ມອບເງິນເກືອບ 50 ລ້ານກີບ ຊ່ວຍສ້າງທາງໂຮງຮຽນ ມ.ປາຍ ທ່າເດື່ອ

    ນັບຕັ້ງແຕ່ໄດ້ເລີ່ມການກໍ່ສ້າງເສັ້ນທາງເບຕົງເສີມເຫຼັກເຂົ້າຫາໂຮງຮຽນ ມ.ປາຍ ທ່າເດື່ອ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ແຕ່ສາມແຍກເສັ້ນທາງທ່າເດື່ອ A11 ຕອນໃຕ້ ມີຄວາມຍາວ 600 ກວ່າແມັດ ໂດຍການສົມທົບຮ່ວມສ້າງລະຫວ່າງອົງການປົກຄອງເມືອງຫາດຊາຍຟອງ ອົງການພຸດທະສາສະໜາສຳພັນລາວ ເມືອງ ແລະ ການຮ່ວມແຮງຮ່ວມໃຈຈາກນັກທຸລະກິດສິດເກົ່າໂຮງຮຽນ ແລະ ພໍ່ແມ່ປະຊາຊົນ ພາຍໃນເມືອງ ເຖິງປັດຈຸບັນການກໍ່ສ້າງດັ່ງກ່າວມີຄວາມຄືບໜ້າຫຼາຍເທົ່າທີ່ຄວນ ຄາດວ່າຈະສຳເລັດ ແລະ ສາມາດນຳໃຊ້ໄດ້ໃນມໍ່ໆນີ້.

    ວັນທີ 23 ມິຖຸນາ 2022 ທີ່ສຳນັກງານປົກຄອງເມືອງຫາດຊາຍຟອງ ທ່ານ ບຸນເພັງ ສີນະວົງພອນ ເຈົ້າເມືອງຫາດຊາຍຟອງ ພ້ອມດ້ວຍຄະນະຮັບຜິດຊອບ ໄດ້ໃຫ້ການຕ້ອນຮັບ ແລະ ກ່າວຮັບເອົາການຊ່ວຍເຫຼືອມອບເງີນປະກອບສ່ວນຈາກ ບໍລິສັດ ນະຄອນຫຼວງອຸດສາຫະກຳເຫຼັກ ຈຳກັດ ຈຳນວນ 40 ລ້ານກວ່າກີບ ເພື່ອສົມທົບທຶນເຂົ້າໃນການກໍ່ສ້າງເສັ້ນທາງເບຕົງໃຫ້ສຳເລັດຕາມແຜນທີ່ຄາດການໄວ້ ກ່າວມອບໂດຍທ່ານ ສອນສະຫວັນ ສຸກດາລາ ຮອງຜູ້ອຳນວຍການບໍລິສັດ ນະຄອນຫຼວງອຸດສາຫະກຳເຫຼັກ ຈຳກັດ ພ້ອມຄະນະ ພ້ອມນີ້ ທາງບໍລິສັດຍັງໄດ້ກ່າວວ່າ: ພວກເຮົາແມ່ນມີຄວາມຍິນດີທີ່ຈະໃຫ້ການຊ່ວຍເຫຼືອຕາມການສະເໜີຂອງອົງການປົກຄອງເມືອງຫາດຊາຍຟອງ ແຕ່ຢູ່ໃນເງື່ອນໄຂທີ່ຈຳເປັນ ແລະ ຄວາມສາມາດຂອງບໍລິສັດ ແລະ ພ້ອມທີ່ຈະເປັນສ່ວນໜຶ່ງໃນການປະກອບສ່ວນສ້າງສາພັດທະນາສັງຄົມ ໂດຍສະເພາະດ້ານພື້ນຖານໂຄງລ່າງ ເພື່ອຮັບປະກັນໃຫ້ມີຄວາມເຂັ້ມແຂງທາງດ້ານກາມຄົມມະນາຄົມ ໃນໂອກາດນີ້ ທ່ານເຈົ້າເມືອງຫາດຊາຍຟອງ ໄດ້ຕາງໜ້າໃຫ້ອົງການປົກຄອງເມືອງ ກ່າວສະແດງຄວາມຊົມເຊີຍຍ້ອງຍໍ ຂອບໃຈບໍລິສັດທີ່ໄດ້ໃຫ້ການຊ່ວຍເຫຼືອ ເຊິ່ງເຫັນໄດ້ຄວາມສໍາຄັນທີ່ຈຳເປັນໃນການພັດທະນາ ເພື່ອເປັນສ່ວນໜື່ງ ແລະ ໄດ້ປະກອບທຶນເຮັດໃຫ້ການກໍ່ສ້າງເສັ້ນທາງເສັ້ນນີ້ຈະໄດ້ຮັບຜົນສຳເລັດຕາມແຜນການຂອງອົງການປົກຄອງເມືອງຫາດຊາຍຟອງວາງອອກ ສ່ວນການກໍ່ສ້າງເສັ້ນທາງດັ່ງກ່າວ ຮອດປັດຈຸບັນແມ່ນມີຄວາມຄືບໜ້າແລ້ວຫຼາຍກວ່າ 60% ສ່ວນການລະດົມທືນເພື່ອມາກໍ່ສ້າງ ຮວບຮວມແມ່ນໄດ້ແລ້ວ 350 ລ້ານກວ່າກີບ ແຕ່ມູນຄ່າການກໍ່ສ້າງທັງໝົດແມ່ນ 400 ລ້ານກວ່າກີບ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!