ສີໂຄດຕະບອງ ມີແຜນປ່ອຍປາຄືນສູ່ທຳມະຊາດ 30.000 ກວ່າໂຕ

ຫ້ອງການກະສິກຳ ແລະ ປ່າໄມ້ ຮ່ວມກັບຫ້ອງວ່າການປົກຄອງເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ (ນວ) ຈັດພິທີປ່ອຍປ່າ ເນື່ອງໃນວັນອະນຸຮັກສັດນໍ້າ ແລະ ສັດປ່າ ປະຈຳປີ 2022 ຂຶ້ນວັນທີ 15 ກໍລະກົດ 2022 ຢູ່ວັງສະຫງວນ ອ່າງປາບຶກ ວັດໂພນສະຫວ່າງ ບ້ານອ່າງໃຫຍ່ ເມືອງສີໂຄດຕະບອງ ໂດຍມີພະເຖລານຸເຖລະ ທ່ານ ທະວີໄຊ ເໝົາຊົມພູ ເຈົ້າເມືອງສີໂຄດຕະບອງ ທ່ານ ແສງອາລຸນ ສຸລິຍະວົງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ນວ ພ້ອມດ້ວຍຄະນະນຳເມືອງ ແລະ ອຳນາດການປົກຄອງບ້ານເຂົ້າຮ່ວມ.

ທ່ານ ສັນຕິໄຊ ສັນຕິລາດ ຮອງຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງສີໂຄດຕະບອງ ກ່າວວ່າ: ເພື່ອເຮັດໃຫ້ຊີວະນາໆພັນຄຽງຄູ່ກັບທຳມະຊາດຕະຫຼອດໄປ ພວກເຮົາມີຄວາມຈຳເປັນຕ້ອງໄດ້ມີການປ່ອຍປາ ແລະ ສັດນໍ້າອື່ນໆໃນ 2 ຮູບແບບຄື: ປ່ອຍປາ ແລະ ສັດນໍ້າຕ່າງໆ ເພື່ອຂະຫຍາຍພັນຕາມທຳມະຊາດ ໂດຍແມ່ນພາກລັດ ອົງການຈັດຕັ້ງມະຫາຊົນທຸກຂັ້ນທຸກຊັ້ນຄົນ ພ້ອມດ້ວຍອົງການປົກຄອງທ້ອງຖິ່ນເປັນຜູ້ຮັບຜິດຊອບ ພ້ອມນັ້ນ ການປ່ອຍປາສູ່ທຳມະຊາດ ແລະ ປ່ອຍລົງໜອງລ້ຽງເອງ ຍັງເປັນການສ້າງຄວາມສົມດຸນທາງດ້ານລະບົບນິເວດ ເພີ່ມດ້ານສະບຽງອາຫານ ແລະ ເປັນສິນຄ້າ ໂດຍແມ່ນພາກສ່ວນບຸກຄົນ ນິຕິບຸກຄົນ ບໍລິສັດ ນັກທຸລະກິດ ແລະ ຜູ້ປະກອບການ ເປັນຜູ້ຈັດຕັ້ງປ່ອຍ ພາຍໃຕ້ການຊີ້ນຳຂອງເບື້ອງລັດ ຍ້ອນເຫັນໄດ້ຄວາມໝາຍ ແລະ ຄວາມສຳຄັນຂອງການປ່ອຍປາຄືນສູ່ທໍາມະຊາດ ສປປ ລາວ ໄດ້ມີກົດໝາຍວ່າດ້ວຍການປະມົງສະບັບ ເລກທີ 03/ສພຊ ພາກທີ IX ໄດ້ກຳນົດເອົາວັນທີ 13 ກໍລະກົດຂອງທຸກປີເປັນວັນປ່ອຍປາແຫ່ງຊາດ ໂດຍເລີ່ມແຕ່ປີ 1994 ຮອດປີ 2021 ໄດ້ປ່ອຍປາ ແລະ ສັດນໍ້າ ຢູ່ພາຍໃນເມືອງສີໂຄດຕະບອງ 3.470.000 ໂຕ ໄດ້ເຮັດໃຫ້ສັດນໍ້າຢູ່ຕາມທຳມະຊາດມີການຂະຫຍາຍຕົວເພີ່ມຂຶ້ນຢ່າງຕໍ່ເນື່ອງ.

ໃນປີ 2022 ເມືອງສີໂຄດຕະບອງມີແຜນສຶບຕໍ່ຈັດຕັ້ງປະຕິບັດພິທີປ່ອຍປາຢູ່ພາຍໃນເມືອງ ເພື່ອເປັນການຂະຫຍາຍພັນຕາມທຳມະຊາດ ສ້າງຄວາມສົມດຸນທາງດ້ານລະບົບນິເວດ ທາງດ້ານສະບຽງອາຫານ ການຈັດຕັ້ງປະຕິບັດພາກສ່ວນພັກ-ລັດຈະປ່ອຍໃຫ້ໄດ້ປະມານ 30.000 ກວ່າໂຕ ນອກນີ້ ຈະລະດົມໃຫ້ພໍ່ແມ່ປະຊາຊົນ ປ່ອຍຕື່ມໃຫ້ໄດ້ປະມານ 50.000 ກວ່າໂຕ ມີປະເພດ ປານິນ ແລະ ປາປາກ ເຊິ່ງໄດ້ຮັບການປະກອບສ່ວນຈາກສູນພັດທະນາການກະເສດ ຫ້ວຍຊ້ອນ-ຫ້ວຍຊົ່ວ ແລະ ສູນຜະລິດແນວພັນປາໜອງແຕ່ງ ເພື່ອນໍາມາປ່ອຍໃຫ້ໄດ້ຕາມແຜນການທີ່ວາງໄວ້.

ຂໍເຊີນຊວນມາຍັງທຸກພາກສ່ວນໃນສັງຄົມ ຕະຫຼອດຮອດພໍ່ແມ່ປະຊາຊົນທຸກທົ່ວໜ້າ ຈົ່ງໄດ້ຮ່ວມແຮງຮ່ວມໃຈ ສືບຕໍ່ຜັນຂະຫຍາຍການປອ່ຍປາ ແລະ ສັດນໍ້າອື່ນໆລົງສູ່ທຳມະຊາດ ຕະຫຼອດຮອດໜອງລ້ຽງປາຂອງຕົນໃຫ້ນັບມືຫຼາຍຂຶ້ນ.

error: Content is protected !!