ສຸກ​ອາພອນ ພ້ອມ​ຮັບ​ໃຊ້ ປຣະ​ຈວບ ເອ​​ັຟ​ຊີ ໃນ​ໄທ​ພຣີ​ເມຍ​ລີກ

    ສຸກ​ອາພອນ ວົງ​ຈຽງ​ຄຳ (ເມດ​ຊີ​ລາວ) ກອງ​ໜ້າ​ທີມ​ຊາດ​ລາວ ໃຫ້​ສຳພາດ​ເມື່ອ​ບໍ່​ດົນ​ມາ​ນີ້ ວ່າ: ນັບ​ແຕ່​ຕົ້ນ​ປີ 2020 ການ​ແຂ່ງຂັນ​ບານເຕະ​ໃນ​ລີກ​ຕ່າງໆ​ທົ່ວ​ໂລກ ໄດ້​ຮັບ​ຜົນ​ກະທົບ​ຈາກ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ແລະ ໄດ້​ຢຸດ​ແຂ່ງຂັນ​ຊົ່ວຄາວ ແຕ່​ຕົນ​ກໍ​ໄດ້​ເຝິກຊ້ອມ​ປົກກະຕິ​ດ້ວຍ​ຕົວ​ເອງ ເປັນຕົ້ນ​ແລ່ນ 3 ຄັ້ງ​ຕໍ່​ອາທິດ​ໜຶ່ງ ເຂົ້າ​ຟິດ​ເນັດ​ທຸກໆ​ວັນ ຊ້ອມ​ການ​ຍິງ​ປະຕູ ແລະ ເຝິກ​ເຕັກນິກ​ຕ່າງໆ ເພື່ອ​ຮັກສາ​ສະມັດຖະພາບ​ຮ່າງກາຍ​ໃຫ້​ພ້ອມ​ຢູ່​ສະເໝີ ກຽມ​ຮັບ​ໃຊ້​ທີມ​ຊາດ ແລະ ຕົ້ນ​ສັງກັດ ໂດຍ​ສະເພາະ​ວັນ​ທີ 15 ມິຖຸນາ 2020 ຄະນະ​ຄູ​ເຝິກ ແລະ ນັກ​ເຕະ​ຂອງ​ສະໂມສອນ ປຣະ​ຈວບ ເອັບ​​ຟ​ຊີ (ສະໂມສອນ​ຕົ້ນ​ສັງກັດ) ຈະ​ກັບ​ມາ​ຊ້ອມ​ໃຫຍ່​ຮ່ວມ​ກັນ​ເປັນ​ທາງ​ການ.

    ໃນ​ໄລຍະ​ຕົ້ນ​ປີ ຕົນ​ໄດ້​ຮັບ​ບາດເຈັບ ແຕ່​ພໍ​ຮອດ​ໄລຍະ​ພັກ​ການ​ແຂ່ງຂັນ ກໍ​ຮູ້​ວ່າ​ຕົນ​ສາມາດ​ຮັກສາ​ສະພາບ​ຮ່າງກາຍ​ໄດ້​ດີ​ກວ່າ​ໃນ​ໄລຍະ​ເວລາ​ປົກກະຕິ ເພາະວ່າ​ມີ​ເວລາ​ພັກຜ່ອນ​ຫຼັງ​ຈາກ​ອອກກຳລັງ​ກາຍ ແລະ ການ​ເຝິກຊ້ອມ​ຫຼາຍ​ກວ່າ​ເກົ່າ ເຮັດ​ໃຫ້​ຮ່າງກາຍ​ກັບ​ມາ​ສົມບູນ​ແບບ​ກວ່າ​ເກົ່າ.

    ສຸກ​ອາພອນ ວົງ​ຈຽງ​ຄຳ ເລີ່ມ​ຫຼິ້ນ​ກີລາ​ບານເຕະ​ເຕີບ​ໃຫຍ່​ກັບ​ສະໂມສອນ ເອ​ສຣາ ເອ​​ັຟ​ຊີ ທີມ​ທີ່​ສ້າງ​ນັກ​ເຕະ​ຮຸ່ນ​ສືບ​ທອດ​ໃຫ້​ທີມ​ຊາດ ປີ 2003 ເປັນ​ຊຸດ​ທຳ​ອິດ​ຂອງ​ສະໂມສອນ​ດັ່ງກ່າວ ເປັນ​ນັກ​ເຕະ ທີ່​ມີ​ຄວາມ​ອົດທົນ ແຂງ​ແກ່ນ ແລະ ມີ​ຄວາມ​ສາມາດ​ສະເພາະ​ຕົວ​ສູງ ໄດ້​ສ້າງ​ຜົນງານ​ຢ່າງ​ຫຼວງຫຼາຍ ເປັນ​ທີ່​ຮູ້ຈັກ​ໃນ​ວົງ​ການ​ກີລາ​ບານເຕະ​ລາວ ແລະ ປະເທດ​ເພື່ອນ​ບ້ານ ກ່ອນ​ຈະ​ຖືກ​ດຶງ​ຕົວ​ໄປ​ຫຼິ້ນ​ໃຫ້ ສະໂມສອນ ກະບີ່ ທີມ​ໃນ​ດີ​ວິ​ຊັນ 1 ຂອງ​ລີກ​ປະເທດ​ໄທ ປີ 2011-2012 ຕໍ່​ດ້ວຍ​ສະໂມສອນ ພິດ​ສະ​ນຸ​ໂລກ ໃນ​ລີກ 1 ຂອງ​ປະເທດ​ໄທ ເຄິ່ງ​ລະດູ​ການ (ປີ 2013) ແລະ ຍ້າຍ​ໄປ​ຢູ່​ສະໂມສອນ ສະຣະ​ບູ​ລີ ປີ 2014 ກາຍເປັນ​ສ່ວນ​ໜຶ່ງ​ສາມາດ​ພາ​ທີມ​ເລື່ອນ​ຊັ້ນ​ຂຶ້ນ​ສູ່ ໄທ​ພຣີ​ເມຍ​ລີກ ກ່ອນ​ຈະ​ຫວນ​ຄືນ​ມາສູ່​ວົງ​ການ​ບານເຕະ​ລາວ​ຮ່ວມ​ກັບ​ສະໂມສອນ​ລ້ານ​ຊ້າງ ຢູ​ໄນ​ເຕັດ ປີ 2016 ຮັບ​ໃຊ້​ສະໂມ​ສອນ ເອ​ສຣາ ເອ​​ັຟ​ຊີ ແລະ ສະໂມສອນ ວຽງ​ຈັນ ຢູ​ໄນ​ເຕັດ ໃນ​ບ້ານ​ເກີດ ສາມາດ​ສ້າງ​ຜົນງານ​ປະ​ທັບ​ໃຈ​ໃຫ້​ທີມ ຈາກ​ນັ້ນ​ສະໂມສອນ ສີສະ​ເກດ ເອ​​ັຟ​ຊີ ກໍ​ຊື້​ຕົວ​ໄປ​ຊ່ວຍ​ທີມ ໃນ​ໄທ​ພຣີ​ເມຍ​ລີກ ລະດູ​ການ 2018-2019 ຫຼ້າ​ສຸດ​ປີ​ນີ້ ຫຼິ້ນ​ໃຫ້​ສະໂມສອນ ປຣະ​ຈວບ ເອ​​ັຟ​ຊີ ທີມ​ໃນ​ລີກ​ສູງ​ສຸດ​ຂອງ​ປະເທດ​ໄທ.

error: Content is protected !!