ເຊື້ອໂຄວິດ-19 ເຊົາຕິດເພີ່ມຢູ່ລາວຍາວ 46 ວັນ ເຫຼືອຕິດຕາມອາການຢູ່ໂຮງໝໍພຽງແຕ່ 3

ທ່ານ ພູ­ທອນ ເມືອງ​ປາກ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ຜູ້​ປະ­ຈຳ­ການ​ຄະ­ນະ​ສະ­ເພາະ​ກິດ ຖະ­ແຫຼງ​ຂ່າວ​ຕໍ່​ສື່​ມວນ​ຊົນ​ໃນ​ວັນ​ທີ 28 ພືດ​ສະ­ພາ 2020 ທີ່​ສູນ​ປະ­ຕິ­ບັດ​ງານ​ຄະ­ນະ​ສະ­ເພາະ​ກິດ ຄວບ​ຄຸມ­ພະ​ຍາດ COVID-19 ວ່າ: ສະ­ພາບ​ການ​ເຝົ້າ​ລະ­ວັງ COVID-19 ຢູ່ ສປປ ລາວ ຮອດ 17 ໂມງ​ແລງ​ຂອງ​ວັນ​ທີ 27 ພຶດ­ສະ­ພາ 2020 ຈຳ­ນວນ​ຜູ້​ເດີນ­ທາງ​ເຂົ້າ​ມາ ມີ​ທັງ​ໝົດ 2.159 ຄົນ ຈຸດ​ຜ່ານ​ດ່ານ​ລາວ-ໄທ ທັງ​ໝົດ 1.527 ຄົນ ໃນ​ນັ້ນ​ມີ­ແຮງ​ງານ​ລາວ​ກັບ​ມາ​ຈາກ​ປະ­ເທດ​ໄທ​ທັງ​ໝົດ 47 ຄົນ ຜ່ານ​ດ່ານ​ສາ­ກົນ​ວັງ​ເຕົ່າ-ຊ່ອງ​ເມັກ ແຂວງ​ຈຳ­ປາ​ສັກ ຈຳ­ນວນ 30 ຄົນ ແລະ ຜ່ານ​ດ່ານ​ສາ­ກົນ​ຂົວ​ມິດ­ຕະ­ພາບ​ແຫ່ງ​ທີ 1 ຈຳ­ນວນ 17 ຄົນ ມີ​ຄົນ​ເຈັບ 2 ຄົນ​ກັບ​ມາ​ຈາກ​ການ​ປິ່ນ­ປົວ ເຫຼືອ​ນັ້ນ​ແມ່ນ​ຄົນ​ຂັບ​ລົດ​ຂົນ­ສົ່ງ​ສິນ­ຄ້າ.

ຈຸດ​ຜ່ານ​ດ່ານ​ລາວ-ຈີນ ທັງ​ໝົດ 11 ຄົນ ໃນ​ນັ້ນ​ມີ​ຊ່ຽວ­ຊານ​ຈີນ 2 ຄົນ ໄດ້​ເຂົ້າ​ມາ​ທາງ​ດ່ານ​ບໍ່​ເຕັນ ແຂວງ​ຫຼວງ​ນ້ຳ​ທາ ເຫຼືອ​ນັ້ນ​ແມ່ນ​ຜູ້​ຂັບ​ລົດ​ຂົນ­ສົ່ງ​ສິນ­ຄ້າ ຈຸດ​ຜ່ານ​ດ່ານ​ລາວ-ຫວຽດ ທັງ​ໝົດ 621 ຄົນ ໃນ​ນັ້ນ​ມີ​ຄົນ​ລາວ 3 ຄົນ ຜ່ານ​ດ່ານ​ສາ­ກົນ​ນ້ຳ​ພາວ ແຂວງ​ບໍ​ລິ​ຄຳ​ໄຊ ເຫຼືອ​ນັ້ນ​ແມ່ນ​ຄົນ​ຂັບ​ລົດ​ຂົນ­ສົ່ງ​ສິນ­ຄ້າ​ຈຳ­ນວນ​ຜູ້​ເດີນ­ທາງ​ຜ່ານ​ສະ­ໜາມ​ບິນ​ສາ­ກົນ​ວັດ​ໄຕ 0 ຄົນ ໃນ​ທຸກ​ດ່ານ​ແມ່ນ​ໄດ້​ກວດ​ແທກ​ອຸນ­ຫະ­ພູມ​ຮ່າງ­ກາຍ ແລະ ບໍ່​ມີ​ຄົນ​ເປັນ­ໄຂ້.

ສຳ­ລັບ​ແຮງ​ງານ​ລາວ​ຈຳ­ນວນ 30 ຄົນ​ທີ່​ມາ​ຈາກ​ປະ­ເທດ​ໄທ ເຊິ່ງ​ຜ່ານ​ດ່ານ​ວັງ​ເຕົ່າ-ຊ່ອງ​ເມັກ ແຂວງ​ຈຳ­ປາ​ສັກ ມີ​ຖິ່ນ​ຖານ​ມາ​ຈາກ​ແຂວງ​ຈຳ­ປາ​ສັກ 16 ຄົນ ສະ­ຫວັນ​ນະ​ເຂດ 5 ຄົນ ສາ­ລະ​ວັນ 9 ຄົນ ແຮງ​ງານ​ລາວ​ທັງ​ໝົດ​ໄດ້​ເກັບ​ຕົວ­ຢ່າງ​ມາ​ກວດ ແລ້ວ​ນຳ​ສົ່ງ​ໄປ​ຈຳ­ກັດ​ບໍ­ລິ­ເວນ​ຢູ່​ສະ­ຖານ­ທີ່​ທີ່​ກຳ­ນົດ​ໄວ້ ຈົນ​ກວ່າ​ຈະ​ຄົບ​ກຳ­ນົດ 14 ວັນ.

ການ​ເກັບ​ຕົວ­ຢ່າງ​ມາ​ກວດ​ວິ­ເຄາະ ແລະ ຄົ້ນ​ຫາ​ຜູ້​ຕິດ­ເຊື້ອ​ພະ­ຍາດ​ໃນ​ວັນ​ທີ 28 ພຶດ­ສະ­ພາ 2020 ໄດ້​ເກັບ​ຕົວ­ຢ່າງ​ມາ​ກວດ​ວິ­ເຄາະ​ທັງ​ໝົດ 128 ຄົນ ໃນ​ນັ້ນ​ມີ­ແຮງ​ງານ​ລາວ​ທີ່​ກັບ​ມາ​ແຕ່​ໄທ 113 ຄົນ ກໍ­ລະ­ນີ​ສົງ­ໄສ 14 ຄົນ ແລະ ຄົນ​ເຈັບ​ປິ່ນ­ປົວ​ຫາຍ​ດີ​ຄົບ​ກຳ­ນົດ 14 ວັນ ແລ້ວ​ມາ​ກວດ­ຄືນ 1 ຄົນ ຜົນ​ກວດ​ແຮງ​ງານ​ລາວ ແລະ ກໍ­ລະ­ນີ​ສົງ­ໄສ​ທັງ​ໝົດ​ທີ່​ກວດ​ມື້­ວານ​ນີ້ ບໍ່​ພົບ​ເຊື້ອ ໝາຍ​ຄວາມ​ວ່າ​ໃນ​ວັນ​ທີ 27 ພຶດ­ສະ­ພາ 2020 ບໍ່​ມີ​ຜູ້​ຕິດ­ເຊື້ອ​ໃໝ່.

ສັງ​ລວມ​ການ​ກວດ​ວິ­ເຄາະ​ແຕ່​ເດືອນ​ມັງ­ກອນ ຮອດ​ວັນ​ທີ 27 ພຶດ­ສະ­ພາ 2020 ໄດ້​ເກັບ​ຕົວ­ຢ່າງ​ມາ​ກວດ​ທັງ​ໝົດ​ມີ 6.066 ຕົວ­ຢ່າງ ກວດ​ພົບ​ເຊື້ອ​ສະ​ສົມ 19 ຄົນ (46 ມື້​ແລ້ວ​ທີ່​ບໍ່​ພົບ​ຜູ້​ຕິດ­ເຊື້ອ​ໃໝ່) ການ​ຕິດ­ຕາມ​ຜູ້​ຈຳ­ກັດ​ບໍ­ລິ­ເວນ​ຢູ່​ສະ­ຖານ­ທີ່​ຈຳ­ກັດ​ບໍ­ລິ­ເວນ​ຕ່າງໆ​ທົ່ວ​ປະ­ເທດ ປັດ­ຈຸ­ບັນ​ນີ້ ທົ່ວ​ປະ­ເທດ​ມີ​ສູນ​ຈຳ­ກັດ​ບໍ­ລິ­ເວນ​ທັງ​ໝົດ 70 ສູນ ມີ​ຜູ້​ຈຳ­ກັດ​ບໍ­ລິ­ເວນ​ຢູ່​ສູນ 3.973  ຄົນ ໄດ້​ເກັບ​ຕົວ­ຢ່າງ​ມາ​ກວດ​ວິ­ເຄາະ​ທັງ​ໝົດ ແລະ ບໍ່​ມີ​ຜູ້​ຕິດ­ເຊື້ອ ການ​ຕິດ­ຕາມ​ປີ່ນ​ປົວ​ຄົນ​ເຈັບ​ຢູ່​ໂຮງ­ໝໍ ປັດ­ຈຸ­ບັນ ມີ​ຜູ້​ນອນ​ຕິດ­ຕາມ​ຢູ່​ໂຮງ­ໝໍ​ມິດ­ຕະ­ພາບ 3 ຄົນ ຍີງ 2 ຄົນ ທັງ​ໝົດ​ມີ​ອາ­ການ​ປົກ­ກະ­ຕິ ຈະ​ໄດ້​ຕິດ­ຕາມ​ເກັບ​ຕົວ­ຢ່າງ​ມາ​ກວດ​ຕື່ມ​ອີກ 2 ຄັ້ງ ຈຶ່ງ​ຈະ​ໄດ້​ພິ­ຈາ­ລະ­ນາ​ອອກ​ໂຮງ­ໝໍ.

ໂອ­ກາດ​ນີ້ ທ່ານ​ໄດ້​ຮຽກ­ຮ້ອງ​ມາ​ຍັງ​ພໍ່​ແມ່​ປະ­ຊາ­ຊົນ​ໃຫ້​ຕິດ­ຕາມ​ຮັບ​ຟັງ​ຂໍ້​ມູນ ສະ­ພາບ​ການ​ຄັດ​ແຍກ​ຜູ້​ເດີນ­ທາງ​ເຂົ້າ​ມາ​ຕາມ​ຈຸດ​ຜ່ານ​ແດນ​ຕ່າງໆ ສະ­ພາບ​ການ​ລະ­ບາດ​ຂອງ​ພະ­ຍາດ COVID-19 ຢູ່​ປະ­ເທດ​ເຮົາ ກໍ​ຄື​ຢູ່​ປະ­ເທດ​ໃນ​ອາ​ຊຽນ ແລະ ໃນ​ທົ່ວ​ໂລກ ບັນ­ຫາ​ສຳ­ຄັນ ຂໍ​ໃຫ້​ເຂົ້າ­ໃຈ​ການ​ຜ່ອນ­ຜັນ​ມາດ​ຕະ­ການ​ຕ່າງໆ​ຂອງ​ພັກ-ລັດ­ຖະ­ບານ ທີ່​ເປັນ​ຫ່ວງ​ເປັນ​ໄຍ​ຕໍ່​ຜົນ​ກະ­ທົບ​ດ້ານ​ຊີ­ວິດ​ການ​ເປັນ​ຢູ່​ຂອງ​ພໍ່​ແມ່​ປະ­ຊາ­ຊົນ ແລະ ດ້ານ​ເສດ­ຖະ­ກິດ-ສັງ­ຄົມ ແຕ່​ພ້ອມ​ດຽວ​ກັນ​ນີ້ ກໍ​ເປັນ​ໂອ­ກາດ​ທີ່​ຈະ​ມີ​ຄວາມ​ສ່ຽງ​ທີ່​ຈະ​ເກີດ​ການ​ລະ­ບາດ​ຮອບ​ໃໝ່ ຖ້າ​ຫາກ​ພວກ​ເຮົາ​ບໍ່​ປະ­ຕິ­ບັດ​ວິ­ທີ​ການ​ປ້ອງ​ກັນ​ການ​ຕິດ­ເຊື້ອ​ຢ່າງ​ເຂັ້ມ​ງວດ ໂດຍ​ສະ­ເພາະ​ຢູ່​ສະ­ຖານ­ທີ່​ໃຫ້​ບໍ­ລິ­ການ ພາ­ຫະ­ນະ​ໃຊ້​ບໍ­ລິ­ການ ຜູ້​ໃຫ້​ບໍ­ລິ­ການ ແລະ ຜູ້​ມາ​ໃຊ້​ບໍ­ລິ­ການ ເປັນ­ຕົ້ນ​ແມ່ນ: ການ​ປະ­ຕິ­ບັດ​ວິ­ຖີ​ຊີ­ວິດ​ແບບ​ໃໝ່ ບົນ​ພື້ນ­ຖານ​ຫຼັກ­ການ​ອະ­ນາ­ໄມ ການ​ທຳ​ຄວາມ​ສະ­ອາດ​ຂ້າ​ເຊື້ອ​ພະ­ຍາດ​ຢູ່​ສະ­ຖານ­ທີ່​ບໍ­ລິ­ການ ການ­ແທກ​ອຸນ­ຫະ­ພູມ​ຮ່າງ­ກາຍ ການ​ລ້າງ​ມື​ດ້ວຍ​ນ້ຳ​ສະ­ອາດ​ໃສ່​ສະ­ບູ ຫຼື ໃຊ້​ເຈວ​ລ້າງ​ມື ການ​ປະ­ຕິ­ບັດ​ໄລ­ຍະ​ຫ່າງ​ທາງ​ສັງ­ຄົມ ບໍ່​ໃຫ້​ມີ​ການ​ແອ​ອັດ ການ​ໃສ່​ຜ້າ​ປິດ​ປາກ-ດັງ ເວ­ລາ​ອອກ​ຈາກ​ບ້ານ ຫຼື​ໄປ​ສະ­ຖານ­ທີ່​ທີ່​ມີ​ຄວາມ​ສ່ຽງ​ຕໍ່​ການ​ຕິດ­ເຊື້ອ ທັງ​ໝົດ​ນີ້​ໃຫ້​ກາຍ​ເປັນ­ຄວາມ​ຊິນ​ເຄີຍ​ໃນ​ການ​ດຳ­ລົງ​ຊີ­ວິດ​ປົກ­ກະ­ຕິ​ແບບ​ໃໝ່ ພວກ​ເຮົາ​ຈຶ່ງ​ຈະ​ສາ­ມາດ​ສະ­ກັດ​ກັ້ນ​ການ​ລະ­ບາດ​ຂອງ​ພະ­ຍາດ COVID-19 ບໍ່​ໃຫ້​ກັບ​ຄືນ​ມາ​ຮອບ​ໃໝ່ ຮຽກ­ຮ້ອງ​ຈົ່ງ​ສືບ­ຕໍ່​ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ​ປະ­ຕິ­ບັດ​ຄຳ​ແນະ­ນຳ​ຕ່າງໆ​ເຫຼົ່າ­ນັ້ນ​ຈົນ​ກວ່າ ຈະ​ຮອດ​ວັນ​ທີ 1 ມິ­ຖຸ­ນາ 2020 ຈຶ່ງ​ຈະ​ມີ​ແຈ້ງ​ການ​ຂອງ​ຫ້ອງ​ວ່າ­ການ​ສຳ­ນັກ­ງານ​ນາຍ​ຍົກ​ລັດ­ຖະ­ມົນ­ຕີ ສະ­ບັບ​ໃໝ່​ອອກ​ມາ.

# ຂ່າວ & ພາບ: ບຸນ​ມີ

error: Content is protected !!