ລາວ-ໄທ ເພີ່ມທະວີການຮ່ວມມືຮັກສາຄວາມສະຫງົບຕາມຊາຍແດນ

    ກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນລາວ-ໄທ ລະຫວ່າງແຂວງຈຳປາສັກ ກັບ ຈັງຫວັດອຸບົນຣາຊະທານີ ຄັ້ງທີ 14 ມີຂື້ນວັນທີ 28 ມິຖຸນາ 2022 ທີ່ ໂຮງແຮມຈຳປາສັກແກຣນ ນະຄອນປາກເຊ ແຂວງຈໍາປາສັກ ສປປ ລາວ ໂດຍການເປັນປະທານຮ່ວມລະຫວ່າງທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ ແລະ ທ່ານ ພົງຣັດ ພິຣົມຣັດ ຜູ້ວ່າລາຊະການຈັງຫວັດອຸບົນຣາຊະທານີ ມີທ່ານຮອງເຈົ້າແຂວງຈຳປາສັກ ທ່ານຮອງຜູ້ວ່າລາຊະການຈັງຫວັດອຸບົນຣາຊະທານີ ພ້ອມຄະນະກໍາມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນຂອງ ສອງຝ່າຍ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

    ໃນກອງປະຊຸມ ຄະນະຜູ້ແທນສອງຝ່າຍໄດ້ປຶກສາຫາລືແລກປ່ຽນຄວາມຄິດເຫັນການຈັດຕັ້ງປະຕິບັດບົດບັນທຶກກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ ລະຫວ່າງແຂວງຈຳປາສັກ ກັບ ຈັງຫວັດອຸບົນຣາຊະທານີ ຄັ້ງທີ 13 ໃນລະຫວ່າງວັນທີ 30 ກັນຍາ ຫາ 1 ຕຸລາ 2019 ທີ່ຈັງຫວັດອຸບົນຣາຊະທານີ ປະເທດໄທ ຜູ້ແທນສອງຝ່າຍໄດ້ຄົ້ນຄວ້າ ກຳນົດກົນໄກ ແລະ ຂອບການຮ່ວມມື ເນື້ອໃນຂອງບົດບັນທຶກກອງປະຊຸມຄະນະກຳມະ ການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ ຄັ້ງທີ 14 ນີ້ ເພື່ອສືບຕໍ່ ແລະ ເພີ່ມທະວີການພົວພັນຮ່ວມມືໃນຫຼາຍດ້ານເຊັ່ນ: ການຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ການຮ່ວມມືການຮັກສາເສັ້ນຊາຍແດນ ລາວ-ໄທ ການຮ່ວມມືໃນການຮັກສາປ້ອງກັນຕະຝັ່ງເຈື່ອນ ແລະ ການແກ້ໄຂບັນຫາຕາມລໍາແມ່ນ້ຳຂອງ ການອໍານວຍຄວາມສະດວກ ແລະ ຮັກສາຄວາມປອດໄພໃນການເຂົ້າ-ອອກຕາມບໍລິເວນຈຸດຜ່ານແດນ ການຮ່ວມມືໃນການປ້ອງກັນ ແລະ ປາບປາມຢາເສບຕິດ ການຮ່ວມມືໃນກໍລະນີບຸກຄົນຂອງແຕ່ລະຝ່າຍຖືກຈັບກຸມຄຸມຂັງ ການຮ່ວມມືດ້ານການຕໍ່ຕ້ານການຄ້າມະນຸດການຮ່ວມມືໃນການພັດທະນາສີມືແຮງງານ ແລະ ການພັດທະນາຊັບພະຍາກອນມະນຸດ ການຮ່ວມມືທາງດ້ານເສດຖະກິດ ການຮ່ວມມືໃນການປ້ອງກັນການລັກລອບຊື້-ຂາຍສັດປ່າ ແລະ ເຄື່ອງປ່າຂອງດົງທີ່ຜິດກົດໝາຍ ການຮ່ວມມືດ້ານສາທາລະນະສຸກ ການຮ່ວມມືດ້ານການສົ່ງເສີມ ແລະ ພັດທະນາ SMEs.

    ນອກຈາກນັ້ນ ຄະນະຜູ້ແທນສອງຝ່າຍ ຍັງໄດ້ສະແດງຄວາມຍິນດີຕໍ່ການເດີນ ທາງຢ້ຽມຢາມລາຊະອານາຈັກໄທຢ່າງເປັນທາງການຂອງທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃນໂອກາດທີ່ທັ້ງສອງຝ່າຍເຫັນດີຍົກລະດັບການພົວພັນ ລາວ-ໄທ ເປັນຄູ່ຮ່ວມມືຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ຍິນດີຕໍ່ຜົນສໍາເລັດການຈັດກອງປະຊຸມຄະນະກໍາມາທິການຮ່ວມວ່າດ້ວຍການຮ່ວມມື ລາວ-ໄທ ຄັ້ງທີ 22 ໃນລະຫວ່າງວັນທີ 3-4 ພະຈິກ 2021 ທີ່ບາງກອກ ປະເທດໄທ ເຊິ່ງທັງສອງຝ່າຍໄດ້ຮ່ວມມືກັນຈັດຕັ້ງຜັນຂະຫຍາຍຜົນຂອງກອງປະຊຸມດັ່ງກ່າວໃຫ້ເປັນຮູບປະທໍາ ເພື່ອຄວາມຈະເລີນວັດທະນາສູ່ປະຊາຊົນສອງຊາດ ທັງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການສືບຕໍ່ສ້າງພື້ນຖານອັນໜັກແໜ້ນ ເພື່ອກ້າວໄປສູ່ການຍົກລະດັບການພົວພັນຮ່ວມມືໃຫ້ເປັນ “ຄູ່ຮ່ວມມືຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ” ໃນອະນາຄົດ ແລະ ຮ່ວມຍິນດີ ຕໍ່ຜົນສໍາເລັດການຈັດກິດຈະກໍາຕ່າງໆ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງປະເທດ ຄົບຮອບ 70 ປີ ດ້ວຍຜົນສໍາເລັດຢ່າງຈົບງາມໃນເດືອນທັນວາ 2021 ຜ່ານມາ.

# ບຸນມີ – ລາຍງານ

error: Content is protected !!