ພບ-ຄາບອນທຣັດ ຮ່ວມມືສົ່ງເສີມການປະຢັດ ແລະ ນຳໃຊ້ພະລັອງງານຢ່າງມີປະສິດທິຜົນ

    ກົມສົ່ງເສີມ ແລະ ປະຢັດພະລັງງານ ກະຊວງພະລັງງານ ແລະ ບໍ່ແຮ່ (ພບ) ແລະ ຄາບອນ ທຣັດ (Carbon Trust) ເຊິ່ງແມ່ນອົງກອນໃຫ້ຄໍາປຶກສາດ້ານສະພາບອາກາດຊັ້ນແນວໜ້າຂອງໂລກ ໄດ້ຮ່ວມມືກັນໂຄສະນາເຜີຍແຜ່ ເພື່ອປູກຈິດສໍານຶກໃນການສົ່ງເສີມການປະຢັດ ແລະ ນຳໃຊ້ພະລັງງານຢ່າງມີປະສິດທິຜົນ ໂດຍແບ່ງປັນຄວາມຮູ້ ແລະ ປະສົບການ ເພື່ອເລັ່ງໃຫ້ ສປປ ລາວ ມີການຫັນປ່ຽນ ປັບຕົວ ແລະ ນໍາໃຊ້ພະລັງງານກາກບອນປະລິມານຕໍ່າ ໂດຍພິທີລົງນາມສັນຍາຮ່ວມມື ແລະ ນໍາສະເໜີໂຄງການໂຄສະນາເຜີຍແຜ່ ເພື່ອສົ່ງເສີມການປະຢັດ ແລະ ການນໍາໃຊ້ພະລັງງານຢ່າງມີປະສິດທິຜົນ ໃນ ສປປ ລາວ ຫົວຂໍ້: “ເຊົາຖິ້ມເງິນ ປະຢັດພະລັງງານ” ຈັດຂຶ້ນວັນທີ 15 ກໍລະກົດ 2022 ຢູ່ນະຄອນຫຼວງວຽງຈັນ.

    ທ່ານ ຈັນໂທ ມີລັດຕະນະແພງ ຫົວໜ້າກົມສົ່ງເສີມ ແລະ ປະຢັດພະລັງງານ ກ່າວວ່າ: ອີງໃສ່ສະພາບການປ່ຽນແປງຂອງເສດຖະກິດຂອງໂລກ ການໃຫ້ຄວາມຮູ້ກ່ຽວກັບການປະຢັດພະລັງງານ ໂດຍສະ ເພາະໃນ ສປປ ລາວ ເປັນວຽກງານໜຶ່ງທີ່ສໍາຄັນ ເຊິ່ງລັດຖະບານໄດ້ເອົາໃຈໃສ່ ແລະ ແມ່ນ 1 ຍຸດທະສາດ ແລະ ແຜນງານຂອງກະຊວງ ພບ ຮອດປີ 2025 ເພື່ອຊຸກຍູ້ສົ່ງເສີມນໍາໃຊ້ພະລັງງານຢ່າງມີປະສິດທິຜົນ ໂດຍສະເພາະການປ່ຽນແປງຂອງລາຄານໍ້າມັນ ລັດຖະບານໄດ້ມີກົນໄກໃນການຫັນໄປສູ່ການຫຼຸດຜ່ອນການນໍາເຂົ້ານໍ້າມັນ ໂດຍການນໍາໃຊ້ລົດໄຟຟ້າ ແລະ ການໂຄສະນາປູກຈິດສໍານຶກໃນການປະຢັດພະລັງງານ ໂດຍຜ່ານສື່ການໂຄສະນາເຜີຍແຜ່ທາງອອນລາຍ. 

    ການຮ່ວມມືຄັ້ງນີ້ ເປັນນິມິດໝາຍສໍາຄັນໃຫ້ປະຊາຊົນໄດ້ມີຄວາມຮູ້ດ້ານການປະຢັດພະລັງງານ ມີຜົນປະໂຫຍດໃນການໃຫ້ຂໍ້ມູນຂ່າວສານທີ່ຖືກຕ້ອງກ່ຽວກັບການປະຢັດພະລັງງານຕໍ່ປະຊາຊົນໃນ ສປປ ລາວ ໂດຍການສະໜັບສະໜູນຈາກ UK Aid-funded ASEAN Low Carbon Energy Program (LCEP) ໂຄງການປູກຈິດສໍານຶກໃນການປະຢັດພະລັງງານ ໃນ ສປປ ລາວ ໄດ້ດໍາເນີນການໂດຍ Carbon Trust ກົມສົ່ງເສີມ ແລະ ປະຢັດພະລັງງານ ສະມາຄົມພັດທະນາບົດບາດ ຍິງ-ຊາຍ ມະຫາວິທະຍາໄລແຫ່ງຊາດ ສື່ມວນຊົນ InsideLao ແລະ ສະຖານີວິທະຍຸຊາວໝຸ່ມລາວສິນໄຊຍຸກໃໝ່ FM 90.0 MHz  (Lao Youth Radio FM 90.0 MHz).

    ທ່ານ ຄຣິສ ສະຕີເຟນ ຜູ້ຈັດການໃຫຍ່ Carbon Trust ປະຈຳອາຊີ ແລະ ອາຟຣິກາ ກ່າວວ່າ: ພວກເຮົາມີຄວາມຍິນດີ ແລະ ດີໃຈ ທີ່ໄດ້ຮ່ວມມືຢ່າງໃກ້ຊິດກັບກົມສົ່ງເສີມ ແລະ ປະຢັດພະລັງງານ ຕະຫຼອດເຖິງຄູ່ຮ່ວມງານທີ່ສຳຄັນອື່ນໆໃນ ສປປ ລາວ ເພື່ອສ້າງຄວາມເຂົ້າໃຈກ່ຽວກັບປະໂຫຍດຂອງການປະຢັດພະລັງງານໃນບັນດາສຳນັກງານ ຫ້ອງການ ແລະ ທີ່ຢູ່ອາໄສ ໂດຍການເຂົ້າໃຈເຖິງການປັບປ່ຽນພຶດຕິກຳງ່າຍໆໃນການປະຢັດພະລັງງານ ທຸກຄົນກໍສາມາດປະຢັດຄ່າໃຊ້ຈ່າຍ ແລະ ປະກອບສ່ວນໃນການສ້າງສະພາບແວດລ້ອມທີ່ດີຂຶ້ນສຳລັບລູກຫຼານໃນອະນາຄົດ. 

    ເລີ່ມແຕ່ເດືອນກໍລະກົດ-ທັນວາ 2022 ສື່ມວນຊົນ InsideLao ແລະ Lao Youth Radio FM 90.0 MHz ຈະແບ່ງປັນຄໍາແນະນໍາທີ່ເຂົ້າໃຈງ່າຍໃນການປະຢັດພະລັງງານໃນທຸກອາທິດ ໂດຍການລົງໂຄສະນາໃຫ້ຄວາມຮູ້ ອະທິບາຍຄວາມໝາຍ ແລະ ປະໂຫຍດຂອງການປະຢັດພະລັງງານ ພ້ອມທັງວິທີການປະຕິບັດຕົວຈິງໃນການນຳໃຊ້ພະລັງງານ ນອກນີ້ ການໂຄ ສະນາແບບອອບລາຍ ກໍເປັນປັດໄຈໜຶ່ງທີ່ມີຄວາມສໍາຄັນສຳລັບໂຄງການ ໂດຍການຕິດຕັ້ງປ້າຍໂຄສະນາຕາມສາທາລະນະ ປ້າຍຂະໜາດນ້ອຍຕາມຮ້ານກາເຟ ແລະ ຮ້ານອາຫານທີ່ມີຊື່ສຽງໃນນະຄອນຫຼວງວຽງຈັນຫຼາຍກວ່າ 20 ແຫ່ງ ເພື່ອໃຫ້ຄວາມຮູ້ກັບລູກຄ້າກ່ຽວກັບໂຄງການດັ່ງກ່າວ. 

    ການຮ່ວມມືຄັ້ງນີ້ ພວກເຮົາໄດ້ວາງແຜນຈັດສໍາມະນາທາງອອນລາຍຂຶ້ນ ເຊິ່ງເປົ້າໝາຍຂອງກຸ່ມສົນທະນາ ຈະເນັ້ນຜູ້ຍິງເປັນຫຼັກ ຜ່ານການສໍາພາດຈາກກຸ່ມສົນທະນາ ໄດ້ໃຫ້ຮູ້ວ່າ ຜູ້ຍິງ ບໍ່ວ່າຈະຢູ່ເຮືອນ ຫຼື ສະຖານທີ່ເຮັດວຽກ ລ້ວນແຕ່ມີຈິດສຳນຶກໃນການປະຢັດພະລັງງານຢູ່ສະເໝີ ຜູ້ຍິງຈຶ່ງມີບົດບາດສຳຄັນໃນການສົ່ງເສີມໂຄງການປູກຈິດສໍານຶກການປະຢັດພະລັງງານໃນຄັ້ງນີ້. 

# ສະບາໄພ

error: Content is protected !!