ຫ້ອງວ່າການສຳນັກງານປະທານປະເທດລາວ ແລະ ຫວຽດນາມ ຮັດແໜ້ນສາຍພົວພັນມິດຕະພາບ

    ໂດຍຕອບສະໜອງການເຊື້ອເຊີນຂອງສະຫາຍ ເລ ແຄັງ ຫາຍ ກຳມະການສູນກາງພັກກອມມູນິດຫວຽດນາມ ຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ ແຫ່ງ ສສ.ຫວຽດນາມ ສະຫາຍ ນາງ ເຂັມມະນີ ພົນເສນາ ກຳມະການສູນກາງພັກປະຊາຊົນປະຕິວັດລາວ ຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຂອງຫ້ອງວ່າການສຳນັກງານປະທານປະເທດ ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກທີ່ ສສ.ຫວຽດນາມ ໃນລະຫວ່າງວັນທີ 16-21 ມິຖຸນາ 2022.

    ຈຸດປະສົງຂອງການໄປຢ້ຽມຢາມຄັ້ງນີ້ ແມ່ນເພື່ອຜັນຂະຫຍາຍການຈັດຕັ້ງປະຕິບັດບົດບັນທຶກຊ່ວຍຈຳ (MOU) ທີ່ສອງຫ້ອງວ່າການສຳນັກງານປະທານປະເທດ ໄດ້ເຊັນຮ່ວມກັນໃນໄລຍະຜ່ານມາ ແລະ ເປັນ ປະເພນີທີ່ສອງຫ້ອງວ່າການສຳນັກງານປະທານປະເທດລາວ ແລະ ຫວຽດນາມ ໄດ້ມີການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນໃນແຕ່ລະປີ ອີກດ້ານໜຶ່ງ ກໍເພື່ອຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ຄວາມສາມັກຄີພິເສດ ແລະ ການພົວພັນຮ່ວມມືຮອບດ້ານ ລະຫວ່າງສອງພັກ ສອງລັດ ກໍຄືປະຊາຊົນສອງຊາດລາວ-ຫວຽດນາມ ເວົ້າລວມ ເວົ້າສະເພາະ ແມ່ນການພົວພັນຮ່ວມມືທີ່ດີ ລະຫວ່າງສອງຫ້ອງວ່າການສຳນັກງານປະທານປະເທດ ແລະ ເປັນໜຶ່ງໃນກິດຈະກໍາເພື່ອປະກອບສ່ວນເຂົ້າໃນການສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022 ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ – ຫວຽດນາມ ຄົບຮອບ 45 ປີ.

.

# ຂ່າວ – ພາບ : ຊິລິການດາ

error: Content is protected !!