ອໍາມະລິນ ວິໄລພັນ ຮັບລາງວັນຊະນະເລີດການຄັດເລືອກຮູບແຕ້ມ ຫົວຂໍ້ “ຊີວິດ ແລະ ວັດທະນະທໍາລາວ”

    ກົມສິລະປະວັດທະນະທໍາ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ຈັດພິທີປະກາດຜົນລາງວັນຊະນະເລີດ ການຄັດເລືອກຮູບແຕ້ມໃນຫົວຂໍ້ “ຊີວິດ ແລະ ວັດທະນະທໍາລາວ” ຂຶ້ນ ວັນທີ 27 ມິຖຸນາ 2022 ທີ່ກົມດັ່ງກ່າວ ເພື່ອຄັດເລືອກເອົາອັນດັບທີ 1 ຮອດອັນດັບທີ 4 ເປັນຕົວແທນໃຫ້ແກ່ປະເທດລາວ ໄປວາງສະແດງໃນງານມະຫະກໍາສິລະປະຂອງນັກຮຽນມັດທະຍົມຕອນປາຍຄັ້ງທີ 23 ປະຈໍາປີ 2022 ທີ່ປະເທດຍີ່ປຸ່ນເປັນເຈົ້າພາບ ໂດຍການມອບລາງວັນຂອງທ່ານ ບຸນເພັງ ສຸພາບ ຮອງຫົວໜ້າກົມສິລະປະວັດທະນະທໍາ ມີບັນດາກົມອ້ອມຂ້າງກະຊວງ ຖວທ ແລະ ຕາງໜ້າຜູ້ສະໜັບສະໜູນ ພ້ອມດ້ວຍນ້ອງນັກຮຽນທີ່ໄດ້ຜ່ານການຄັດເລືອກເຂົ້າຮ່ວມ.

    ທ່ານ ບຸນເພັງ ສຸພາບ ໄດ້ກ່າວວ່າ: ເພື່ອເປັນການຊຸກຍູ້ສົ່ງເສີມ ແລະ ໃຫ້ກໍາລັງໃຈໃຫ້ແກ່ຊາວໜຸ່ມເຍົາວະຊົນຜູ້ທີ່ມີຈິດໃຈມັກຮັກ ມີຄວາມໄຝ່ຝັນຮັກສິລະປະວັດທະນະທໍາອັນດີງາມຂອງຊາດ ພ້ອມທັງເປັນການສ້າງຊັບພະຍາກອນມະນຸດທາງດ້ານສິລະປະວັດທະນະທໍາໃນຕໍ່ໜ້າ ແລະ ຂະຫຍາຍຕົວຂຶ້ນໄປເລື້ອຍໆ ໂຄງການດັ່ງກ່າວ ໄດ້ເລີ່ມຕົ້ນແຕ່ປີ 2008 ຈົນຮອດປັດຈຸບັນ ສໍາລັບ ສປປ ລາວ ແມ່ນເຂົ້າຮ່ວມເປັນຄັ້ງທີ 13 ໄລຍະຜ່ານມາ ໄດ້ສົ່ງຜົນງານເຂົ້າຮ່ວມ ຊຶ່ງມີລາງວັນຊະນະເລີດ 13 ລາງວັນ ລາງວັນຊົມເຊີຍ 52 ລາງວັນ ສະເພາະປີ 2022 ມີນ້ອງນັກຮຽນສົ່ງຜົນງານຮູບແຕ້ມເຂົ້າຮ່ວມແຂ່ງຂັນທັງໝົດ 30 ຜົນງານໃນຂອບເຂດທົ່ວປະເທດ ແລະ ໄດ້ຄັດເລືອກເອົາ 10 ຜົນງານ ໃນນີ້ ຄັດເລືອກເອົາອັນທີ 1 ຫາ 4 ເຊິ່ງສາມາດເລືອກໄດ້ລາງວັນທີ 1 ນາງ ອໍາມະລິນ ວິໄລພັນ ອາຍຸ 18 ປີ ນັກຮຽນຊັ້ນ ມ 6 ໂຮງຮຽນມັດທະຍົມສົມບູນດອນໜູນ ຊື່ຮູບ ການດໍາລົງຊີວິດຕິດພັນກັບທໍາມະຊາດ ໄດ້ຮັບເງິນສົດ 2 ລ້ານກີບ ພ້ອມໃບຢັ້ງຢືນ ອັນດັບທີ 2 ນາງ ມະນີວັນ ອຸດົມ ອາຍຸ 17 ປີ ນັກຮຽນຊັ້ນ ມ 6 ໂຮງຮຽນມັດທະຍົມສົມບູນຊ້າງນ້ອຍ ໄດ້ຮັບເງິນສົດ 6 ແສນກີບ ພ້ອມໃບຢັ້ງຢືນ ອັນດັບທີ 3 ນາງ ລິນດາ ອຸດົມພອນ ອາຍຸ 16 ປີ ນັກຮຽນຊັ້ນ ມ 5 ໂຮງຮຽນມັດທະຍົມສົມບູນເພຍວັດ ຊື່ຮູບ ມ່ວນຊື່ນຮາວກະທົບໄມ້ ໄດ້ຮັບເງິນສົດ 4 ແສນກີບ ພ້ອມໃບຢັ້ງຢືນ  ແລະ ອັນດັບທີ 4 ນາງ ທິບອັກສອນ ມິ່ງບຸບຜ່າ  ອາຍຸ 15 ປີ  ນັກຮຽນຊັ້ນ ມ 5 ໂຮງຮຽນມັດທະຍົມສົມບູນວຽງຈັນ ຊື່ຮູບ ມ່ວນຊື່ນວັນບຸນກິນຈຽງເຜົ່າອາຄ່າ ໄດ້ຮັບເງິນສົດ 3 ແສນກີບ ພ້ອມໃບຢັ້ງຢືນ.

# ຂ່າວ – ພາບ: ຂັນທະວີ

error: Content is protected !!