ຊີໂນ-ອາກຣີ ໂປຕາສ ມອບເຄື່ອງຊ່ວຍເຫຼືອຄະນະສະເພາະກິດຕ້ານ COVID-19

ເມື່ອ​ບໍ່​ດົນ​ມາ​ນີ້ ທ່ານ ທົງ ຢົງ​ເຮືອງ ກຳ­ມະ­ການ​ບໍ­ລິ­ຫານ​ອຳ­ນວຍ​ການ​ໃຫຍ່ ບໍ­ລິ­ສັດ ຊີ​ໂນ-ອາ​ກຣີ ສາ­ກົນ ພັດ­ທະ­ນາ​ເກືອ​ໂປ​ຕາ​ສ ຈຳ­ກັດ ທັງ​ເປັນ​ອຳ­ນວຍ​ການ​ໃຫຍ່ ຊີ​ໂນ-ອາ​ກຣີ ໂປ​ຕາ​ສ ຈຳ­ກັດ ໄດ້​ມອບ​ເຄື່ອງ​ຊ່ວຍ­ເຫຼືອ​ຕ້ານ​ພະ­ຍາດ​ອັກ­ເສບ​ປອດ​ຈາກ​ເຊື້ອ​ຈຸ​ລະ​ໂຣກ​ສາຍ​ພັນ​ໃໝ່ (COVID-19) ໃຫ້​ຄະ­ນະ​ສະ­ເພາະ​ກິດ​ເພື່ອ​ປ້ອງ​ກັນ ຄວບ​ຄຸມ ແລະ ແກ້​ໄຂ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ສະ­ມາ­ຄົມ​ມິດ­ຕະ­ພາບ​ລາວ-ຈີນ ຄະ­ນະ​ສະ­ເພາະ​ກິດ ເພື່ອ​ປ້ອງ​ກັນ ຄວບ​ຄຸມ ແລະ ແກ້​ໄຂ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ ໂຄ​ວິດ-19 ແຂວງ​ຄຳ​ມ່ວນ ແລະ ພາກ­ສ່ວນ​ຕ່າງໆ ລວມ​ມູນ​ຄ່າ 400 ລ້ານ​ກີບ ເພື່ອ​ເປັນ​ການ​ຊຸກ­ຍູ້​ວຽກ​ງານ​ການ​ຟື້ນ​ຟູ​ການ​ຜະ­ລິດ-ຟື້ນ​ຟູ​ກິດ­ຈະ­ການ​ຢູ່ ສປປ ລາວ ເຊິ່ງ​ມີ​ທ່ານ ບຸນ​ກອງ ສີ​ຫາ​ວົງ ລັດ­ຖະ­ມົນ­ຕີ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ທ່ານ ຄຳ​ມະ­ນີ ອິນ​ທິ​ລາດ ລັດ­ຖະ­ມົນ­ຕີ​ກະ­ຊວງ​ພະ­ລັງ­ງານ ແລະ ບໍ່​ແຮ່ ທັງ​ເປັນ​ປະ­ທານ​ສະ­ມາ­ຄົມ​ມິດ­ຕະ­ພາບ​ລາວ-ຈີນ ແລະ ທ່ານ ບຸນ​ມີ ພິມ​ມະ​ສອນ ຮອງ​ເຈົ້າ­ແຂວງ​ຄຳ​ມ່ວນ ທັງ​ເປັນ​ຫົວ­ໜ້າ​ຄະ­ນະ​ສະ­ເພາະ​ກິດ​ຂັ້ນ​ແຂວງ ໄດ້​ຕາງ­ໜ້າ​ຮັບ​ເຄື່ອງ​ຊ່ວຍ­ເຫຼືອ​ດັ່ງ­ກ່າວ.

ເຄື່ອງ​ທີ່​ບໍ­ລິ­ສັດ​ໄດ້​ຊ່ວຍ­ເຫຼືອ ປະ­ກອບ​ມີ ຜ້າ​ອັດ​ປາກ​ການ​ແພດ​ຈຳ­ນວນ 90.000 ອັນ ຢາ­ເມັດ​ຫຼຽນ​ຮົ່ວ ຊິ່ງ​ເຫວິ່ນ Lianhua Qingwen Capsule ຈຳ­ນວນ 3.000 ກັບ ຜ້າ​ເຊັດ​ເຮັດ​ຄວາມ​ສະ­ອາດ​ຂ້າ​ເຊື້ອ 1.000 ຫໍ່ ແລະ ເຈວ​ລ້າງ​ມື​ຂ້າ​ເຊື້ອ 500 ກ່ອງ.

ບໍ­ລິ­ສັດ ຊີ​ໂນ-ອາ​ກຣີ ໂປ​ຕາ​ສ ສ້າງ­ຕັ້ງ​ຂຶ້ນ​ໃນ​ປີ 2009 ເຊິ່ງ​ແຕ່​ນັ້ນ​ມາ ໄດ້​ສຸມ​ໃສ່​ກິດ­ຈະ­ການ​ພັດ­ທະ­ນາ​ບໍ່​ແຮ່​ເກືອ​ໂປ​ຕາ​ສ​ຢູ່ ສປປ ລາວ ເປັນ​ວິ​ສາ​ຫະ​ກິດ​ທຳ​ອິດ​ຢູ່​ລາວ ທີ່​ບັນ­ລຸ​ການ​ຜະ­ລິດ​ເກືອ​ໂປ​ຕາ​ສ​ແບບ​ຫັນ​ເປັນ​ອຸດ­ສາ­ຫະ­ກຳ ມາ​ຮອດ​ປັດ­ຈຸ­ບັນ ໄດ້​ຜະ­ລິດ​ເກືອ​ໂປ​ຕາ​ສ​ທີ່​ມີ​ຄຸນ​ນະ​ພາບ​ສະ​ສົມ​ລວມ​ທັງ​ໝົດ 1,1 ລ້ານ​ໂຕນ ມີ­ແຮງ​ງານ 500 ກວ່າ​ຄົນ ໃນ​ນັ້ນ​ເກືອບ 2/3 ແມ່ນ​ເປັນ​ຄົນ​ງານ​ລາວ ໄລ­ຍະ​ສິບ​ກວ່າ​ປີ​ມາ​ນີ້ ບໍ­ລິ­ສັດ​ໄດ້​ຢຶດ​ຖື​ພາ­ລະ­ກິດ ແລະ ຄວາມ​ຮັບ­ຜິດ­ຊອບ​ຂອງ​ວິ​ສາ​ຫະ​ກິດ ບໍ່​ພຽງ​ແຕ່​ໄດ້​ຕັ້ງ­ໜ້າ​ຊຸກ­ຍູ້​ການ​ປະ­ກອບ​ອາ­ຊີບ ຍັງ​ໄດ້​ຈັດ​ຕັ້ງ​ພະ​ແນກ​ຮັກ­ສາ​ສິ່ງ­ແວ­ດລ້ອມ ແລະ​ເຄື່ອນ​ໄຫວ​ທາງ​ສັງ­ຄົມ​ຂຶ້ນ​ເປັນ​ອັນ​ສະ­ເພາະ ເຊິ່ງ​ໄດ້​ຊ່ວຍ­ເຫຼືອ​ກໍ່­ສ້າງ​ໂຮງ­ຮຽນ ກໍ່­ສ້າງ​ພື້ນ­ຖານ​ໂຄງ​ລ່າງ​ໃນ​ເຂດ​ອ້ອມ​ຂ້າງ ອຸ­ປະ­ຖຳ​ວຽກ​ງານ​ການ­ເຄື່ອນ­ໄຫວ​ທີ່​ສຳ­ຄັນ ແລະ ການ­ເຄື່ອນ­ໄຫວ​ທາງ​ສັງ­ຄົມ​ຕ່າງໆ​ຕາມ​ລຳ­ດັບ ໄດ້​ອອກ­ແຮງ​ເຕັມ​ສ່ວນ ເພື່ອ​ສ້າງ​ສະ­ພາບ​ແວດ​ລ້ອມ​ແຫ່ງ​ການ​ຢູ່​ຮ່ວມ​ກັນ​ຢ່າງ​ກົມ­ກຽວ ພ້ອມ​ນັ້ນ ໄດ້​ຊຸກ­ຍູ້​ການ​ພັດ­ທະ­ນາ​ດ້ານ​ເສດ­ຖະ­ກິດ-ສັງ­ຄົມ​ທ້ອງ­ຖິ່ນ​ໃຫ້​ຂະ­ຫຍາຍ­ຕົວ​ຢ່າງ​ວ່ອງ­ໄວ ມີ​ປະ​ສິດ­ທິ​ຜົນ ໄດ້​ຮັບ​ການ​ສັນ­ລະ­ເສີນ ຕີ​ລາ­ຄາ​ເປັນ​ຢ່າງ​ດີ​ຈາກ​ພາກ​ລັດ​ທີ່​ກ່ຽວ­ຂ້ອງ ແລະ ປະ­ຊາ­ຊົນ.

ນັບ​ແຕ່​ວັນ​ທີ 24 ມີ­ນາ 2020 ທີ່ ສປປ ລາວ ມີ​ຜູ້​ຕິດ­ເຊື້ອ​ໂຄ​ວິດ-19 ຄົນ​ທຳ​ອິດ ຊີ​ໂນ-ອາ​ກຣີ ໂປ​ຕາ​ສ ໄດ້​ລົງ­ມື​ຈັດ​ຕັ້ງ​ປະ­ຕິ­ບັດ​ຢ່າງ​ຮີບ​ດ່ວນ ຕັ້ງ­ໜ້າ​ລົງ​ເຄື່ອນ​ໄຫວ​ໃນ​ການ​ປ້ອງ​ກັນ​ການ​ລະ­ບາດ​ຂອງ​ພະ­ຍາດ​ຢູ່​ລາວ ດ້ານ​ໜຶ່ງ​ແມ່ນ​ປະ­ຕິ­ບັດ​ຢ່າງ​ເຂັ້ມ​ງວດ ບັນ­ດາ​ຄຳ​ສັ່ງ ແຈ້ງ​ການ ແລະ ຄຳ​ແນະ­ນຳ​ຂອງ​ພາກ​ລັດ​ລາວ​ທຸກ​ຂັ້ນ​ວາງ​ອອກ ດຳ­ເນີນ​ການ​ຄຸ້ມ​ຄອງ​ໃຫ້​ຄົນ​ງານ​ກັກ​ຕົວ​ຢູ່​ໃນ​ໂຮງ­ງານ ຕອບ​ສະ­ໜອງ​ການ​ຄ້ຳ­ປະ­ກັນ​ທາງ​ສະ­ຫວັດ­ດີ​ການ-ສັງ­ຄົມ ປະ­ສານ​ສົມ­ທົບ​ກັບ​ພາກ​ລັດ​ໃນ​ທ້ອງ­ຖິ່ນ ແລະ ປະ­ຊາ­ຊົນ​ທີ່­ຢູ່​ອ້ອມ​ຂ້າງ ເຊິ່ງ​ໄດ້​ຮ່ວມ​ກັນ​ຜ່ານ​ຜ່າ​ອຸ­ປະ­ສັກ​ໃນ​ໄລ­ຍະ​ທີ່​ມີ​ຄວາມ​ສ່ຽງ​ສູງ​ຂອງ​ການ­ລະ­ບາດ­ພະ­ຍາດ​ໄດ້​ຢ່າງ​ປອດ​ໄພ ແລະ ໝັ້ນ​ທ່ຽງ ແລະ ຫຼາຍ​ໜ່ວຍ​ງານ​ໄດ້​ຊ່ວຍ​ຈັດ​ຊື້​ເຄື່ອງ​ປ້ອງ​ກັນ​ການ​ລະ­ບາດ​ເພື່ອ​ສະ­ໜັບ­ສະ­ໜູນ​ພາກ​ລັດ​ລາວ ໃນ​ການ​ປ້ອງ​ກັນ ແລະ ຄວບ​ຄຸມ​ການ​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ເຊິ່ງ​ໄລ­ຍະ​ຕົ້ນ​ຂອງ​ການ​ລະ­ບາດ ບໍ­ລິ­ສັດ​ດັ່ງ­ກ່າວ​ກໍ​ໄດ້​ຮີບ​ຮ້ອນ​ຈັດ​ຊື້​ເຄື່ອງ​ອຸ­ປະ­ກອນ​ປ້ອງ​ກັນ​ຢ່າງ​ສຸກ​ເສີນ​ຢູ່​ພາຍ​ໃນ​ທ້ອງ­ຖິ່ນ ເພື່ອ​ຊ່ວຍ­ເຫຼືອ​ສະ­ໜັບ­ສະ­ໜູນ​ວຽກ​ງານ​ປ້ອງ​ກັນ ຄວບ​ຄຸມ​ການ​ລະ­ບາດ​ໃຫ້​ແກ່​ອຳ­ນາດ​ການ​ປົກ­ຄອງ​ແຂວງ ຄຳ​ມ່ວນ​ຢ່າງ​ທັນ​ການ ພ້ອມ​ດຽວ​ກັນ​ນັ້ນ ຊີ​ໂນ-ອາ​ກຣີ ສາ­ກົນ ເຊິ່ງ​ເປັນ​ບໍ­ລິ­ສັດ​ແມ່​ຂອງ ຊີ​ໂນ-ອາ​ກຣີ ໂປ​ຕາ​ສ ກໍ​ໄດ້​ຈັດ​ຊື້​ເຄື່ອງ​ອຸ­ປະ­ກອນ​ປ້ອງ​ກັນ​ການ​ລະ­ບາດ ໂດຍ​ເລືອກ­ເຟັ້ນ​ຍີ່­ຫໍ້​ທີ່​ມີ​ຊື່​ສຽງ​ຂອງ​ຈີນ ເພື່ອ​ຮັບ­ປະ­ກັນ​ດ້ານ​ຄຸນ​ນະ​ພາບ ແລະ ປະ­ລິ­ມານ​ຂອງ​ເຄື່ອງ​ແຕ່​ລະ​ງວດ​ທີ່​ສົ່ງ​ເຖິງ​ນະ­ຄອນ­ຫຼວງ​ວຽງ​ຈັນ.

# ຂ່າວ & ພາບ: ຂັນ​ທະ­ວີ

error: Content is protected !!