ໄຂງານວາງສະແດງ​ສິນຄ້າ ODOP ​ສິນຄ້າ​ຄອບຄົວ​ຕົວ​ແບບ ຢ່າງເປັນທາງການ

    ພະແນກອຸດສາຫະກໍາ ແລະ ການຄ້າ ຮ່ວມກັບພະ​ແນ​ກກະ​ສີ​ກຳ-ປ່າ​ໄມ້ ພະ​ແນ​ກຖະ​ແຫຼງຂ່າວ ວັດທະນະ ທຳ ​ແລະ ທ່ອງ​ທ່ຽວ ແລະ ສະພາ​ການ​ຄ້າ-ອຸດສາຫະກຳ​ການຄ້າ ນະຄອນຫຼວງວຽງຈັນ (ນວ) ຈັດງານວາງສະ​ແດງ ​ແລະ ​ຈຳໜ່າຍ​ສິນຄ້າ​ໜຶ່ງເມືອງ ໜຶ່ງຜະລິດ​ຕະພັນ ​ແລະ ສິນຄ້າ​ຄອບຄົວ​ຕົວ​ແບບຂອງ​ ນວ ຄັ້ງ​ທີ VIII ປະຈໍາ​ປີ 2022 ພາຍໃຕ້ຄໍາຂວັນ “ການຊຸກຍູ້ ແລະ ສົ່ງເສີມການຊົມໃຊ້ຜະລິດຕະພັນພາຍໃນ ຂຶ້ນວັນທີ 27 ມິຖຸນາ ຫາ ວັນທີ 3 ກໍລະກົດ 2022 ທີ່ສູນການຄ້າລາວໄອເຕັກ ນວ ມີທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ຫົວໜ້າກົມ​​ ຮອງກົມ ປະທານສະພາການຄ້າ ແລະ ອຸດສາຫະກໍາ​ ນວ ເຈົ້າເມືອງ 9 ຕົວເມືອງ ອົງການຈັດຕັ້ງສາກົນປະຈໍາ ນວ ແລະ ຫົວໜ່ວຍທຸລະກິດເຂົ້າຮ່ວມ.

    ໃນພິທີທ່ານ ນາງ ວັນມະນີ ພິມມະສານ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ນວ ກ່າວວ່າ: ການຈັດງານວາງສະແດງຄັ້ງນີ້ ເປັນກິດຈະກຳໜຶ່ງທີ່ນອນຢູ່ໃນຫຼາຍກິດຈະກຳ ຈັດຂຶ້ນເພື່ອເປັນການສ້າງຂະບວນການສົ່ງເສີມສິນຄ້າເຂົ້າເຖິງຕະຫຼາດ ການຊຸກຍູ້ທຸລະກິດໃຫ້ຜ່ານຜ່າອຸປະສັກການແຜ່ລະບາດຂອງພະຍາດໂຄວິດ-19 ທັງ​ເປັນ​ການຈັດຕັ້ງປະຕິບັດ​ ວາລະ​ແຫ່ງ​ຊາດ ​ກ່ຽວກັບ​ການ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ທາງ​ດ້ານ​ເສດຖະກິດ-ການ​ເງິ​ນຂອງ​ ນວ ​ໃຫ້​ສາມາດ​ຈັດຕັ້ງປະຕິບັດ​ຕາມ 13 ໜ້າວຽກຈຸດ​ສຸມ ​ໃນ​ຂະ​ແໜງການ​ອຸດສາຫະກຳ ​ແລະ ການ​ຄ້າ ເຊິ່ງປີນີ້​ ເປັນ​ປີ​ພິ​ເສດ​ ຄະນະ​ກຳມະການ​ຈັດ​ງານ​ໄດ້​ມີ​ການ​ສ້າງ​ບູດ​ພາ​ມີ​ລຽນທີ່​ມີ​ຄວາມ​ເປັນ​ເອກະລັກ​ສະ​ເພາະ​ຂອງ​ເມືອງ ໂດຍ​ເມືອງ​ທີ່​ໄດ້ຮັບກຽດ​ໃນ​ການ​ສ້າງ​ບູດ​ພາ​ມີລຽນ ​ແມ່ນ​ເມືອງ​ຫາດ​ຊາຍຟອງ ​ເມືອງ​ທີ່​ເປັນ​ເຈົ້າພາບ​ໃນ​ການ​ສ້າງ​ບູດ​ດັ່ງກ່າວ ​ແລະ ການ​ສ້າງ​ບູດ​ພາ​ມີ​ລຽນຈະ​ມີ​ການໜູນ​ໃຫ້​ມີ​ການຈັດ​ປີ​ລະ​ເມືອງ ພາຍ​ໃນ​ງານ ຈະໄດ້ນຳສະເໜີຜະລິດ​ຕະພັນ​ໃໝ່ຂອງ​ບັນດາຫົວໜ່ວຍທຸລະ​ກິດ​ໂອດ໋ອບ (ODOP) ພາຍ​ໃນ ​ແລະ ບັນດາ​​ໂອດ໋ອບແຂວງ​ຕ່າງໆທີ່​ໄດ້​ເຂົ້າຮ່ວມງານ. ​

    ສໍາລັບງານວາງສະແດງສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ ແລະ ສິນຄ້າຕົວແບບເຂົ້າຮ່ວມທັງໝົດ 90 ຫົວໜ່ວຍ 133 ຫ້ອງ ແລະ 22 ເຕັ້ນເບ້ຍໄມ້ ໃນນັ້ນ ປະກອບມີສິນຄ້າຂອງ ນວ 51 ຫົວໜ່ວຍ ມີ 71 ຫ້ອງໃນນັ້ນສິນຄ້າໂອດ໋ອບ 31 ຫົວໜ່ວຍ 51 ຫ້ອງ ແລະ ສິນຄ້າຄອບຄົວຕົວແບບ 20 ຫົວໜ່ວຍ ມີ 20 ຫ້ອງ ສິນຄ້າໂອດ໋ອບຂອງຕ່າງແຂວງ 21 ຫົວໜ່ວຍ ມີ 25 ຫ້ອງ ສະມາຊິກສະພາການຄ້າ ແລະ ອຸດສາຫະກໍາ ນວ 16 ຫົວໜ່ວຍ ມີ 33 ຫ້ອງ ຂະແໜງທ່ອງທ່ຽວ 2 ຫົວໜ່ວຍ ມີ 4 ຫ້ອງ ຄາດຄະເນມູນຄ່າສິນຄ້າທີ່ເຂົ້າຮ່ວມວາງສະແດງ ແລະ ຈໍາໜ່າຍມູນຄ່າ 1.250.000.000 ກີບ ພິເສດ​ ໃນງານຄັ້ງນີ້ ໄດ້​ປະກາດ​ຫົວໜ່ວຍທີ່ໄດ້ຮັບກາໝາຍ​ໂອດ໋ອບ​ແຫ່ງ​ຊາດ​ 5 ຫົວໜ່ວຍ​​ທີ່​ມາ​ຈາກ​​ເມືອງ​ ໄຊ​ເສດ​ຖາ ​ສີໂຄດຕະບອງ ສີສັດຕະນາກ ແລະ ​ເມືອງ ​ສີ​ໂຄດ​ຕະບອງ ວັນ​ທີ 28 ມິຖຸນາ ຈະ​ໄດ້​ມີ​ການຈັດ​ການສຳ​ມະ​ນາໃຫ້ຜູ້ປະກອບການເຂົ້າຮ່ວມ ​ພາຍ​ໃຕ້​ຫົວ​ຂໍ້ ການຈັດທະບຽນເຄື່ອງໝາຍການຄ້າ ແລະ ການຈໍາໜ່າຍ​​ສິນຄ້າ​ອອນ​ລາຍ ນອກຈາກນີ້ ຕະຫຼອດການຈັດງານທາງຄະນະຈັດງານຍັງຈະດຳເນີນບັນດາກິດຈະກຳອື່ນໆເປັນຕົ້ນ ການ​ເດີນ​ແບບ​ຂອງ​ຫຼານ​ນ້ອຍ​ຊຸດ​ຜ້າ​ໄໝລາວ​ລຸ້ນອາຍຸ 10-15​ ປີ ກິດຈະກໍາ​ຂອງ​ໂຮງຮຽນສາຍ​ຝົນ​ທີ່​ມີ​​ການສະ​ແດງ​ຂອງ​ນ້ອງໆນັກຮຽນ ການສະ​ແດງ​ຈາກ​ສະ​ໂມ​ສອນ​ບ້ານ​ລາວ​ແດນ​ຈຳປາ 12 ລາຍການ ແລະ ກິດຈະກໍາ​ອື່ນໆທີ່​ຈັດ​ຂຶ້ນ​ໃນ​ແຕ່​ລະ​ວັນຕື່ມອີກ.

# ຂ່າວ – ພາບ: ຂັນທະວີ

error: Content is protected !!