ນວ ຫາລືບັນຫາການສົ່ງອອກສິນຄ້າ ສ້າງຄວາມເຂັ້ມແຂງໃນການນຳເຂົ້າ-ສົ່ງອອກ

    ພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບບັນຫາການສົ່ງອອກສິນຄ້າໄປຕ່າງປະເທດ ແລະ ເຜີຍແຜ່ບັນດານິຕິກຳທີ່ຕິດພັນວຽກງານການນຳເຂົ້າ ແລະ ສົ່ງອອກ ຂຶ້ນໃນວັນທີ 22 ມິຖຸນາ 2022 ທີ່ ໂຮງແຮມລາວ ພລາຊາ ນະຄອນຫຼວງວຽງຈັນ (ນວ) ເປັນກຽດເຂົ້າຮ່ວມຂອງທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ທ່ານນາງ ວັນມະນີ ພິມມະສານ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ພ້ອມດ້ວຍບັນດາທ່ານຜູ້ຕາງໜ້າຈາກກະຊວງອຸດສາຫະກຳການຄ້າ ກະຊວງກະສິກຳ ແລະ ປ່າໄມ້ ພະແນກການອ້ອມຂ້າງ ຄະນະອຳນວຍຄວາມສະດວກທາງດ້ານການຄ້າ ນວ ແລະ ຜູ້ປະກອບການເຂົ້າຮ່ວມ.

   ກອງປະຊຸມໃນຄັ້ງນີ້ ຈັດຂຶ້ນເພື່ອປຶກສາຫາລືກ່ຽວກັບການສົ່ງອອກສິນຄ້າໄປຕ່າງປະເທດ ແລະ ເຜີຍແຜ່ບັນດານິຕິກຳທີ່ກ່ຽວຂ້ອງ ເພື່ອເປັນການສ້າງຄວາມເຂັ້ມແຂງໃນວຽກງານການນຳເຂົ້າ  ແລະ  ສົ່ງອອກໃຫ້ຂະແໜງການທ້ອງຖິ່ນ ແລະ ຜູ້ປະກອບການຕ່າງໆໄດ້ຮັບຮູ້ ແລະ ເຂົ້າໃຈ ໂດຍສະເພາະ ການອຳນວຍຄວາມສະດວກໃຫ້ແກ່ການນຳເຂົ້າ ແລະ ສົ່ງອອກ ຂັ້ນຕອນການອອກໃບຢັ້ງຢືນສຸຂານາໄມພືດໃນການສົ່ງອອກ ເງື່ອນໄຂການສົ່ງອອກພືດ ແລະ ຜະລິດຕະພັນພືດໄປ ສປ ຈີນ ການເຜີຍແຜ່ຂໍ້ຕົກລົງວ່າດ້ວຍລາຍການສິນຄ້າທີ່ຕ້ອງຂໍອະນຸຍາດນຳເຂົ້າ ແລະ ສົ່ງອອກ ຄຳແນະນຳກ່ຽວກັບການສົ່ງອອກໄມ້ປູກ ແລະ ຜະລິດຕະພັນໄມ້ທຳມະຊາດໄປຕ່າງປະເທດ ການແບ່ງຂັ້ນຄຸ້ມຄອງທຸລະກິດຍານພາຫະນະທາງບົກ ແລະ ບັນຫາຂໍ້ຫຍຸ້ງຍາກ ຂໍ້ສະເໜີວິທີແກ້ໄຂບັນຫາການສົ່ງອອກສິນຄ້າໄປຕ່າງປະເທດ.

   ທ່ານ ນາງ ວັນມະນີ ພິມມະສານໄດ້ກ່າວວ່າ: ໃນການອຳນວຍຄວາມສະດວກທາງດ້ານການຄ້າ ນວ ນັ້ນ ໃນໄລຍະຜ່ານມາ ທາງພາກທຸລະກິດໄດ້ມີຂໍ້ສະເໜີບັນຫາກ່ຽວກັບການຢັ້ງຢືນສຸຂະອະນາໄມພືດ ໂດຍໄດ້ມີການແກ້ໄຂເພື່ອເຮັດໃຫ້ຂັ້ນຕອນໃນການເຊັນສາມາດເຊັນໄດ້ຢູ່ດ່ານ ເຊິ່ງປັດຈຸບັນກຳລັງດຳເນີນ ໄດ້ຈັດກອງປະຊຸມໃນການຄົ້ນຄວ້າການອຳນວຍຄວາມສະດວກໃນການສົ່ງອອກ ໂດຍສະເພາະ ຂອດການຊຳລະສະສາງໃນການສົ່ງອອກ ເພື່ອເຮັດໃຫ້ເງິນຕາເຂົ້າມາໃນປະເທດ ການຊຸກຍູ້ສົ່ງເສີມການຜະລິດຕ້ອງໄດ້ປະຕິບັດຢ່າງຈິງຈັງ ເພື່ອສ້າງຄວາມເຂັ້ມແຂງໃຫ້ພາກທຸລະກິດ ຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ກາງ ເຊິ່ງຢູ່ ໃນ ນວ ໄດ້ແຕ່ງຕັ້ງຄະນະຮັບຜິດຊອບໃນການຊຸກຍູ້ສົ່ງເສີມການຜະລິດພາຍໃນ ແລະ ຊົມໃຊ້ຜະລິດຕະພັນພາຍໃນ ແລະ ສິນຄ້າສົ່ງອອກ  ຄຽງຄູ່ກັນນັ້ນ  ຂອດການບໍລິການຢູ່ດ່ານແມ່ນມີຄວາມສະດວກວ່ອງໄວຂຶ້ນ  ຮັບປະກັນທາງດ້ານກົດໝາຍ ແລະ ລະບຽບການ ການສົ່ງອອກ-ການນຳເຂົ້າ ເຫັນວ່າບາງຊະນິດສິນຄ້າຫຼຸດລົງ ແລະ ສິນຄ້າບາງຊະນິດເພີ່ມຂຶ້ ນຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ລາຍຮັບສ່ວນຫຼາຍທາງດ້ານພາສີແມ່ນໄດ້ຮັບຈາກການນຳເຂົ້າພາຫະນະກວມ 41,73% ການນຳເຂົ້າປະເພດນໍ້າມັນເຊື້ອໄຟກວມ 25,51%ຂອງລາຍຮັບທົ່ວດ່ານຂອງ ນວ ການນຳເຂົ້າສິນຄ້າປະເພດພາຫະນະແມ່ນເພີ່ມຂຶ້ນ 1.975 ຄັນ ເທົ່າກັບ 78,17% ຄິດເປັນເງິນພາສີອາກອນໄດ້ 200 ກວ່າລ້ານກີບ ຂອດການພິຈາລະນາການນຳເຂົ້າໂດຍຍົກເວັ້ນພາສີອາກອນ ພາສີນຳເຂົ້າຈາກອາກອນມູນຄ່າເພີ່ມ ແມ່ນໄດ້ປັບຂັ້ນຕອນນຳເຂົ້າໃຫ້ກະທັດຮັດ ພາກທຸລະກິດສາມາດຮອງຮັບແຜນການນຳເຂົ້າປະຈຳປີໄດ້ ສຳລັບຕົວເລກໃນການຮ່າງແຜນນຳເຂົ້າໂດຍຍົກເວັ້ນພາສີ ເຊິ່ງປີ 2021 ມີ 30 ບໍລິສັດທີ່ໄດ້ຮັບນະໂຍບາຍລວມມູນຄ່າການນຳເຂົ້າຕາມແຜນການ 179 ລ້ານກວ່າໂດລາສະຫະລັດ ໃນນັ້ນ ເປັນວັດຖຸດິບນຳເຂົ້າມາຜະລິດ 92 ລ້ານໂດລາສະຫະລັດ ເຊິ່ງຕົວເລກດັ່ງກ່າວແມ່ນຕົວເລກນະຄອນຫຼວງພິຈາລະນາ ສຳລັບຂັ້ນຂອງສາທາລະນະສຸກແມ່ນໄດ້ຫຼຸດຂັ້ນຂອດລົງ ແລະ ໄດ້ມີການຕັດຮອນຂັ້ນຕອນເອກະສານ ແລະ ຫຼຸດໄລຍະເວລາສັນຈອນເອກະສານໃຫ້ສັ້ນລົງ.

    ທ່ານ ພູຂົງ ບັນນະວົງ ໄດ້ກ່າວວ່າ: ບັນຫາການຜະລິດເປັນສິນຄ້າ ແລະ ການບໍລິການໃນການສົ່ງອອກນີ້ແມ່ນຍັງບໍ່ມີຄວາມເອກະພາບ ແລະ ບໍ່ໂລ່ງລ່ຽນ ສະນັ້ນ ເພື່ອເຮັດໃຫ້ວຽກງານດັ່ງກ່າວໃຫ້ມີຄຸນນະພາບໃຫ້ໂລ່ງລ່ຽນ ສາມາດສົ່ງເສີມການຜະລິດໃຫ້ມີຄວາມສະດວກ ເມື່ອເວລາຜະລິດເປັນສິນຄ້າແລ້ວ ໃຫ້ສາມາດສົ່ງອອກສູ່ຕະຫຼາດພາຍໃນ ແລະ ຕ່າງປະເທດ ເຊິ່ງພາກລັດໃນແຕ່ລະຂະແໜງການແມ່ນມີບົດບາດສຳຄັນ ໂດຍແຕ່ລະຂະແໜງການຕ້ອງໄດ້ເຂົ້າໃຈ ແລະ ມີຄວາມເປັນເອກະພາບຕໍ່ບັນດາກົດໝາຍ ແລະ ນິຕິກຳຕ່າງໆທີ່ກ່ຽວຂ້ອງດັ່ງນັ້ນ ກອງປະຊຸມໃນມື້ນີ້ ມີຄວາມໝາຍສຳຄັນຫຼາຍ ທີ່ພາກລັດຂອງພວກເຮົາທີ່ເປັນຜູ້ໃຫ້ການບໍລິການຮັບໃຊ້ປະຊາຊົນ ກໍຄືຮັບໃຊ້ຜູ້ປະກອບການ ເອື້ອອຳນວຍຄວາມສະດວກໃຫ້ຜູ້ປະກອບການໃຫ້ເຂົາເຈົ້າໄດ້ທຳການຜະລິດ ແລະ ມີໂອກາດໃຫ້ຜູ້ປະກອບການໄດ້ຄ້າຂາຍສົ່ງອອກສູ່ຕະຫຼາດພາຍໃນ ແລະ ຕ່າງປະເທດ ເພາະເຂົາເຈົ້າເປັນຜູ້ສ້າງເງິນພັດທະນາເສດຖະກິດ ສ້າງລາຍຮັບໃຫ້ລັດຖະບານ ເຊິ່ງລັດເປັນພຽງຜູ້ໃຫ້ບໍລິການພາຍໃຕ້ການປະຕິບັດຕາມລະບຽບກົດໝາຍ ແລະ ນິຕິກຳ ສະນັ້ນ ຈຶ່ງມີຄວາມຈຳເປັນຕ້ອງໃຫ້ພາກລັດມີຄວາມເຂົ້າໃຈໄປລວງດຽວກັນ ຕໍ່ກັບນິຕິກຳທີ່ກ່ຽວຂ້ອງຕ່າງໆ ເພື່ອໃຫ້ມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດຮ່ວມກັນເພື່ອອຳນວຍຄວາມສະດວກທາງດ້ານການສົ່ງອອກ.

error: Content is protected !!