ຫົວໜ້າກົມໃຫຍ່ເສນາທິການກອງທັບ ລົງເຄື່ອນໄຫວພົບປະໂອ້ລົມພະນັກງານຫຼັກແຫຼ່ງຢູ່ກອງພັນນ້ອຍຊ່າງແສງ 579

    ວັນທີ 29 ມິຖຸນາ 2022 ສະຫາຍ ພົນຕີ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ ລົງເຄື່ອນໄຫວພົບປະໂອ້ລົມພະນັກງານຫຼັກແຫຼ່ງຢູ່ກອງພັນນ້ອຍຊ່າງແສງ 579 ໂດຍໃຫ້ກຽດຕ້ອນຮັບຢ່າງອົບອຸ່ນຈາກຄະນະພັກ-ຄະນະບັນຊາ ພະນັກງານ-ນັກຮົບເຂົ້າຮ່ວມ.

    ສະຫາຍ ພັນໂທ ຄຳຟອງ ເກິ່ງທອນສິມ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງພັນນ້ອຍຊ່າງແສງ 579 ລາຍງານໃຫ້ຮູ້ວ່າ: ໃນໄລຍະທີ່ຜ່ານມາຄະນະພັກ-ຄະນະບັນຊາ-ພະນັກງານ-ນັກຮົບທົ່ວກົມກອງພວກເຮົາ ໄດ້ສຸມໃສ່ວຽກງານ ປກຊ-ປກສ ຕາມພາລະບົດບາດດ້ວຍຄວາມຮັບຜິດຊອບສູງ ເຊິ່ງມັນໄດ້ສະແດງອອກເຖິງຄວາມຮັບຜິດຊອບຂອງພະນັກງານ-ນັກຮົບຂອງພວກເຮົາ ມີສະຕິລະວັງຕົວເປັນເຈົ້າການໃນການເຄື່ອນໄຫວ ຫັນລົງຮາກຖານ ບ້ານ ສົມທົບກັບກຸ່ມບ້ານສ່ອງແສງລາຍງານສະພາບການໃຫ້ເຊິ່ງກັນ ແລະ ກັນຮັບຮູ້ ແລະ ຫາວິທີການແກ້.

    ດ້ານວຽກງານການກຽມພ້ອມສູ້ຮົບ ກໍແມ່ນໜ້າທີ່ຂອງໝົດທຸກຄົນ ທຸກກົມກອງເຫຼົ່າຮົບ ແຕ່ອີງໃສ່ພາລະບົດບາດໜ້າທີ່ການເມືອງຂອງກົມກອງແລ້ວ ກອງພັນ 579 ພວກເຮົາໄດ້ເອົາໃຈໃສ່ເປັນເສນາທິການໃນການຈັດຕັ້ງກຳລັງກຽມ​ພ້ອມສູ້ຮົບໃຫ້ກົມຊ່າງແສງ ເຊິ່ງພວກເຮົາໄດ້ເຄື່ອນໄຫວຕາມແຜນການກຽມພ້ອມສູ້ຮົບປະຈຳປີ ແຜນການປ້ອງກັນທີ່ຕັ້ງ ແລະ ແຜນການປ້ອງກັນ ແລະ ຄວບຄຸມໄພພິບັດຂອງກົມກອງທີ່ໄດ້ຜ່ານອະນຸມັດຈາກຂັ້ນເທິງ ເຊິ່ງໃນໄລຍະທີ່ຜ່ານມາ ກົມກອງພວກເຮົາໄດ້ຈັດຕັ້ງກໍາລັງເຂົ້າໂຄງການ 01728 ຈໍານວນ 60 ສະຫາຍ ເຂົ້າກວດກູ້ລະເບີດໂຄງການ 01728 /6 ສະຫາຍ ຈັດຕັ້ງກຳລັງເຂົ້າກວດກູ້ທາດແຕກຮັບໃຊ້ກອງປະຊຸມ ຜູ້ແທນທາງພາຍໃນ ຕ່າງປະເທດ ແລະ ບັນດາວັນບຸນ ປະຫວັດສາດສຳຄັນຕ່າງໆຂອງຊາດ ຈັດຕັ້ງກຳລັງອອກສາລະເວຂອບເຂດຮັບຜິດຊອບ ແລະ ປ້ອງກັນກອງປະຊຸມຂັ້ນບ້ານຕາມການສະເໜີຂອງບ້ານ ຈັດຕັ້ງກຳລັງເຂົ້າປະຈຳການຕາມພາວະກຽມພ້ອມສູ້ຮັບຈາກພາວະປົກະຕິ ຂຶ້ນສູ່ພາວະເພີ່ມທະວີ ດ້ານວຽກງານກວດກູ້ ແລະ ປ້ອງກັນຄອບຄຸມໄພພິບັດແຕ່ຕົ້ນປີ 2017-2019 ກົມກອງພວກເຮົາໄດ້ສໍາເລັດການກວດກູ້ລະເບີດໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນຈັດຕັ້ງກໍາລັງເຂົ້າກວດກູ້ຢູ່ທາງ ອ 5 ເຊິ່ງເປັນເຂດກໍ່ສ້າງສາງຕົວແບບຢູ່ຊຽງຂວາງ ຈັດຕັ້ງກຳລັງເຂົ້າກວດກູ້ຢູ່ເດີ່ນບິນທົ່ງໄຫຫີນ ແຂວງຊຽງຂວາງ ສຳເລັດຕາມແຜນການ ຈັດຕັ້ງກໍາລັງເຂົ້າກອບກູ້ປະສົບໄພພິບັດຈາກເຫດການເຮືອນັກທ່ອງທ່ຽວຫຼົ້ມ ສົ່ງນັກດໍານໍ້າໄປຝຶກອົບຮົມຢູ່ເຂື່ອນນໍ້າງື່ມ1 ຈໍານວນ 12 ສະຫາຍ ດ້ານວຽກງານອົບຮົມຫັດແອບຜ່ານມາ ກົມກອງພວກເຮົາໄດ້ຈັດຕັ້ງອົບຮົມຫັດແອບປະຈຳປີ ເຊິ່ງມີຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້  ກົມກອງໄດ້ສ້າງແຜນການຝຶກອົບຮົມທະຫານໃໝ່ໄດ້ 16 ສະຫາຍສຳເລັດ ປັດຈຸບັນ ຍັງສືບຕໍ່ສຶກສາອົບຮົມຕາມແຜນການພັນທະປ້ອງກັນຊາດ ປີ 2021 ກົມກອງພວກເຮົາໄດ້ຈັດຕັ້ງກຳລັງເຂົ້າຮ່ວມການແຂ່ງຂັນກິລາການທະຫານຢູ່ ສສ ຫວຽດນາມ ແລະ ສ ຣັດເຊຍ ວຽກງານປັບປຸງກໍ່ສ້າງໃນໄລຍະ ປີ 2017 ກົມກອງພວກເຮົາໄດ້ຮັບທຶນກໍ່ສ້າງເຮືອນນອນ 2 ຫຼັງ ແລະ ສະໂມສອນ 1 ຫຼັງຈາກຂັ້ນເທິງ ແຕ່ຍັງບໍ່ໄດ້ສຳເລັດ ແຕ່ຢ່າງໃດກໍຕາມ ຄະນະພັກ-ຄະນະບັນຊາກົມກອງພວກເຮົາ ຈະໄດ້ສຶບຕໍ່ເຮັດໃຫ້ສຳເລັດຕາມແຜນການທີ່ກຳນົດໄວ້.

# ຂ່າວ – ພາບ : ບຸນມີ

error: Content is protected !!