ສຸມໃສ່ຈັດຕັ້ງປະຕິບັດວຽກຄວາມກ້າວໜ້າຂອງແມ່ຍິງ ແລະ ວຽກແມ່-ເດັກ

    ກອງປະຊຸມຄັ້ງນີ້ ໄດ້ເຫັນດີເປັນເອກະພາບໃຫ້ມີການປັບປຸງບັນດານິຕິກຳ ກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ຄຊກມດ ຄກມດ ແລະ ເສນາທິການຊ່ວຍວຽກແຕ່ລະຂັ້ນ ໃນນີ້ ຄຊກມດ ເປັນການຈັດຕັ້ງຂອງລັດຖະບານທີ່ບໍ່ປະຈໍາການ ມີຮອງນາຍົກລັດຖະມົນຕີເປັນປະທານ ປະກອບມີປະທານສະຫະພັນແມ່ຍິງລາວ ຮອງລັດຖະມົນຕີ ຮອງປະທານ ອົງການ ເຂົ້າໃນຄະນະກຳມະການເຮັດໜ້າທີ່ຄຸ້ມຄອງ ການປະສານງານ ການຕິດຕາມຊຸກຍຸ້ ແລະ ການລາຍງານ ການຈັດຕັ້ງປະຕິບັດວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ແລະ ການປະຕິບັດພັນທະພາຄີຕໍ່ສົນທິສັນຍາວ່າດ້ວຍການລຶບລ້າງທຸກຮູບແບບການຈໍາແນກຕໍ່ແມ່ຍິງ ສົນທິສັນຍາວ່າດ້ວຍສິດທິເດັກ ແລະ ບັນດາສົນທິສັນຍາສາກົນອື່ນໆທີ່ຕິດພັນກັບສິດທິຂອງແມ່ຍິງ ແລະ ເດັກ.

    ຄຊກມດ ຈະສຸມໃສ່ການຈັດຕັ້ງປະຕິບັດວຽກຄວາມກ້າວໜ້າຂອງແມ່ຍິງ ແລະ ວຽກແມ່ ແລະ ເດັກ 4 ປີ (2022-2025) ສຸມໃສ່:

  1. ຈັດຕັ້ງປະຕິບັດແຜນດຳເນີນງານແຫ່ງຊາດເພື່ອຄວາມສະເໝີພາບຍິງ-ຊາຍ 5 ປີ ຄັ້ງທີ IV (2021-2025) ໂດຍສະເພາະ ຂົງເຂດສຶກສາທິການ ແລະ ກີລາຂົງເຂດສາທາລະນະສຸກ ຂົງເຂດແຮງງານ ແລະ ການປົກປ້ອງທາງສັງຄົມ ຂົງເຂດເສດຖະກິດແມ່ຍິງໃນຕໍາແໜ່ງນຳພາຄຸ້ມຄອງ ແລະ ການຫຼຸດຜ່ອນຄວາມສ່ຽງຈາກໄພພິບັດທຳມະຊາດ
  2. ຈັດຕັ້ງປະຕິບັດ ແຜນດໍາເນີນງານເພື່ອແມ່ ແລະ ເດັກ 5 ປີ ຄັ້ງທີ III (2021-2025) ການສົ່ງເສີມ ປົກປ້ອງ ແລະ ສ້າງໂອກາດທີ່ເທົ່າທຽມກັນແກ່ເດັກ ແລະ ເສີມຂະຫຍາຍຄວາມເປັນຢູ່ທີ່ດີຂອງເດັກ ຫຼຸດຜ່ອນຈໍານວນເດັກທີ່ທຸກຍາກ ແລະ ດ້ອຍໂອກາດໃນຫຼາຍໆດ້ານ ຫຼື ເດັກທີ່ຢູ່ໃນຄົວເຮືອນທີ່ທຸກຍາກ ຢູ່ ສປປ ລາວ
  3. ຈັດຕັ້ງປະຕິບັດແຜນດຳເນີນງານແຫ່ງຊາດ ເພື່ອປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ຄວາມຮຸນແຮງຕໍ່ເດັກ 5 ປີ ຄັ້ງທີ II (2021-2025) ໂດຍເນັ້ນໃສ່ການປ້ອງກັນບໍ່ໃຫ້ເກີດຄວາມຮຸນແຮງ ແລະ ຮັບຄໍາສະເໜີ ປົກປ້ອງ ແລະ ຊ່ວຍເຫຼືອຜູ້ທີ່ຖືກເຄາະຮ້າຍຈາກຄວາມຮຸນແຮງ ໃຫ້ໄດ້ເຂົ້າເຖິງການບໍລິການທາງດ້ານສຸຂະພາບ ດ້ານຍຸຕິທຳ ແລະ ຕໍາຫຼວດ (ການຊ່ວຍເຫຼືອດ້ານກົດໝາຍ ການສືບສວນ-ສອບສວນ ແລະ ການພິຈາລະນາຄະດີ) ແລະ ການຊ່ວຍເຫຼືອທາງສັງຄົມ (ການໃຫ້ຄໍາປຶກສາ ທີ່ພັກເຊົາຊົ່ວຄາວທີ່ປອດໄພ ການເບິ່ງແຍງລ້ຽງດູເດັກ ການແພດ ເສດຖະກິດ ການສຶກສາ ແລະ ເຝິກອົບຮົມວິຊາຊີບ ການກັບຄືນສູ່ຄອບຄົວ ແລະ ສັງຄົມ)
  4. ຂຽນ ແລະ ສົ່ງບົດລາຍງານແຫ່ງຊາດ ປະຈໍາໄລຍະທີ 10 ການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍການລຶບລ້າງທຸກຮູບແບບການຈໍາແນກຕໍ່ແມ່ຍິງ  ແລະ ບົດລາຍງານແຫ່ງຊາດປະຈໍາໄລຍະທີ 7 ການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍສິດທິເດັກ ຢູ່ ສປປ ລາວ ສົ່ງໃຫ້ ສປຊ ໃນປີ 2022 ແລະ 2023 ຕາມລຳດັບ
  5. ຮຽບຮຽງ ທົບທວນບັນດາກົດໝາຍທີ່ມີຢູ່ວ່າ ສະບັບໃດສອດຄ່ອງກັບສົນທິສັນຍາ ຊີດໍ ແລະ ສົນທິສັນຍາສິດທິເດັກ ແລະ ກົດໝາຍສະບັບທີ່ຍັງຈໍາກັດ ທີ່ຕ້ອງເຊື່ອມເຂົ້າໄປໃນບາງມາດຕາຕາມພັນທະທີ່ລັດຖະບານມີຕໍ່ສາກົນ
  6. ສ້າງຄູ່ມືຈໍານວນໜຶ່ງ ເປັນບ່ອນອີງໃນການເຝິກອົບຮົມໃຫ້ກັບບັນດາ ຄກມດ ໃນການຈັດຕັ້ງປະຕິບັດສົນທິສັນຍາຊີດໍ ແລະ ສິດທິເດັກ ລວມທັງວຽກຕ່າງໆທີ່ຕິດພັນກັບການສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ການສົ່ງເສີມ ແລະ ປົກປ້ອງເດັກ
  7. ສ້າງເອກະສານສຳລັບການໂຄງສະນາ ເປັນຕົ້ນ ເຊັ່ນ:​ໂປສເຕີ ແຜ່ນພັບ ສະປອດໂຄສະນາ ບົດຄວາມຕ່າງໆ ລະຄອນ ແລະ ບົດເພງ ຜ່ານວິທະຍຸ ໂທລະພາບ ໜັງສືພິມ ແລະ ສື່ອອນລາຍຕ່າງໆ ໃຫ້ກວ້າງຂວາງໃນທົ່ວສັງຄົມ ແລະ ລົງເລິກເຖິງຜູ້ຫ່າງໄກສອກຫຼີກ ໂດຍນຳໃຊ້ໂທລະໂຄ່ງຂອງບ້ານ ແລະ ພາສາທ້ອງຖິ່ນ
  8. ສຶກສາຄົ້ນຄ້ວາທີ່ຕິດພັນກັບບັນຫາຂອງຄວາມສະເໝີພາບຍິງ-ຊາຍ ແລະ ເດັກ ພ້ອມທັງປັບປຸງ/ສ້າງຖານຂໍ້ມູນທີ່ເປັນເອກະພາບທົ່ວປະເທດ ແລະ ເຊື່ອມເຂົ້າໃນຖານຂໍ້ມູນຂອງແຕ່ລະຂົງເຂດ ລວມທັງບົດສຳຫຼວດລະດັບຊາດທີ່ຕ້ອງເຊື່ອມເອົາຕົວຊີ້ບອກບົດບາດຍິງ-ຊາຍ ແລະ ການພັດທະນາເດັກເຂົ້າໃນເຄື່ອງການສຳຫຼວດ.

# ຂ່າວ – ພາບ :  ເພັດສະໝອນ

error: Content is protected !!