ກ່ອນ​ຈະ​ໄດ້​ຮັບ​ການ​ປ່ອຍ​ຕົວ

    ຜູ້​ຂຽນ​ເຄີຍ​ສະເໜີ​ໄປ​ແລ້ວ​ວ່າ ໂທດ ແມ່ນ​ມາດ​ຕະການ​ບັງຄັບ​ຂອງ​ລັດ ທີ່​ກຳນົດ​ໄວ້​ໃນ​ກົດໝາຍ​ອາຍາ ນຳ​ໃຊ້​ເພື່ອ​ຈຳກັດ​ສິດ ຕັດ​ສິດ ແລະ ຜົນ​ປະໂຫຍດ​ຂອງ​ຜູ້​ກະທຳ​ຜິດ ໝາຍ​ຄວາມ​ວ່າ ຜູ້​ທີ່​ຖືກ​ລົງໂທດ​ຕັດ​ອິດ​ສະລະ​ພາບ ຈະ​ບໍ່​ໄດ້​ຮັບ​ສິດ​ຄື​ກັບ​ຄົນ​ທົ່ວ​ໄປ ເຊັ່ນ: ສິດ​ໃນ​ການເຄື່ອນໄຫວ​ໄປ​ມາ​ຢ່າງ​ເສລີ ສິດ​ສະໝັກ​ຮັບ​ເລືອກ​ຕັ້ງ​ເຫຼົ່າ​ນີ້​ເປັນຕົ້ນ ຄວາມ​ຈິງ​ການ​ລົງໂທດ​ບໍ່​ມີ​ຈຸດປະສົງ​ລົງໂທດ​ຕໍ່​ຜູ້​ກະທຳ​ຜິດ ເພື່ອ​ບໍ່​ໃຫ້​ຜູ້ກ່ຽວ​ໄປ​ກະທຳ​ຜິດ​ໃໝ່ ຫຼື ຈຳກັດ​ທີ່ຢູ່​ຂອງ​ຜູ້ກ່ຽວ​ໃຫ້​ແຄບ​ລົງ​ເທົ່າ​ນັ້ນ ແຕ່​ຫາກ​ຍັງ​ມີ​ຈຸດ​​ປ​ະສົງ​ອື່ນ​ທີ່​ສຳຄັນ​ກວ່າ​ນັ້ນ ແມ່ນ​ເພື່ອ​ດັດ​ສ້າງ ແລະ ສຶກ​ສາ​ອົບຮົມ​ຜູ້​ກະທຳ​ຜິດ​ໃຫ້​ຫັນປ່ຽນ​ແນວ​ຄິດ ແລະ ການ​ກະທຳ​ຂອງ​ຕົນ ແລ້ວ​ກາຍເປັນ​ພົນລະເມືອງ​ດີ​ຂອງ​ສັງຄົມ ຮູ້ຈັກ​ອອກແຮງ​ງານ​ທຳ​ການ​ຜະລິດ ຮູ້ຈັກ​ຮັກ​ຄອບຄົວ ຮັກ​ພໍ່​ແມ່ ຮັກ​ລູກ​ຮັກ​ເມຍ ຮັກ​ພີ່ນ້ອງ​ປ້ອງ​ປາຍ ດຳລົງ​ຊີວິດ ແລະ ຫາ​ຢູ່​ທຳ​ກິນ​ດ້ວຍ​ຄວາມ​ຖືກຕ້ອງ ພາຍ​ໃຕ້​ກົດໝາຍ​ກຳນົດ. ລັດ​ເຮົາ​ເວລາ​ໃດ​ກໍ​ເອົາໃຈໃສ່​ປະຕິບັດ​ນະໂຍບາຍ​ຜູ້​ກະທຳ​ຜິດ ຕໍ່​ຜູ້​ຖືກ​ຫາ ຕໍ່​ຈຳເລີຍ ແລະ ນັກໂທດ​ຕະຫຼອດ​ໄລຍະ​ຂອງ​ການ​ດຳເນີນ​ຄະດີ​ຕາມ​ຂະ​ບວນ​ການ​ຍຸຕິ​ທຳ ໂດຍ​ສະເພາະ ໄດ້​ກຳນົດ​ຫຼັກການ​ລວມ​ຂອງ​ການ​ວາງ​ໂທດ ສາເຫດ​ທີ່​ພາໃຫ້​ມີ​ການ​ຫຼຸດຜ່ອນ​ຄວາມ​ຮັບຜິດຊອບ​ທາງ​ອາຍາ ການ​ວາງ​ໂທດ​ທີ່​ຕ່ຳ​ກວ່າ​ກົດໝາຍ​ກຳນົດ​ໄວ້ ການ​ພາກ​ໂທດ ລວມ​ທັງ​ການ​ຄິດໄລ່​ການ​ກັກ​ຂັງ​ພາງ​ເຂົ້າ​ໃນ​ການ​ປະຕິບັດ​ໂທດ​ນຳ​ອີກ​ດ້ວຍ. ນອກຈາກ​ນີ້​ຍັງ​ມີ​ການ​ໃຫ້​ອະໄພ​ຍະ​ໂທດ ຫຼຸດຜ່ອນ​ໂທດ ຫຼື ລົບ​ລ້າງ​ໂທດ​ທີ່​ຍັງ​ເຫຼືອ ການ​ນິລະໂທດ​ກຳ ໂດຍ​ການ​ລົບ​ລ້າງ​ການ​ກະທຳ​ຜິດ​ທາງ​ອາຍາ​ໃດ​ໜຶ່ງ.

    ສະນັ້ນ ໃນ​ປະມວນ​ກົດໝາຍ​ອາຍາ​ກໍ​ໄດ້​ກຳນົດ ການ​ປ່ອຍ​ຕົວ​ກ່ອນ​ກຳນົດ​ໂດຍ​ມີ​ເງື່ອນໄຂ​ເອົາ​ໄວ້ ໂດຍ​ສອດຄ່ອງ​ກັບ​ຫຼັກການ​ມະນຸດສະທຳ ໃນ​ນີ້​ການ​ປ່ອຍ​ຕົວ​ກ່ອນ​ກຳນົດ ແມ່ນ​ການ​ປ່ອຍ​ຕົວ​ນັກໂທດ ຊຶ່ງ​ໄດ້​ປະຕິບັດ​ໂທດ​ສ່ວນ​ໃດ​ສ່ວນ​ໜຶ່ງ​ມາ​ແລ້ວ ມີ​ຄວາມ​ກ້າວໜ້າ ໄດ້​ຝຶກ​ຝົນ​ຫຼໍ່​ຫຼອມ​ຕົນ​ເອງ ເປັນ​ແບບຢ່າງ​ໃນ​ການ​ປະຕິບັດ​ລະບຽບ​ຂອງ​ຄ້າຍ​ດັດ​ສ້າງ ແລະ ການ​ອອກແຮງ​ງານ ໄດ້​ມີ​ການ​ປ່ຽນ​ທາງ​ດ້ານ​ທັດສະນະ​ແນວ​ຄິດ ແລະ ໄດ້​ມີ​ຄວາມ​ຮູ້​ກິນແໜງ ຕໍ່​ການ​ກະທຳ​ທີ່​ບໍ່​ຖືກຕ້ອງ​ຂອງ​ຕົນ​ໃນ​ໄລຍະ​ຜ່ານ​ມາ ແຕ່​ເຖິງ​ຢ່າງໃດ​ກໍ​ຕາມ​ນັກໂທດ​ຜູ້​ທີ່​ຈະ​ໄດ້​ຮັບ​ການ​ປ່ອຍ​ຕົວ​ກ່ອນ​ກຳນົດ​ໂດຍ​ມີ​ເງື່ອນ​ນັ້ນ ຈະ​ຕອ້ງ​ແມ່ນ​ນັກໂທດ​ທີ່​ໄດ້​ປະຕິບັດ​ໂທດ​ມາ​ແລ້ວ​ຄື: 1. ເຄິ່ງ​ໜຶ່ງ ສຳລັບ​ຜູ້​ກະທຳ​ຜິດ​ທີ່​ມີ​ອາຍຸ​ຕ່ຳ​ກວ່າ​ສິບ​ແປດ​ປີ ໃນ​ເວລາ​ກະທຳ​ຜິດ ຕົວຢ່າງ ທ້າວ ແຫກ ໄດ້​ໄປ​ກະທຳ​ຜິດ​ໃນ​ຂໍ້​ຫາ ຊີງ​ຊັບ​ຂອງ​ພົນລະເມືອງ ແຕ່​ໃນ​ເວລາ​ກະທຳ​ຜິດ ທ້າວ ແຫກ ມີ​ອາຍຸ 17 ປີ ຜູ້ກ່ຽວ​ຖືກ​ສານ​ຕັດ​ສີນ​ລົງໂທດ​ຕັດ​ອິດສະຫຼະ​ພາຍ 6 ເດືອນ. ສະນັ້ນ ໃນ​ກໍລະນີ​ທີ່​ຄຳ​ຮ້ອງ​ຂອງ​ພໍ່ ຫຼື ແມ່​ຂໍ​ໃຫ້​ປ່ອຍ​ຕົວ​ກ່ອນ​ກຳນົດ​ໂດຍ​ມີ​ເງື່ອນໄຂ​ນັ້ນ ທ້າວ ແຫກ​ຕ້ອງ​ໄດ້​ປະຕິບັດ​ໂທດ​ກ່ອນ 3 ເດືອນ ພ້ອມ​ກັນ​ນີ້ ໃນ​ເວລາ​ປະຕິບັດ​ໂທດ ຜູ້ກ່ຽວ​ກໍ​ໄດ້​ເອົາໃຈໃສ່​ປະຕິບັດ​ລະບຽບ​ການ​ຂອງ​ຄ້າຍ​ດັດ​ສ້າງ​ເປັນ​ຢ່າງ​ດີ ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຈາກ​ການຈັດຕັ້ງ ແລະ ບຸກຄົນ​ອ້ອມ​ຂ້າງ. ຜູ້ກ່ຽວ​ມີ​ການ​ຫັນປ່ຽນ​ທັດສະນະ​ແນວ​ຄິດ ແລະ ຮູ້​ໄດ້​ວ່າ​ສິ່ງ​ທີ່​ຕົນ​ເອງ​ໄດ້​ກະທຳ​ມາ​ເຮັດ​ໃຫ້​ມີ​ຜົນ​ກະທົບ​ຕໍ່​ສັງຄົມ​ສ່ວນ​ລວມ ແລະ ບຸກຄົນ. ໃນ​ທາງ​ກົງກັນຂ້າມ ຫາກ​ຜູ້ກ່ຽວ​ບໍ່​ຫັນປ່ຽນ​ແນວ​ຄິດ​ຈິດໃຈ ແລະ ການ​ກະທຳ ມີ​ການເຄື່ອນໄຫວ​ກະທຳ​ຜິດ​ຢູ່​ໃນ​ເວລາ​ປະຕິບັດ​ໂທດ ມີ​ການ​ລະເມີດ​ລະບຽບ​ຂອງ​ຄ້າຍ​ດັດ​ສ້າງ ບໍ​ເຄົາລົບ​ການຈັດຕັ້ງ ເຖິງ​ຈະ​ຢູ່​ໄດ້ 3 ຫຼື 4 ເດືອນ​ກໍ​ບໍ່​ມີ​ເງື່ອນ​ທີ່​ຈະ​ໄດ້​ຮັບ​ການ​ປ່ອຍ​ຕົວ​ກ່ອນ​ກຳນົດ​ຢ່າງ​ເດັດຂາດ; 2. ສອງ​ສ່ວນ​ສາມ ສຳລັບ​ຜູ້​ກະທຳ​ຜິດ​ທີ່​ມີ​ອາຍຸ​ແຕ່ ສິບ​ແປດ​ປີ ຂຶ້ນ​ໄປ​ໃນ​ເວລາ​ກະທຳ​ຜິດ; 3. ສິບ​ຫ້າ​ປີ ສຳລັບ​ຜູ້​ກະທຳ​ຜິດ​ທີ່​ປະຕິບັດ​ໂທດ​ຕັດ​ອິດສະຫຼະພາບ​ຕະຫຼອດ​ຊີວິດ ສິ່ງ​ທີ່​ທຸກ​ຄົນ​ຄວນ​ຈື່​ຈຳ​ໃນ​ການ​ປ່ອຍ​ຕົວ​ກ່ອນ​ກຳນົດ​ໂດຍ​ມີ​ເງື່ອນໄຂ​ນີ້ ຈະ​ບໍ່​ສາມາດ​ປະຕິບັດ​ນະໂຍບາຍ​ຕໍ່​ຜູ້​ກະທຳ​ຜິດ​ທີ່​ບໍ່​ເຂັດ​ຫຼາບ ແລະ ຜູ້​ຖືກ​ລົງໂທດ​ປະຫານ​ຊີວິດ ແລ້ວ​ປ່ຽນ​ມາ​ເປັນ​ໂທດ​ຕັດ​ອິດສະຫຼະພາບ​ນັ້ນ ແມ່ນ​ບໍ່​ອະນຸຍາດ​ໃຫ້​ປ່ອຍ​ຕົວ​ໄດ້.

error: Content is protected !!