error: Content is protected !!