ກອງປະຊຸມອະນຸກຳມະການສອບເສັງລະດັບຊາດ ວິທະຍາຄານກົມມະດຳ ຄັ້ງທີ I

    ວິທະຍາຄານກົມມະດຳ ຈັດກອງປະຊຸມອະນຸກຳມະການສອບເສັງລະດັບຊາດ ສົກຮຽນ 2021-2022 ຄັ້ງທີ I ຂຶ້ນວັນທີ 27 ມິຖຸນາ 2022 ຢູ່ວິທະຍາຄານດັ່ງກ່າວ ໂດຍເປັນປະທານຂອງທ່ານ ພົນຕີ ວໍລະສານ ວິລັດດາວົງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ມີທ່ານ ພົນຈັດຕະວາ ຖາວອນ ແກ້ວອິນທະວົງ ອຳນວຍການວິທະຍາຄານກົມມະດຳ ພ້ອມດ້ວຍບັນດາກົມ ອຳນວຍການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ພັນໂທ ປະດິດ ສິນທຳ ຫົວໜ້າຫ້ອງອົບຮົມ-ກໍ່ສ້າງ ວິທະຍາຄານກົມມະດຳ ໄດ້ຜ່ານບົດລາຍງານການກະກຽມສອບເສັງຈົບຊັ້ນລະດັບຊາດ ຄັ້ງທີ I ຂອງນັກຮຽນ-ນັກສຶກສາທຸກລະບົບ ເຊິ່ງຈຳນວນນັກຮຽນ-ນັກສຶກສາທັງ 4 ລະບົບທີ່ມີໜ້າເຂົ້າສອບເສັງ ມີ 482 ສະຫາຍ ໃນນີ້ ລະບົບກໍ່ສ້າງມະຫາວິທະຍາໄລການທະຫານ 212 ສະຫາຍ ລະບົບກໍ່ສ້າງເລັ່ງລັດຂັ້ນໝວກ-ກອງຮ້ອຍ 80 ສະຫາຍ ລະບົບກໍ່ສ້າງເລັ່ງລັດສ້າງຄູ 50 ສະຫາຍ ລະບົບກໍ່ສ້າງເລັ່ງລັດ 5 ເຫຼົ່າຮົບຊັ້ນຕົ້ນ 140 ສະຫາຍ ນອກນີ້ ຍັງໄດ້ກະກຽມສ້າງແຜນການຈັດຕັ້ງສອບເສັງຈົບຊັ້ນ ເພື່ອຂໍອະນຸມັດຈາກຂັ້ນເທິງ ກະກຽມເນື້ອໃນຄຳຖາມທວນສອບເສັງ ເພື່ອໃຫ້ຂັ້ນເທິງອະນຸມັດ ກະກຽມຫ້ອງສອບເສັງ ພ້ອມທັງປະດັບປະດາສະຖານທີ່ ເພື່ອປະຕິບັດຕາມແຜນການສອບເສັງຈົບຊຸດຮຽນກໍ່ສ້າງທັງ 4 ລະບົບ ທີ່ກົມໃຫຍ່ເສນາໄດ້ອະນຸມັດສະບັບເລກທີ 964/ກສນ ລົງວັນທີ 11 ເມສາ 2022 ເພື່ອເປັນການສອບເສັງວັດແທກຄວາມຮູ້ຄວາມສາມາດ ທວນຄືນບົດຮຽນທີ່ໄດ້ຮຽນມາຂອງນັກຮຽນ-ນັກສຶກສາ ເພື່ອເກັບກຳເອົາຄະແນນເຂົ້າໃສ່ໃນໃບປະກາດສະນີຍະບັດ ເພື່ອຢັ້ງຢືນການສອບເສັງຈົບຊັ້ນ.

    ໂອກາດນີ້ ທ່ານ ພົນຕີ ວໍລະສານ ວິລັດດາວົງ ກໍໄດ້ສະແດງຄວາມຊົມເຊີຍຕໍ່ຄະນະອຳນວຍການ ຄູ -ອາຈານ ທີ່ໄດ້ເອົາໃຈໃສ່ຊີ້ນຳນັກຮຽນ-ນັກສຶກສາຢ່າງໃກ້ຊິດ ພ້ອມທັງເນັ້ນໃຫ້ຄະນະພັກ-ຄະນະບັນຊາ ຄູ-ອາຈານ ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ຖືເອົາການເຝິກຝົນກໍ່ສ້າງຕົນເອງໃຫ້ມີຄວາມເຂັ້ມແຂງ ປະຕິບັດໄດ້ຂໍ້ກຳນົດ ກົດລະບຽບຂອງກອງທັບ ກໍຄືຂໍ້ກຳນົດຂອງວິທະຍາຄານວາງອອກ ນອກນີ້ທ່ານຍັງໄດ້ຮຽກຮ້ອງໃຫ້ອະນຸກຳມະການສອບເສັງ ເປັນເຈົ້າການປະຕິບັດຕາມຂໍ້ກຳນົດກົດລະບຽບການຂຶ້ນຫ້ອງສອບເສັງໃຫ້ເຂັ້ມງວດ ເພື່ອຮັບປະກັນໃຫ້ຜົນການສອບເສັງໄດ້ຕາມລະດັບຄາດໝາຍ.

# ສະບາໄພ

error: Content is protected !!