ແບ່ງນໍ້າໃຈໄປຊ່ວຍເຫຼືອປະຊາຊົນທຸກຍາກຢູ່ບ້ານຜາລະແວກ

    ໂດຍເຫັນໄດ້ຄວາມສໍາຄັນຂອງການດໍາລົງຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໂດຍສະເພາະ ປະຊາຊົນຜູ້ທີ່ທຸກຍາກຢູ່ເຂດຫ່າງໄກສອກຫຼີກໃນຜ່ານມາ ໄດ້ມີຫຼາຍພາກສ່ວນທັງພາກລັດ ພາກເອກະຊົນ ນິຕິບຸກຄົນ ຫົວໜ່ວຍທຸລະກິດ ຕະຫຼອດຮອດປະຊາຊົນລາວບັນດາເຜົ່າທັງຢູ່ພາຍໃນ ແລະ ຕ່າງປະເທດ ລວມທັງອົງການຈັດຕັ້ງສາກົນ ໄດ້ໃຫ້ການຊ່ວຍເຫຼືອຢ່າງຫຼວງຫຼາຍ ແລະ ຕໍ່ເນື່ອງຕະຫຼອດມາ ໃນນັ້ນກໍມີໂຄງການຈິດອາສາພັດທະນາຊີວິດການເປັນຢູ່ໃຫ້ປະຊາຊົນບ້ານຜາລະແວກ ເມືອງຮົ່ມ ແຂວງໄຊສົມບູນ ລະຫວ່າງຄອບຄົວການນຳ ຮ່ວມກັບພາກກທຸລະກິດ ກໍໄດ້ມີສ່ວນຮ່ວມເຊັ່ນດຽວກັນ ທັງນີ້ ກໍເປັນການແບ່ງນໍ້າໃຈໄປຊ່ວຍເຫຼືອຜູ້ທີ່ດ້ອຍໂອກາດກວ່າເຮົາ ຄົນລາວຮັກແພງກັນ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ.

    ວັນທີ 20 ມິຖຸນາ 2022 ທ່ານ ນາງ ນາລີ ສີສຸລິດ ພັນລະຍາປະທານປະເທດ ປະທານທີ່ປຶກສາກິດຕິມະສັກໂຄງການ ແລະ ທ່ານ ນາງ ອິນແປງ ຊາມຸນຕີ ປະທານໂຄງການຈິດອາສາພັດທະນາຊີວິດການເປັນຢູ່ໃຫ້ປະຊາຊົນບ້ານຜາລະແວກ ເມືອງຮົ່ມ ແຂວງໄຊສົມບູນ ລະຫວ່າງຄອບຄົວການນຳຮ່ວມກັບພາກກທຸລະກິດ ພ້ອມດ້ວຍຄອບຄົວການນຳ ນັກທຸລະກິດ ແລະ ມູນນິທິໄດ້ນຳເອົາເຄື່ອງຊ່ວຍເຫຼືອໄປມອບໃຫ້ 14 ຄອບຄົວປະຊາຊົນຜູ້ທຸກຍາກຢູ່ບ້ານຜາລະແວກ ເມືອງຮົ່ມ ແຂວງໄຊສົມບູນ ກ່າວຮັບໂດຍທ່ານຮອງນາຍບ້ານຜາລະແວກ ມີພະເຖລານຸເຖລະ ທ່ານ ພອຍຄຳ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ທ່ານ ຄໍາເພັດ ດວງມາລາ ເຈົ້າເມືອງຮົ່ມ ບັນດາການນຳແຂວງ ການນຳເມືອງ ຄອບຄົວການນຳຂັ້ນສູງ ນັກທຸລະກິດ ມູນນິທິ ພະແນກການ ຫ້ອງການກ່ຽວຂ້ອງ ແລະ ອຳນາດການປົກຄອງບ້ານຜາລະແວກເຂົ້າຮ່ວມ.

    ສໍາລັບເຄື່ອງທີ່ມາຊ່ວຍເຫຼືອປະຊາຊົນທຸກຍາກຢູ່ບ້ານຜາລະແວກຄັ້ງນີ້ ມີເຄື່ອງໃຊ້ສອຍທີ່ຈໍາເປັນຮັບໃຊ້ຄອບຄົວເປັນຕົ້ນ ເຄື່ອງອຸປະໂພກ-ບໍລິໂພກ ສະເພາະເຄື່ອງຊ່ວຍເຫຼືອຈາກໂຄງການຈິດອາສາ ແມ່ນໄດ້ຈາກການປະກອບສ່ວນຂອງສັງຄົມຊາວນະຄອນຫຼວງວຽງຈັນ ໂດຍສະເພາະ ອຳນາດການປົກຄອງເມືອງໄຊທານີ ປະຊາຊົນບ້ານໄຊສົມບູນ ພະອາຈານ ເພັດ ພຸດທະປັນຍາ ເຈົ້າອະທິການວັດສີຣິມຸງຄຸນ ໄຊສົມບູນເກົ່າ ເມືອງໄຊທານີ ແລະ ພະອາຈານ ດາວສະເດັດ ເລີດມະນີ ເຈົ້າອະທິການວັດໃໝ່ໂຊກຄຳ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ປະກອບມີ ເກືອ ເຄື່ອງນຸ່ງຫົ່ມ ໂສ້ງເສື້ອມືສອງ ເສື່ອນອນ ໝອນ ຜ້າຫົ່ມ ຖ້ວຍ ພາເຂົ້າ ຄຸ ແລະ ໂອຕັກນໍ້າ ລວມມູນຄ່າປະມານ 6 ລ້ານກີບ ນອກນີ້ ຍັງມີເຄື່ອງສົມທົບຈາກຄອບຄົບການນໍາຂັ້ນສູງ ມູນຄ່າ 4 ລ້ານກີບ ແລະ ມູນນິທິແມ່ຍິງລາວກ້າວໜ້າເພື່ອພັດທະນາຊ່ວຍເຫຼືອສັງຄົມ ຮ່ວມກັບສະມາຄົມເຊີນເຈີນປະເທດຈີນ ມູນຄ່າ 21ລ້ານ ກີບ.

.

# ຂ່າວ – ພາບ : ຂັນທະວີ

error: Content is protected !!