ລັດຖະບານສຸມໃສ່ແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນດ້ວຍຫຼາຍຮູບແບບ

    ໃນວາລະການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 23 ມິຖຸນາ 2022 ເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໃນນັ້ນ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ໄດ້ຊີ້ແຈງວຽກງານລັດຖະບານຕໍ່ກອງປະຊຸມດັ່ງກ່າວ ບາງຕອນໃຫ້ຮູ້ວ່າ: ສາເຫດຄວາມຫຍຸ້ງຍາກຂອງສະພາບເສດຖະກິດໃນປະເທດເຮົາໃນປັດຈຸບັນ ແມ່ນເກີດຈາກ 2 ສາຍເຫດຫຼັກຄື ສາເຫດນອກຕົວ ແມ່ນຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ແລະ ສະພາບວິກິດເສດຖະກິດໂລກທີ່ເກີດຈາກການຂວໍ້າບາດຂອງປະເທດຕາເວັນຕົກທາງເສດຖະກິດຕໍ່ຣັດເຊຍ ສ່ວນສາເຫດໃນຕົວແມ່ນຍ້ອນຢູ່ພາຍໃນຍັງບໍ່ມີຄວາມສະດຸ້ງໄວໃນການແກ້ໄຂບັນຫາ ຫຼືບໍ່ຢາກປ່ຽນແປງໄປສູ່ອັນໃໝ່ ແຕ່ແນວໃດກໍຕາມ ລັດຖະບານໄດ້ເອົາໃຈໃສ່ຢ່າງໃກ້ຊິດ ໃນການແກ້ໄຂບັນຫາຄວາມຫຍຸ້ງຍາກດັ່ງກ່າວ ໂດຍສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດມາດຕະການ ເປົ້າໝາຍ ແລະ ຄາດໝາຍຕ່າງໆທີ່ໄດ້ກໍານົດໄວ້ໃນວາລະແຫ່ງຊາດກ່ຽວກັບການແກ້ໄຂສະພາບເສດຖະກິດ-ການເງິນ ບົນພື້ນຖານຍືດໝັ້ນຫຼັກການເດັດຂາດ ໂປ່ງໃສ ແລະ ມືອາຊີບ ໃຫ້ມີປະສິດທິຜົນ ສ່ວນບາງມາດຕະການຕົວຈິງໃນສະເພາະໜ້ານັ້ນ ລັດຖະບານໄດ້ເພີ່ມທະວີຄວາມເດັດຂາດໃນການຄຸ້ມຄອງເງິນຕາຕ່າງປະເທດ ຮ້ານແລກປ່ຽນ ແລະ ປະຕິບັດວິໄນເຂັ້ມງວດຕໍ່ຜູ້ລະເມີດລະບຽບກົດໝາຍ. 

    ປັດຈຸບັນ ທະນາຄານແຫ່ງ ສປປ ລາວ ກໍາລັງຫັນເອົາຮ້ານແລກປ່ຽນເງິນຕາທັງໝົດໃຫ້ເຂົ້າສັງກັດທະນາຄານທຸລະກິດ ເພື່ອໃຫ້ອັດຕາການແລກປ່ຽນສອດຄ່ອງຕາມອັດຕາຊີ້ນໍາຂອງທະນາຄານແຫ່ງ ສປປ ລາວ ນອກນີ້ ລັດຖະບານໄດ້ອອກພັນທະບັດຈໍາໜ່າຍແກ່ສັງຄົມ ເພື່ອດຶງດູດແຫຼ່ງທຶນສະກຸນເງິນກີບຈາກສັງຄົມເຂົ້າສູ່ທະນາຄານ ຈາກການອອກພັນທະບັດດັ່ງກ່າວ ໄດ້ເຮັດໃຫ້ອັດຕາແລກປ່ຽນປັບລົງເລື້ອຍໆ ສ່ວນການແກ້ໄຂວິກິດນໍ້າມັນເຊື້ອໄຟນັ້ນ ລັດຖະບານໄດ້ປັບໂຄງສ້າງລາຄານໍ້າມັນຕາມຂອບເຂດທີ່ຄະນະປະຈໍາສະພາແຫ່ງຊາດໄດ້ອະນຸມັດ ໂດຍໄດ້ປັບຈາກອາກອນຊົມໃຊ້ຈາກ 11% ມາເປັນຂອບອັດຕາຈັດຕັ້ງປະຕິບັດຕົວຈິງແຕ່ 0-11% ສ່ວນແອັດຊັງທຳມະດາຈາກ 16% ມາເປັນຂອບຈັດຕັ້ງປະຕິບັດຕົວຈິງແຕ່ 0-16% ເຊິ່ງຄະນະປະຈຳສະພາແຫ່ງຊາດ ໄດ້ຕົກລົງໃຫ້ລັດຖະບານເອົາເອງໃນຂອບດັ່ງກ່າວ ພ້ອມທັງໄດ້ໃຫ້ສິນເຊື່ອແກ່ບໍລິສັດນໍ້າມັນເຊື້ອໄຟລາວເພື່ອເປັນຕົວແທນຂອງບັນດາບໍລິສັດນຳເຂົ້ານ້ຳມັນ ເພື່ອຈັດຊື້ນໍ້າມັນມາສະໜອງໃຫ້ສັງຄົມ ແລະ ມອບໃຫ້ 4 ບໍລິສັດໃຫ້ເປັນຕົວແທນນໍາເຂົ້ານໍ້າມັນເປັນຜູ້ຄຸ້ມຄອງການຈັດຊື້ນໍ້າມັນເຊື້ອໄຟເພື່ອມາສະໜອງໃຫ້ແກ່ສັງຄົມ ເຖິງວ່າຈະບໍ່ປົກກະຕິຄືຜ່ານມາ ແຕ່ກໍຈະຜ່ອນຄາຍລົງ ນອກນີ້ ລັດຖະບານມີແຜນຊອກວິທີທາງອື່ນໃນການຈັດຫານໍ້າມັນເຊື້ອໄຟເພື່ອສະໜອງໃຫ້ສັງຄົມໃນໄລຍະຍາວ ສ່ວນລາຄານໍ້າມັນເຊື້ອໄຟ ແມ່ນຈະໃຫ້ເປັນໄປຕາມລາຄານໍ້າມັນໃນຕະຫຼາດໂລກ. 

    ນອກຈາກນີ້ ລັດຖະບານຈະຖອດຖອນບົດຮຽນເພື່ອປັບໂຄງສ້າງການນໍາເຂົ້າສິນຄ້າປະເພດຕ່າງໆ ເພື່ອຫຼຸດຜ່ອນການໄຫຼອອກຂອງເງິນຕາຕ່າງປະເທດ ໂດຍຈະກໍານົດຕາມຄວາມເປັນຈິງວ່າ ສິນຄ້າປະເພດໃດທີ່ພວກເຮົາມີ ຫຼື ຜະລິດໄດ້ ແມ່ນອາດໂຈະການນໍາເຂົ້າ ພ້ອມກັນນັ້ນ ລັດຖະບານຈະສືບຕໍ່ແກ້ໄຂບັນດາປາກົດການຫຍໍ້ທໍ້ຕ່າງໆຂອງພະນັກງານ-ລັດຖະກອນ ແລະ ເຈົ້າໜ້າທີ່ທີ່ມີພຶດຕິກໍາສວຍໃຊ້ໜ້າທີ່ຕຳແໜ່ງ ສວຍໂອກາດໃນສະພາບທີ່ປະເທດຊາດພົບຄວາມຫຍຸ້ງຍາກທາງດ້ານເສດຖະກິດດັ່ງໃນປັດຈຸບັນນີ້ ແລະ ຢຶນຢັນຈະເປີດໃຈຮັບຟັງຄໍາຕໍານິຕິສົ່ງຂ່າວຢ່າງຈິງໃຈ ກົງໄປ ກົງມາ ສ້າງສັນທີ່ເປັນປະໂຫຍດຈາກສັງຄົມ ເພື່ອເປັນພື້ນຖານໃນການປັບປຸງລະບົບການເຮັດວຽກຂອງລັດຖະບານໃຫ້ດີກວ່າເກົ່າໃນຕໍ່ໜ້າ ໂອກາດນີ້ ທ່ານນາຍົກຍັງຮຽກຮ້ອງໃຫ້ປະຊາຊົນລາວບັນດາເຜົ່າ ຈົ່ງບໍລິໂພກຂໍ້ມູນ-ຂ່າວສານຈາກສື່ສັງຄົມອອນລາຍຢ່າງມີສະຕິ ຕ້ອງມີການກັ່ນຕອງເບິ່ງເຫດ ແລະ ຜົນກ່ອນຈະແບ່ງປັນຂໍ້ມູນຂ່າວສານດັ່ງກ່າວນັ້ນ ແລະ ໃຫ້ຢຸດຕິການປ່ອຍຂ່າວບິດເບືອນ ທັບຖົມໂຈມຕີ ບິດເບືອນຂໍ້ມູນຄວາມຈິງ ສ້າງຄວາມແຕກຕື່ນໃຫ້ແກ່ສັງຄົມ ແລະ ອື່ນໆ.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!