ປະທານປະເທດ ຢ້ຽມຢາມການພັດທະນາ ແລະ ການຜະລິດຢູ່ ນວ

    ວັນທີ 29 ມິຖຸນາ 2022 ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ພ້ອມຄະນະ ເຄື່ອນໄຫວຢ້ຽມຢາມການພັດທະນາ ແລະ ຊຸກຍູ້ການຜະລິດເປັນສິນຄ້າຢູ່ນະຄອນຫຼວງວຽງຈັນ (ນວ) ໂດຍການນໍາພາຂອງທ່ານ ອານຸພາບ ຕຸນາລົມ ເລຂາຄະນະພັກ ປະທານສະພາປະຊາຊົນ ນວ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ ມີພະແນກການກ່ຽວຂ້ອງເຂົ້າຮ່ວມ.

    ການເຄື່ອນໄຫວຄັ້ງນີ້ ໄດ້ຢ້ຽມຢາມການພັດທະນາ ແລະ ການຜະລິດເປັນສິນຄ້າຢູ່ເມືອງຫາດຊາຍຟອງ ຖືກຕ້ອນຮັບຈາກທ່ານ ບຸນເພັງ ສີນະວົງພອນ ເຈົ້າເມືອງຫາດຊາຍຟອງ ພ້ອມຄະນະ ໃນນີ້ ໄດ້ຢ້ຽມຢາມດ່ານສາກົນສິນຄ້າທ່າບົກ ທ່ານາແລ້ງ ແລະ ເຂດໂລຈິສຕິກ ນວ ໂດຍໄດ້ຮັບຟັງການລາຍງານປະຫວັດຄວາມເປັນມາ ຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍການພັດທະນາໂຄງການດັ່ງກ່າວຈາກທ່ານ ຈັນທອນ ສິດທິໄຊ ປະທານບໍລິສັດວຽງຈັນໂລຈິສຕິກ ພາກ ຈໍາກັດ ພ້ອມນັ້ນ ໄດ້ໄປຢ້ຽມຢາມສວນໝາກພ້າວນໍ້າຫອມຂອງທ່ານ ສົມພອນ ຄຸນນະເສນ ປະທານສະຫະກອນການຜະລິດກະສິກຳເປັນສິນຄ້າກຸ່ມ 6 ບ້ານທ່າພະ ນອກນີ້ ຍັງໄດ້ຢ້ຽມຢາມໂຮງງານຜະລິດໝາກຖົ່ວດາວອິນຄາ ສົ່ງອອກຕ່າງປະເທດຂອງບໍລິສັດໄໝສະຫວັນ ຢູ່ບ້ານສາລາຄໍາເໜືອ ໃນຕອນບ່າຍວັນດຽວກັນ ທ່ານປະທານປະເທດ ໄດ້ສືບຕໍ່ຢ້ຽມຍາມການພັດທະນາ ແລະ ການຜະລິດເປັນສິນຄ້າຢູ່ເມືອງໄຊທານີ ໂດຍຖືກຕ້ອນຮັບຈາກທ່ານ ຄໍາປະດິດ ເຂັມມານິດ ເຈົ້າເມືອງໄຊທານີ ໃນນີ້ ໄດ້ຢ້ຽມຢາມໂຄງການກໍ່ສ້າງພິພິທະພັນສິລະປະລາວສະໄໝໃໝ່ ຕັ້ງຢູ່ບ້ານໂນນສະອາດ ເມືອງໄຊທານີ ເພື່ອສ້າງເປັນແຫຼ່ງທ່ອງທ່ຽວເຊື່ອມຈອດກັບໜອງເຊືອມ ຂອງທ່ານ ພິຊິດ ໄຊຍະທິດ ຜູ້ອໍານວຍການຫໍພິພິທະພັນສິລະປະຮ່ວມສະໄໝ ເຊິ່ງໂຄງການກໍ່ສ້າງມີມູນຄ່າ 500 ຕື້ກີບ ປັດຈຸບັນ ການກໍ່ສ້າງມີຄວາມຄືບໜ້າ 40% ຈາກນັ້ນ ໄດ້ໄປຢ້ຽມຢາມສວນປູກໄມ້ໃຫ້ໝາກເປັນສິນຄ້າຂອງ ທ່ານ ມາມົວ ຊົງດາ ບ້ານ ດວງບຸດດີ ເມືອງໄຊທານີ ຕື່ມອີກ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!