6 ເດືອນຕົ້ນປີ ໄຊທານີສາມາດແກ້ໄຂຄະດີຢາເສບຕິດໄດ້ 144 ເລື່ອງ

ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກເມືອງໄຊທານີ ຄັ້ງທີ 7 ສະໄໝທີ VII ສະຫຼຸບການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງອົງຄະນະພັກ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022 ຈັດຂຶ້ນວັນທີ 15 ກໍລະກົດ 2022 ທີ່ສະໂມສອນເມືອງໄຊທານີ ເປັນປະທານຂອງສະຫາຍ ຄຳປະດິດ ເຂັມມານິດ ເລຂາພັກເມືອງ ເຈົ້າເມືອງໄຊທານີ ເປັນກຽດເຂົ້າຮ່ວມຂອງສະຫາຍ ພູວົງ ວົງຄຳຊາວ ກຳມະການປະຈຳພັກ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຜູ້ຊີ້ນຳເມືອງໄຊທານີ ພ້ອມດ້ວຍຮອງເລຂາພັກເມືອງ ຮອງເຈົ້າເມືອງ ຄະນະປະຈຳພັກເມືອງ ເລຂາໜ່ວຍພັກອ້ອມຂ້າງເມືອງ.

ສະຫາຍ ໜູກີ ສີຫາລາດ ຮອງເລຂາພັກເມືອງ ຜູ້ຊີ້ນຳວຽກງານພັກ ພະນັກງານ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງອົງຄະນະພັກເມືອງ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022 ບາງຕອນໃຫ້ຮູ້ວ່າ ຄະນະພັກເມືອງ ໄດ້ເອົາໃຈໃສ່ໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ ກົດໝາຍຂອງລັດ ມູນເຊື້ອຕ່າງໆຂອງພັກ ຊຸກຍູ້ເຊື່ອມຊຶມ ແລະ ຜັັນຂະຫຍາຍມະຕິ ຄຳສັ່ງຕ່າງໆ ສຸມໃສ່ກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງໜັກແໜ້ນ ທົ່ວເມືອງມີຮາກຖານພັກ 10 ຮາກຖານ ມີໜ່ວຍພັກທີ່ຂຶ້ນກັບເມືອງ 53 ໜ່ວຍພັກ ຂຶ້ນກັບຄະນະພັກຮາກຖານ 123 ໜ່ວຍພັກ ສາມາດຈັດປະເພດໜ່ວຍພັກແຂງໄດ້ 158 ໜ່ວຍ ພ້ອມກັນນັ້ນ ໄດ້ສຸມໃສ່ແກ້ໄຂປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ 6 ເດືອນຜ່ານມາ ມີຄະດີເກີດຂຶ້ນ 177 ເລື່ອງ ມ້າງໄດ້ 105 ເລື່ອງ ກັກຜູ້ກະທຳຜິດໄດ້ 138 ຄົນ ຕິດຕາມກວດກາ ແລະ ຂຶ້ນບັນຊີເປົ້າໝາຍຊື້ ຂາຍ ຂົນສົ່ງຢາເສບຕິດ ແກ້ໄຂ ໄດ້ 144 ເລື່ອງ ຜູ້ຖືກຫາ 205 ຄົນ ຢຶດຂອງກາງຢາບ້າໄດ້ 1 ລ້ານກວ່າເມັດ ຢາໄອສ໌ຫຼາຍກວ່າ 6 ກິໂລ ແກ້ໄຂຈຸດມົ້ວສຸມໄດ້ 34 ຈຸດ ມີອຸບັດເຫດເກີດຂຶ້ນ 128 ເລືອງ ຄົນໄດ້ຮັບບາດເຈັບ 154 ຄົນ ເສຍຊີວິດ 29 ຄົນ ນອກຈາກນີ້ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາວຽກງານເສດຖະກິດ ຜ່ານການຈັດຕັ້ງປະຕິບັດ ສາມາດເກັບລາຍຮັບໄດ້ 27 ຕື້ກວ່າກີບ ເທົ່າກັບ 59,43% ຊຸກຍູ້ການຈັດຕັ້ງປະຕິບັດງົບປະມານທີ່ໄດ້ຮັບໃນການພັດທະນາເສດຖະກິດ ກໍ່ສ້າງພື້ນຖານໂຄງລ່າງ ສຸມໃສ່ວຽກງານກະສິກຳ ແລະ ປ່າໄມ້ໂດຍຖືເອົາການຜະລິດສະບຽງອາຫານເປັນສຳຄັນ ຕອນທ້າຍກອງປະຊຸມ ໄດ້ຮັບຟັງການໂອ້ລົມຈາກຂັ້ນເທິງຕື່ມອີກ.

error: Content is protected !!