ສປປ ລາວ ເປັນເຈົ້າພາບຈັດກອງປະຊຸມສະມາຄົມມິດຕະພາບປະຊາຊົນ ກັບປະຊາຊົນ ອາຊຽນ-ຈີນ ຄັ້ງທີ 13

   ວັນທີ 30 ມິຖຸນາ 2022  ສປປ ລາວ ໃນຖານະເປັນເຈົ້າພາບໄດ້ຈັດກອງປະຊຸມສະມາຄົມມິດຕະພາບລະຫວ່າງປະຊາຊົນ ກັບປະຊາຊົນອາຊຽນ-ຈີນ ຄັ້ງທີ 13 ຜ່ານລະບົບວິດີໂອທາງໄກ ພາຍໃຕ້ຫົວຂໍ້ “ການຮ່ວມມືເພື່ອສ້າງຄວາມເຂັ້ມແຂງຮ່ວມກັນ ແລະ ດໍາລົງຊີວິດຢ່າງປອດໄພ ຕາມວິຖີການດໍາລົງຊີວິດແບບໃໝ່” ໂດຍການເປັນເຈົ້າພາບຂອງສະມາຄົມມິດຕະພາບ ລາວ-ຈີນ ຂັ້ນສູນກາງ ມີຜູ້ແທນຈາກສະມາຄົມມິດຕະພາບ ຈີນ-ອາຊຽນ ສະມາຄົມມິດຕະພາບປະຊາຊົນຈີນກັບຕ່າງປະເທດ ແລະ ບັນດາສະມາຄົມມິດຕະພາບ ອາຊຽນ-ຈີນ ເຂົ້າຮ່ວມ.

    ກອງປະຊຸມຄັ້ງນີ້ ຈັດຂຶ້ນເພື່ອປຶກສາຫາລືທິດທາງການຮ່ວມມືຂອງສະມາຄົມມິດຕະພາບ ລະຫວ່າງ ອາຊຽນ-ຈີນ ພາຍໃຕ້ສະພາບການແຜ່ລະບາດຂອງພະຍາດໂຄວິດ – 19 ເພື່ອໃຫ້ປະຊາຊົນໃນບັນດາປະເທດອາຊຽນ ແລະ ຈີນ ມີຄວາມປອດໄພຈາກພະຍາດໂຄວິດ – 19 ແລະ ຟື້ນຟູການໄປມາຫາສູ່ກັນໃຫ້ເປັນປົກກະຕິ.

    ໃນກອງປະຊຸມ ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ປະທານສະມາຄົມມິດຕະພາບລາວ-ຈີນ ຂັ້ນສູນກາງ ໄດ້ກ່າວຕ້ອນຮັບຄະນະຜູ້ແທນກອງປະຊຸມ ແລະ ກ່າວເປີດກອງປະຊຸມຢ່າງເປັນທາງການ ຫຼັງຈາກນັ້ນ ຫົວໜ້າຄະນະຜູ້ແທນຈາກບັນດາປະເທດອາຊຽນ ກໍຄືບັນດາສະມາຄົມມິດຕະພາບ ອາຊຽນ-ຈີນ ກໍໄດ້ຜັດປ່ຽນກັນປະກອບຄຳຄິດເຫັນ ແລກປ່ຽນ ແລະ ປຶກສາຫາລືລົງເລິກໃນຫົວຂໍ້ສະເພາະທີ່ໄດ້ກໍານົດໄວ້ ພ້ອມນັ້ນ ຍັງໄດ້ຕີລາຄາການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານຂອງສະມາຄົມມິດຕະພາບໃນໄລຍະຜ່ານມາ ພ້ອມທັງປຶກສາຫາລືກ່ຽວກັບບັນດາແຜນການກໍຄືກົນໄກການຮ່ວມມືໃນຕໍ່ໜ້າ.

    ກອງປະຊຸມໄດ້ເປັນເອກະພາບອອກຖະແຫຼງການຮ່ວມທິດທາງແຜນການຮ່ວມມືໃນຕໍ່ໜ້າ ລະຫວ່າງບັນດາສະມາຄົມມິດຕະພາບ ອາຊຽນ-ຈີນ ແລະ ຈີນ-ອາຊຽນ ເນື້ອໃນສໍາຄັນ ແມ່ນເວົ້າເຖິງການພົວພັນຮ່ວມມືເພື່ອຮ່ວມກັນຕ້ານ ແລະ ສະກັດກັ້ນການແຜ່ລະຂອງພະຍາດໂຄວິດ– 19 ການຮ່ວມມືຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ໂຄງການ “ຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ” ແລະ ແຜນແມ່ບົດວ່າດ້ວຍການເຊື່ອມໂຍງອາຊຽນ ໃນປີ 2025 ສ້າງກົນໄກສືບຕໍ່ຕິດຕາມ ຊຸກຍູ້ໃຫ້ມີການຮ່ວມມືລະຫວ່າງປະເທດ 3 ລະດັບ ຄື

    1. ຂັ້ນນະຄອນຫຼວງ ຫຼື ແຂວງຕ່າງໆ

    2. ຂັ້ນເມືອງ ຂອງ ຈີນ-ອາຊຽນ ແລະ

   3. ຂັ້ນໂຮງຮຽນ ຫຼື ໂຮງໝໍ

    ເພື່ອສະໜັບສະໜູນໃຫ້ບັນດານະຄອນຫຼວງ ຫຼື ແຂວງຕ່າງໆ ເມືອງ ໂຮງຮຽນ ຫຼື ໂຮງໝໍຂອງຈີນ ແລະ ບັນດາປະເທດອາຊຽນ ມີການສ້າງມິດຕະພາບນຳກັນໃຫ້ນັບມື້ຫຼາຍຂຶ້ນ ກອງປະຊຸມໃນຄັ້ງນີ້ແມ່ນລາວເປັນເຈົ້າພາບຕາມການໝູນວຽນ ໃນຕອນທ້າຍກອງປະຊຸມ ທ່ານ ເພັດ ພົມພິພັກ ກໍໄດ້ມອບທຸງໃຫ້ສະມາຄົມມິດຕະພາບ ມາເລເຊຍ-ຈີນ ທີ່ຈະໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມສະມາຄົມມິດຕະພາບ ລະຫວ່າງປະຊາຊົນກັບປະຊາຊົນ ອາຊຽນ-ຈີນ ຄັ້ງທີ 14 ໃນປີ 2024.

# ຂ່າວ – ພາບ : ເພັດສະໝອນ

error: Content is protected !!