ມອບ-ຮັບວຽກງານການຂຶ້ນທະບຽນອອກໃບຕາດິນໃຫ້ແກ່ ຫຊສ 6 ເມືອງ

    ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມນະຄອນຫຼວງວຽງຈັນ ໄດ້ຈັດພິທີເຊັນມອບ-ຮັບວຽກງານການຂຶ້ນທະບຽນອອກໃບຕາດິນໃຫ້ແກ່ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ 6 ເມືອງ ໃນນະຄອນຫຼວງວຽງຈັນ (ນວ) ວັນທີ 14 ກໍລະກົດ 2022 ທີ່ພະແນກດັ່ງກ່າວ ມອບໂດຍທ່ານ ບູນຊົມ ຊົງວິໄລ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນວ ຮັບໂດຍຕາງໜ້າ 6 ເມືອງຄື: ເມືອງຫາດຊາຍຟອງ ສີໂຄດຕະບອງ ນາຊາຍທອງ ຈັນທະບູລີ ສີສັດຕະນາກ ແລະ ເມືອງໄຊເສດຖາ ມີຂະແໜງການກ່ຽວຂ້ອງເຂົ້າຮ່ວມ. 

    ການມອບວຽກງານການຂຶ້ນທະບຽນອອກໃບຕາດິນໃຫ້ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງ (ຫຊສ) ແມ່ນເພື່ອປະຕິບັດຕາມກົດໝາຍວ່າດ້ວຍທີ່ດິນສະບັບເລກທີ 70/ສພຊ ລົງວັນທີ 21 ມີຖຸນາ 2013 ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ຫຊສ ເມືອງ ແລະ ເມືອງຕ້ອງໄດ້ເອົາໃຈໃສ່ປັບປຸງພາລະບົດບາດສິດ ແລະ ໜ້າທີ່ໂດຍສອດຄ່ອງຕາມພາລະບົດບາດ ສະບັບເລກທີ 5507/ກຊສ ລົງວັນທີ 27 ຕຸລາ 2021 ການຈັດຕັ້ງປະຕິບັດ ແມ່ນໃຫ້ເລັ່ງໃສ່ການຂຶ້ນທະບຽນອອກໃບຕາດິນຄັ້ງທໍາອິດໂດຍການນໍາໃຊ້ລະບົບໂປຣແກຣມ Lao Land Reg ເຂົ້າໃນວຽກງານເຕັກນິກ ໂດຍສະເພາະແມ່ນໃຫ້ເລັ່ງໃສ່ການສໍາຫຼວດວັດແທກເປັນລະບົບ ນອກນີ້ ຈະມອບວຽກກວດສອບຕອນດິນ ແລະ ການລົງເຮັດວຽກກັບສານປະຊາຊົນ ນວ ເມືອງ ຫຼື ສານແຕ່ລະເຂດໃຫ້ເມືອງເປັນຜູ້ຈັດຕັ້ງປະຕິບັດ ເພື່ອເປັນການເພີ່ມທະວີ ເອົາໃຈໃສ່ຈັດຕັ້ງປະຕິບັດຂໍ້ຫ້າມຂອງການຂື້ນທະບຽນອອກໃບດິນຕາມກົດໝາຍທີ່ດິນສະບັບປັບປຸງ ຂໍ້ຕົກລົງວ່າດ້ວຍຂໍ້ຫ້າມ ແລະ ວິໄນຂອງພະນັກງານ-ລັດຖະກອນຂະແໜງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຄໍາສັ່ງແນະນໍາຂອງທ່ານເຈົ້າຄອງ ນວ ເລື່ອງ: ຫ້າມບໍ່ໃຫ້ເມືອງ ບ້ານເອົາດິນລວມ ອອກອະນຸຍາດໃຫ້ບຸກຄົນ ນິຕິບຸກຄົນເຊົ່າ ຫຼືສໍາປະທານ ຫຼືແລກປ່ຽນກັບການກໍ່ສ້າງຕ່າງໆຢ່າງເຂັ້ມງວດ ການຂຶ້ນນທະບຽນອອກໃບຕາດິນເປັນລະບົບ ແລະ ສະເພາະຕອນດິນ ຕ້ອງໄດ້ມີໃບຢັ້ງຢືນຄວາມບໍລິສຸດໃສ່ທຸກໆເອກະສານສໍານວນຕອນດິນ ກໍລະນີ ຫຊສ ເມືອງບໍ່ປະຕິບັດ ຖ້າມີບັນຫາ ຫຼື ມີການກວດກາພົບເຫັນເລື່ອງດັ່ງກ່າວ ຫຊສ ເມືອງຈະເປັນຜູ້ຮັບຜິດຊອບຕາມແຕ່ລະກໍລະນີທີ່ເຫັນວ່າຂັດກັບກົດໝາຍ ແລະ ນິຕິກໍລຸ່ມກົດໝາຍທີ່ກໍານົດຫ້າມບໍ່ໃຫ້ອອກໃບຕາດິນໄປຊໍ້າຊ້ອນກັບເຂດສະຫງວນຂອງລັດ ດິນລັດຄຸ້ມຄອງ ດິນລວມບ້ານ ເຂດສະຫງວນຂອງລັດ ດິນບຸກຄົນ ນິຕິບຸກຄົນ ແລະ ຫຼີກລຽງການອອກໃບຕາດິນຊ້ໍາຊ້ອນ ບັນຫາຂໍ້ຂັດແຍ່ງອື່ນໆທີ່ຈະຕາມມາ. ພາຍຫຼັງມອບ-ຮັບແລ້ວ ຫຊສ ເມືອງ 6 ເມືອງຈະຕ້ອງໄດ້ເອົາໃຈໃສ່ກໍລະຕອນດິນທີ່ໄດ້ພິສູດຫຼັກຖານຂຶ້ນທະບຽນເປັນດິນລັດແລ້ວ ຫຼື ດິນທີ່ພົວພັນກັບຄົນໂຕນໜີ ຫ້າມບໍ່ໃຫ້ລົງສໍາຫຼວດວັດແທກຄືນ ເພື່ອຫຼີກລ່ຽງການອອກໃບຕາດິນຊ້ໍາຊ້ອນ ແລະ ບໍ່ໃຫ້ນໍາມາຈັດປະເພດດິນຄືນໃໝ່ ແລະ ກ່ຽວກັບການລົບລ້າງໃບຕາດິນ ໃຫ້ປະຕິບັດຕາມກົດໝາຍວ່າດ້ວຍທີ່ດິນ ຄໍາສັ່ງແນະນໍາຂອງຄະນະເລຂາສູນກາງພັກ ກ່ອນຈະຈັດປະເພດດິນຄືນໃໝ່ ແມ່ນໃຫ້ກວດກາເບິ່ງເຄົ້າມູນຕອນດິນໃຫ້ລະອຽດ ເປັນຕົ້ນ ສາເຫດການຕົກຄ້າງ ສໍານວນຕົກຄ້າງ ການໄດ້ມາຂອງຕອນດິນຕ້ອງມີໃບແຈ້ງທີ່ດິນປີ 1983 ສ່ວນຖ້າຕອນດິນໃດທີ່ໄດ້ພິສູດຫຼັກຖານທີ່ມີສໍານວນຕົກຄ້າງ ຫາກມີຄໍາຮ້ອງຄໍາສະເໜີຈາກປະຊາຊົນ ແມ່ນໃຫ້ລາຍງານຫາພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເພື່ອນໍາສະເໜີລາຍງານຂໍທິດຊີ້ນໍາຈາກທ່ານເຈົ້າຄອງ ນວ.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!