ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການຄຸ້ມຄອງອາວຸດ ແລະ ວັດຖຸລະເບີດ

    ການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 27 ມິຖຸນາ 2022 ທີ່ຫໍສະພາແຫ່ງຊາດ ເປັນປະທານຂອງທ່ານ ສຸວອນ ເລືອງບຸນມີ ຮອງປະທານສະພາ ມີທ່ານປະທານສະພາແຫ່ງຊາດ ຮອງນາຍົກລັດຖະມົນ ລັດຖະມົນຕີ ແລະ ສະມາຊິກສະພາແຫ່ງຊາດ (ສສຊ) ໂດຍໄດ້ຮັບຟັງບົດສະເໜີກ່ຽວກັບການສ້າງຮ່າງກົດໝາຍວ່າດ້ວຍການຄຸ້ມຄອງອາວຸດ ແລະ ວັດຖຸລະເບີດ (ກົດໝາຍສ້າງໃໝ່) ຂອງທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຈາກນັ້ນບັນດາ ສສຊ ກໍໄດ້ພ້ອມກັນປະກອບຄຳເຫັນໃສ່ບົດສະເໜີດັ່ງກ່າວ.

    ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ກ່າວວ່າ ໃນສະພາບການຂອງໂລກ ແລະ ພາກພື້ນ ໄດ້ມີການຜັນປ່ຽນຢ່າງວ່ອງໄວ ແລະ ເກີດຂຶ້ນໃໝ່ຢ່າງສະຫຼັບສັບຊ້ອນ ເຊິ່ງໄດ້ກໍ່ໃຫ້ເກີດຂະບວນການຊ່ວງຊີງ ການຜະລິດ ສະສົມອາວຸດ ແລະ ວັດຖຸລະເບີດທີ່ມີອານຸພາບທໍາລາຍໃນລະດັບຕ່າງໆ ໃນນັ້ນ ປະເທດເຮົາມີຊາຍແດນຕິດກັບຫຼາຍປະເທດ ມີບາງຈຸດບໍລິເວນຊາຍແດນແມ່ນມີຄວາມຫຼໍ່ແຫຼມ ເຮັດໃຫ້ເກີດມີການລັກລອບຄ້າຂາຍອາວຸດເຖື່ອນ ແລະ ມີການຄອບຄອງອາວຸດແບບບໍ່ຖືກຕ້ອງຕາມກົດໝາຍມີລັກສະນະເພີ່ມຂຶ້ນ ໂດຍປະເຊີນໜ້າໂດຍກົງກັບເຈົ້າໜ້າທີ່ ແລະ ກໍ່ອາດຊະຍາກໍາໃນຮູບແບບຕ່າງໆໃນສັງຄົມ ບັນຫາດັ່ງກ່າວ ໄດ້ສົ່ງຜົນກະທົບໂດຍກົງຕໍ່ຄວາໝັ້ນຄົງທາງດ້ານການເມືອງ ການພັດທະນາເສດຖະກິດ ວັດທະນະທໍາ-ສັງຄົມ.  

    ໄລຍະຜ່ານມາ ລັດຖະບານກໍຄືຂະແໜງປ້ອງກັນຊາດ-ປ້ອງກັນຄວາມ ແລະ ຂະ ແໜງການກ່ຽວຂ້ອງ ໄດ້ເອົາໃຈໃສ່ສະກັດກັ້ນ ຕ້ານ ແລະ ແກ້ຂບັນຫາດັ່ງກ່າວຢ່າງເປັນເຈົ້າການ ແຕ່ຍ້ອນປັດຈຸບັນສະພາບການທາງດ້ານເສດຖະກິດ-ສັງຄົມມີການຂະຫຍາຍຕົວ ມີການເຊື່ອມໂຍງ-ເຊື່ອມຈອດກັບບັນດາປະເທດໃນພາກພື້ນ ແລະ ສາກົນ ເຮັດໃຫ້ມີບຸກຄົນ ກຸ່ມຄົນບໍ່ດີ ເຄື່ອນໄຫວຊື້-ຂາຍອາວຸດ ແລະ ວັດຖຸລະເບີດທີ່ບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການມີລັກສະນະເພີ່ມຂື້ນ ຫຼາຍກໍລະນີ ມີລັກສະນະເປີດແປນ (ບໍ່ວ່າຈະຢູ່ໃນຮູບແບບທົ່ວໄປ ແບບນໍາໃຊ້ສື່ສັງຄົມອອນລາຍເປັນບ່ອນຊື້-ຂາຍ) ໄດ້ກາຍເປັນໜຶ່ງໃນບັນດາປາກົດການຫຍໍ້ທໍ້ທາງສັງຄົມ ເຮັດໃຫ້ພວກຄົນບໍ່ດີໄດ້ຄອບຄອງ ນໍາໃຊ້ອາວຸດ ແລະ ວັດຖຸລະເບີດເຄື່ອນໄຫວກໍ່ອາຊະຍາກໍາຕ່າງໆ ຕໍ່ກັບບັນຫາດັ່ງກ່າວ ໄດ້ສົ່ງຜົນກະທົບຕໍ່ຄວາມໝັ້ນຄົງຂອງຊາດ ຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ ເຊິ່ງແຕະຕ້ອງເຖິງຊີວິດ ສຸຂະພາບ ແລະ ຊັບສິນຂອງລັດ ລວມໝູ່ ບຸກຄົນ ແລະ ອື່ນໆ.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!