ຮົງ​ກົງ ຜະລິດ​ສະ​ເປ​ຂ້າ​ເຊື້ອ COVID-19 ປ້ອງ​ກັນ​ຍາວ​ນານ 90 ວັນ

    ຮົງ​ກົງ​ຈົດ​ສິດທິ​ບັດ ແລະ ເລີ່ມ​ຕົ້ນ​ຜະລິດ​ສະ​ເປ​ຂ້າ​ເຊື້ອ​ໄວ​​ຣັສ ແລະ ແບກ​ທີ​ເຣຍ ຊຶ່ງ​ລວມ​ເຖິງ​ໂຄ​ວິດ-19 ແລະ ສາມາດ​ປ້ອງ​ກັນ ແລະ ຂ້າ​ເຊື້ອ​ໂຣກ​ໄດ້​ຍາວ​ນານ​ເຖິງ 90 ວັນ ຕາມ​ລາຍ​ງານ​ຂອງ Deutsche Welle ແລະ Sky News.

    ສະ​ເປ​ຊະນິດ​ນີ້ ຊື່ວ່າ MAP-1 ພັດທະນາ​ໂດຍ​ມະຫາວິທະຍາໄລ Hong Kong University of Science and Technology ແລະ ເຂົ້າ​ຈົດ​ສິດທິ​ບັດ​ຮຽບ​ຮ້ອຍ​ແລ້ວ ໂດຍ​ຜູ້​ພັດທະນາ​ລະບຸ​ວ່າ ສະ​ເປ​ຂ້າ​ເຊື້ອ​ໂຣກ​ນີ້ ຈະ​ຂ້າ​ເຊື້ອ​ເທິງ​ພື້ນ​ຜິວ​ທີ່​ສີດ​ພົ່ນ​ໄດ້​ນານ​ເຖິງ 90 ວັນ ແລະ ປ້ອງ​ກັນ​ແບກ​ທີ​ເຣຍ ແລະ ໄວ​​ຣັສ ຊຶ່ງ​ລວມ​ເຖິງ​ສາຍ​ພັນ​ທີ່​ເປັນຕົ້ນ​ຕໍ​ຂອງ​ໂຄ​ວິດ-19 ດ້ວຍ ທີ່​ສຳຄັນ ສະ​ເປ​ດັ່ງກ່າວ​ບໍ່​ເປັນ​ອັນຕະລາຍ​ຕໍ່​ຜູ້​ໃຊ້ ແລະ ຈະ​ຢູ່​ເທິງ​ພື້ນ​ຜິວ​ທີ່​ສີດ​ພົ່ນ ເຖິງ​ແມ່ນ​ຈະ​ຜ່ານ​ການ​ສຳຜັດ​ຫຼາຍ​ຄັ້ງ ເຊັ່ນ ປຸ່ມ​ກົດ​ລິ​​ຟ ຮາວ​ຂັ້ນໄດ ຫຼື ຕາມ​ຮາວ​ຈັບ​ຂອງ​ລະບົບ​ຂົນສົ່ງ​ມວນ​ຊົນ.

    ອາຈານ​ໂຈ​ເຊ​​ຟ ຄວອນ (Joseph Kwan) ໜຶ່ງ​ໃນ​ຫົວໜ້າ​ທີມ​ວິໄຈ​ສະ​ເປ​ນີ້ ບອກ​ວ່າ ພື້ນ​ທີ່​ຕ່າງໆ​ທີ່​ໄດ້​ຮັບ​ການ​ສຳຜັດ​ເລື້ອຍໆ ເປັນ​ຕົວ​ກາງ​ໃນ​ການ​ແຜ່​ເຊື້ອ​ໂຣກ​ຕ່າງໆ ແລະ ການ​ສີດ​ພົ່ນ​ນ້ຳ​ຢາ​ຂ້າ​ເຊື້ອ​ຕົວ​ນີ້ ຈະ​ມີ​ປະສິດທິພາບ​ໃນ​ການ​ປ້ອງ​ກັນ​ການ​ແຜ່​ລະບາດ​ຂອງ​ເຊື້ອ​ໂຣກ​ໄດ້​ດີ.

    ທີມ​ວິໄຈ​ໃຊ້​ເວລາ​ກວ່າ 10 ປີ ໃນ​ການ​ພັດທະນາ​ສະ​ເປ MAP-1 ທີ່​ສາມາດ​ຂ້າ​ເຊື້ອ​ແບກ​ທີ​ເຣຍ ໄວ​​ຣັສ ແລະ ສິ່ງ​ມີ​ຊີວິດ​ຂະໜາດ​ນ້ອຍ​ທີ່​ເບິ່ງ​ບໍ່​ເຫັນ​ໄດ້ ໂດຍ​ສະ​ເປ​ຈະ​ມີ​ລະອອງ​ນາ​ໂນ​ແຄບ​ຊູ​​ລ​ທີ່​ປະສົມ​ນ້ຳ​ຢາ​ຂ້າ​ເຊື້ອ ຊຶ່ງ​ແຕກ​ຕ່າງ​ຈາກ​ສະ​ເປ​ຂ້າ​ເຊື້ອ​ທົ່ວ​ໄປ ທີ່​ມີ​ສ່ວນ​ປະສົມ​ຂອງ​ເຫຼົ້າ ແລະ ນ້ຳ​ຢາ​ຊັກ​ຟອກ​ຕ່າງໆ ນອກຈາກ​ນີ້ ຕົວ​ສະ​ເປ​ຍັງ​ມີ​ສານ​ເຄືອບ​ຜິວ​ຊະນິດ​ພິເສດ​ທີ່​ອ່ອນ​ໄຫວ​ຕໍ່​ຄວາມ​ຮ້ອນ ແລະ ຈະ​ປ່ອຍ​ສານ​ຂ້າ​ເຊື້ອ​ເມື່ອ​ມີ​ຄວາມ​ຮ້ອນ​ຈາກ​ການ​ສຳຜັດ​ຂອງ​ມະນຸດ ແລະ ຈະ​ປິດ​ລະບົບ​ຂ້າ​ເຊື້ອ​ເອງ ຫາກ​ບໍ່​ຖືກ​ສຳຜັດ​ເພື່ອ​ຮັກສາ​ປະລິມານ​ນ້ຳ​ຢາ​ຂ້າ​ເຊື້ອ​ໄດ້​ດ້ວຍ​ຕົວ​ມັນ​ເອງ.

    ທາງ​ທີມ​ວິໄຈ​ລະບຸ​ວ່າ ສານ​ເຄືອບ​ພື້ນ​ຜິວ​ຊະນິດ​ນີ້ ໄດ້​ຮັບ​ອະນຸ​ຍາ​​ດ​ຈາກ​ທາງ​ການ​ຮົງ​ກົງ​ໃຫ້​ຜະລິດ​ທາງ​ການ​ຄ້າ​ໄດ້​ເມື່ອ​ເດືອນ​ກຸມພາ​ທີ່​ຜ່ານ​ມາ ຊຶ່ງ​ຈະ​ນຳ​ມາ​ວາງ​ຂາຍ​ຢ່າງ​ເປັນ​ທາງ​ການ ໄລຍະ​ເດືອນ​ພຶດສະພາ​ປີ​ນີ້ ໃນ​ລາຄາ 31 ໂດ​ລາ ຫຼື​ປະມານ 280.000 ກີບ ສຳລັບ​ປະລິມານ 60 ມິນ​ລິ​ລິດ ແລະ 87 ໂດ​ລາ ຫຼື​ປະມານ 784.000 ກີບ ສຳລັບ​ສະ​ເປ​ຂະໜາດ 200 ມິນ​ລິ​ລິດ ແຕ່​ຖ້າ​ເປັນ​ການ​ສີດ​ພົ່ນ​ຂ້າ​ເຊື້ອ​ໃນ​ສະຖານທີ່​ຂະໜາດ​ໃຫຍ່​ຢ່າງ​ໂຮງຮຽນ ໃຊ້​ຕົ້ນ​ທຶນ​ປະມານ 2.500-6.000 ໂດ​ລາ ຫຼື​ປະມານ 22.511.456 – 54.027.494 ກີບ.

    ໂດຍ​ລະຫວ່າງ​ນີ້ ອົງ​ກອນ​ການ​ກຸສົນ​ທ້ອງຖິ່ນ​ຂອງ​ຮົງ​ກົງ ໄດ້​ນຳ​ສະ​ເປ MAP-1 ໄປ​ສີດ​ພົ່ນ​ຕາມ​ເຮືອນ​ຊານ​ຂອງ​ຄົນ​ລາຍ​ໄດ້​ໜ້ອຍ​ໃນ​ຮົງ​ກົງ​ກວ່າ​ພັນ​ຄອບຄົວ ລວມ​ທັງ​ນຳໄປ​ໃຊ້​ຂ້າ​ເຊື້ອ​ໂຣກ​ຕາມ​ຫ້າງ​ສັບພະ​ສິນຄ້າ ໂຮງຮຽນ ແລະ ສູນ​ກີລາ​ໃນ​ຮົງ​ກົງ​ແລ້ວ.

error: Content is protected !!