ໄຊພູທອງ ມີແຜນປູກໄມ້ 50 ເຮັກຕາ ເພີ່ມຊັບພະຍາກອນປ່າໄມ້

ທ່ານ ບຸນ​ມາ ເທບ​ພູ­ໄຊ ຫົວ­ໜ້າ​ຫ້ອງ­ການ​ກະ­ສິ­ກຳ-ປ່າ­ໄມ້​ເມືອງ​ໄຊ​ພູ​ທອງ ແຂວງ​ສະ­ຫວັນ​ນະ​ເຂດ ໄດ້​ໃຫ້​ສຳ­ພາດ​ວັນ​ທີ 27 ພຶດ­ສະ­ພາ 2020 ນີ້​ວ່າ: ປີ​ນີ້ ເມືອງ​ໄຊ​ພູ​ທອງ ​ໄດ້​ມີ​ຄວາມ​ພະ­ຍາ­ຍາມ​ ເພື່ອ​ເຮັດ​ໃຫ້​ຊັບ­ພະ­ຍາ­ກອນ​ປ່າ­ໄມ້​ເພີ່ມ​ຂື້ນ ​ໃນ​ແຕ່​ລະ​ປີ ແລະ ສ້າງ​ຄວາມ​ອຸ­ດົມ­ສົມ­ບູນ​ແກ່​ທຳ​ມະ​ຊາດ ໂດຍ​ເອົາ­ໃຈ­ໃສ່​ປູກ​ໄມ້ ເຊິ່ງ​ປີ​ນີ້​ມີ​ແຜນ​ປູກ​ໄມ້ 50 ເຮັກ­ຕາ ໂດຍ​ມີ​ການ​ກະ­ກຽມ​ເບ້ຍ​ໄມ້​ຊະ­ນິດ​ຕ່າງໆ ເຊັ່ນ​ວ່າ: ໄມ້​ແຕ້​ຂ່າ ໄມ້­ຍາງ ໄມ້​ຄູນ ແລະ ໄມ້​ອື່ນໆ ເພື່ອ​ສະ­ໜອງ​ໃຫ້​ແກ່​ການ​ປູກ​ໄມ້​ໃນ​ປີ​ນີ້​ຈຳ­ນວນ 3.359 ເບ້ຍ.

ທ່ານ ບຸນ​ມາ ເທບ​ພູ­ໄຊ ກ່າວ​ຕື່ມ​ອີ​ກວ່າ: ນອກ­ຈາກ​ວຽກ​ງານ​ປູກ​ຕົ້ນ­ໄມ້​ແລ້ວ ສຳ­ລັບ​ຟື້ນ​ຟູ​ປ່າ​ປີ​ນີ້ ເມືອງ​ໄຊ​ພູ​ທອງ ແມ່ນ​ຕັ້ງ​ເປົ້າ​ໝາຍ​ໃຫ້​ໄດ້ 50 ເຮັກ­ຕາ ໃນ​ນັ້ນ ຈະ​ພື້ນ​ພູ​ປ່າ​ເຂດ​ບ້ານ​ດອນ​ສະ​ໂນດ 5 ເຮັກ­ຕາ ນອກ­ຈາກ​ນັ້ນ ຫ້ອງ­ການ​ກະ­ສິ­ກຳ-ປ່າ­ໄມ້​ເມືອງ ກໍ​ໄດ້​ສົມ­ທົບ​ກັບ​ອຳ­ນາດ​ການ​ປົກ­ຄອງ​ບ້ານ ປູກ​ຕາມ​ສາຍ​ທາງ​ພາຍ​ໃນ​ເມືອງ ສຳ­ລັບ​ພິ­ທີ​ປູກ​ໄມ້​ຂອງ​ເມືອງ​ໄຊ​ພູ​ທອງ​ແມ່ນ​ຈະ​ໄດ້​ຈັດ​ຂື້ນ ​ໃນ​ວັນ​ທີ 1 ມີ​ຖຸ​ນາ ທີ່​ຈະ​ມາ​ເຖິງ​ນີ້ ຢູ່​ທີ່​ບ້ານ​ດອນ​ສະ​ໂນດ.

# ຂ່າວ & ພາບ: ຂັນ​ທະ­ວີ

error: Content is protected !!