ມູນນິທິເຟຣດໂຮໂລ ສະໜັບສະໜູນກວດສຸຂະພາບຕາແບບບໍ່ເສຍຄ່າໃຫ້ນ້ອງນັກຮຽນປະຖົມພະໄຊ

    ອີງຕາມການສະເໜີຂອງພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ໃນການຈັດງານສະເຫຼີມສະຫຼອງວັນເດັກນ້ອຍສາກົນ ວັນທີ 28 ມິຖຸນາ 2022 ມູນນິທິເຟຣດໂຮໂລ ປະຈໍາ ສປປ ລາວ  ໄດ້ສະໜັບສະໜູນການຈັດກິດຈະກໍາສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ການບໍລິການກວດສຸຂະພາບຕາປະຈໍາປີ 2022 ໃຫ້ແກ່ຄູ-ອາຈານ ຜູ້ປົກຄອງ ນ້ອງນັກຮຽນ ໂຮງຮຽນປະຖົມບ້ານພະໄຊ ໂຮງຮຽນປະຖົມບ້ານພະຂາວ ແລະ ຜູ້ອາຍຸສູງບ້ານອ້ອມຂ້າງເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ຢູ່ທີ່ໂຮງຮຽນປະຖົມບ້ານພະໄຊ ເປັນປະທານຂອງທ່ານນາງ ລີ່ປາເອ່ຍ ບົວປາວ ຮອງຫົວໜ້າພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ມີທ່ານນາງ ສຸພອນສາ ໄຊປັນຍາ ຫົວໜ້າມູນນິທິເຟຣດໂຮໂລ ປະຈໍາລາວ ທ່ານ ນາງ ເສົາວະລີ ຈິນດາວົງ ຫົວໜ້າຫ້ອງການສຶກສາທິການ ແລະ ກີລາ ເມືອງສີສັດຕະນາກ ຄະນະອໍານວຍການໂຮງຮຽນ ພະນັກງານແພດໝໍຊຽວຊານສະເພາະດ້ານ ນ້ອງນັກຮຽນ ແລະ ຜູ້ປົກຄອງເຂົ້າຮ່ວມ.

    ການຈັດກິດຈະກໍາຄັ້ງນີ້ ເພື່ອບໍລິການກວດຕາເດັກນັກຮຽນພິເສດ ພ້ອມທັງເພີ່ມປະສິດທິພາບໃນການເບິ່ງເຫັນໃຫ້ແກ່ນ້ອງນັກຮຽນ ຄູອາຈານ ແລະ ຜູ້ປົກຄອງ ເຊິ່ງໄດ້ກວດສາຍຕາໃຫ້ແກ່ເດັກ ກວດຊອກຫາສາເຫດ ວິທີການແກ້ໄຂເດັກຜູ້ທີ່ມີສາຍຕາຜິດປົກກະຕິ ແລະ ໃຫ້ຄໍາແນະນໍາ ນອກນີ້ ຍັງໄດ້ກວດສາຍຕາ ແທກແວ່ນ ແລະ ແຈກແວ່ນຕາໃຫ້ແກ່ຄູ ຜູ້ປົກຄອງ ແລະ ຜູ້ສູງອາຍຸ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!