ທ່ານຮອງປະທານ ສນຊ ພົບປະຢ້ຽມຢາມການນໍາແຂວງເຊີນລາ

    ຄະນະຜູ້ແທນສູນກາງແນວລາວສ້າງຊາດ (ສນຊ) ແລະ ຜູ້ແທນແຂວງຫົວພັນ ນໍາໂດຍທ່ານ ສຈ. ປອ ອ໋ອດ ພົງສະຫວັນ ຮອງປະທານ ສນຊ ບໍ່ປະຈໍາການ ເຂົ້າພົບປະແລກປ່ຽນບົດຮຽນກັບການນໍາ ແຂວງເຊີນລາ ສສ ຫວຽດນາມ ວັນທີ 22 ມິຖຸນາ 2022 ຢູ່ຫ້ອງການວ່າພັກແຂວງເຊີນລາ ໂດຍການຕ້ອນຮັບຂອງທ່ານ ລໍ່ມີງຮຸ່ງ ຮອງເລຂາພັກແຂວງ ຮອງເຈົ້າແຂວງເຊີນລາ ທ່ານ ຫງວຽນແທັງກົງ ຮອງເຈົ້າແຂວງເຊີນລາ ທ່ານ ຫວີດືກ ທໍ້ ຄະນະປະຈໍາພັກແຂວງ ປະທານແນວໂຮມປະເທດຊາດຫວຽດນາມ ແຂວງເຊີນລາ ພ້ອມດ້ວຍພະນັກງານກ່ຽວຂ້ອງ ເຂົ້າຮ່ວມ.

    ທ່ານ ລໍ່ມີງຮຸ່ງ ໄດ້ຕີລາຄາສູງຕໍ່ຄະນະຜູ້ແທນ ສນຊ ແລະ ຜູ້ແທນແຂວງຫົວພັນ ທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊີນລາໃນຄັ້ງນີ້ ເພື່ອເພີ່ມທະວີການຮ່ວມມື ແລກປ່ຽນບົດຮຽນດ້ານວິຊາການ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນໃນຂົງເຂດຕ່າງໆທີ່ໃຫ້ຄວາມສົນໃຈ  ເຊິ່ງສອງຝ່າຍຈະສືບຕໍ່ສົມທົບກັນໃຫ້ແໜ້ນແຟ້ນກວ່າເກົ່າ ເພື່ອປືກສາຫາລື ຊ່ວຍເຫຼືອ ແລະ ຮ່ວມມືກັນດ້ານເສດຖະກິດ ລະຫວ່າງແຂວງຫົວພັນ ກັບແຂວງເຊີນລາ ທີ່ໄດ້ລົງນາມບົດບັນທຶກການຮ່ວມມືຂອງຄະນະຜູ້ແທນແຂວງຫົວພັນ ແລະ ແຂວງເຊີນລາ ໃນປີ 2019 ເພື່ອຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນກວ່າເກົ່າ ພ້ອມນີ້ ທ່ານ ລໍ່ມີງຮຸ່ງ ຍັງໄດ້ລາຍງານສະພາບລວມຂອງແຂວງເຊີນລາ ໂດຍສະເພາະ ຂົງເຂດການພັດທະນາເສດຖະກິດ-ສັງຄົມ ວັດທະນະທໍາ ການສຶກສາ ກະສິກໍາ ແລະ ອຸດສາຫະກໍາ ໃຫ້ຄະນະຜູ້ແທນລາວຮັບຊາບ.

    ທ່ານ ສຈ ປອ ອ໋ອດ ພົງສະຫວັນ ໄດ້ສະແດງຄວາມຂອບໃຈຕໍ່ທ່ານຮອງເຈົ້າແຂວງເຊີນລາ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ໄດ້ລາຍງານຈຸດປະສົງໃນການມາຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້ ພ້ອມທັງແຈ້ງວາລະການເຄື່ອນໄຫວໃຫ້ຄະນະຜູ້ແທນແຂວງເຊີນລາຮັບຊາບຕື່ມອີກ.

    ໂອກາດນີ້ ສອງຝ່າຍຍັງໄດ້ແລກປ່ຽນບົດຮຽນດ້ານກະສິກໍາ ໂດຍສະເພາະປຶກສາຫາລືຄວາມເປັນໄປໄດ້ໃຫ້ແຂວງເຊີນລາ ປຸກລະດົມນັກທຸລະກິດມາລົງທຶນຢູ່ແຂວງຫົວພັນ ເຊິ່ງແຂວງຫົວພັນສະເໜີຢາກໄດ້ໂຮງງານອົບແຫ້ງໝາກລໍາໄຍ ໂຮງງານເຮັດກະປ່ອງໝາກມ່ວງ ໝາກນັດ ປຸ໋ຍ ຢາວັກແຊັງປ້ອງກັນພະຍາດຂອງສັດລ້ຽງຈາກແຂວງເຊີນລາ ນອກນີ້ ຝ່າຍລາວຍັງສະເໜີຂໍການເຝິກອົບຮົມດ້ານວິຊາການໃນການປຸງແຕ່ງ ການນໍາໃຊ້ປຸ໋ຍ ແລະ ຊ່ຽວຊານໃນດ້ານການປູກຝັງ-ລ້ຽງສັດ.

# ສະບາໄພ – ນໍາສະເໜີ

error: Content is protected !!