ປະເມີນຄວາມເປັນໄປໄດ້ມາດຕະຖານ CBT ອາຊຽນ ໃຫ້ແຫຼ່ງທ່ອງທ່ຽວ ນໍ້າປຽນຢໍລະປາ

    ຄະນະກໍາມະການປະເມີນມາດຕະຖານການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ (CBT) ຂັ້ນສູນກາງ ສົມທົບກັບພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວນະຄອນຫຼວງວຽງຈັນ (ຖວທ ນວ) ຫ້ອງການ ຖວທ ເມືອງປາກງື່ມ ອໍານາດການປົກຄອງບ້ານຊຽວແລທ່າ ລົງປະເມີນມາດຕະຖານ (CBT) ອາຊຽນ ຢູ່ແຫຼ່ງທ່ອງທ່ຽວນໍ້າປຽນຢໍລະປາ ວັນທີ 18 ກໍລະກົດ 2022 ໂດຍມີທ່ານ ສົມໄຊ ສີປະເສີດ ຮອງຫົວໜ້າກົມພັດທະນາການທ່ອງທ່ຽວ ກະຊວງ ຖວທ ທ່ານ ຄໍາຄູນ ໃບລາຕຣີ ຮອງຫົວໜ້າພະແນກ ຖວທ ນວ ພ້ອມດ້ວຍຂະແໜງການ ແລະ ວິຊາການກ່ຽວຂ້ອງ ໄດ້ຮັບການຕ້ອນຮັບຈາກທ່ານ ສົມເພັດ ມ້າວປະເສີດ ປະທານບໍລິສັດ ແຟເຊັດ ພັດທະນາແຫຼ່ງທ່ອງທ່ຽວທໍາມະຊາດ ຈໍາກັດຜູ້ດຽວ ຜູ້ພັດທະນາແຫຼ່ງທ່ອງທ່ຽວນໍ້າປຽນຢໍລະປາ.

    ຈຸດປະສົງເພື່ອປະເມີນຄວາມເປັນໄປໄດ້ຂອງມາດຕະຖານ CBT ອາຊຽນ ໃຫ້ສະຖານທີ່ທ່ອງທ່ຽວດັ່ງກ່າວ ເພື່ອສະເໜີຂໍການຮັບຮອງມາດຖານ CBT ອາຊຽນ ພາຍຫຼັງການປະເມີນແລ້ວ ຖ້າຜ່ານຕາມມາດຕະຖານ ແລະ ເງື່ອນໄຂຕ່າງໆ ສະຖານທີ່ດັ່ງກ່າວກໍຈະໄດ້ນໍາສະເໜີຕໍ່ອາຊຽນ ເພື່ອຮັບຮອງມາດຖານ CBT ອາຊຽນ ປະຈໍາປີ 2023 ນອກນີ້ຍັງເປັນການອົງການຈັດຕັ້ງຂັ້ນຕ່າງໆ ພາກທຸລະກິດ ແລະ ປະຊາຊົນ ປະເມີນຜົນການຈັດຕັ້ງປະຕິບັດມາດຖານ CBT ຕາມ 8 ເງື່ອນໄຂຫຼັກ 23 ເງື່ອນໄຂຍ່ອຍ ແລະ 171 ຕົວຊີ້ບອກ ເພື່ອໃຫ້ການພັດທະນາ ການຄຸ້ມຄອງ ແລະ ການປັບປຸງແກ້ໄຂບັນຫາຂໍ້ຄົງຄ້າງຕ່າງໆໃນການຈັດຕັ້ງປະຕິບັດວຽກງານ CBT ອາຊຽນ ຂອງປະເທດສະມາຊິກອາຊຽນ ໃຫ້ໄປສູ່ທິດທາງດຽວກັນ ເຊິ່ງມາດຕະຖານ CBT ອາຊຽນ ຈະຕ້ອງໄດ້ຄະແນນຢ່າງໜ້ອຍ 65% ຂອງຄະແນນລວມທັງໝົດ ຫຼື 112 ຄະແນນຂຶ້ນໄປ ຖືວ່າໄດ້ຕາມເງື່ອນໄຂມາດຕະຖານ CBT ອາຊຽນ (ເລີ່ມແຕ່ການລົງທະບຽນ ການຮັບຮອງ ແລະ ອອກໃບຢັ້ງຢືນ) ຄະແນນເຕັມ 171 ຄະແນນ ໃນນີ້ມາດຕະຖານ CBT ອາຊຽນ ຈະໄດ້ຮັບໃບຢັ້ງຢືນ ແລະ ໂລ້ກຽດຕິຄຸນ ປະທັບເຄື່ອງໝາຍມາດຕະຖານ CBT ອາຊຽນ ໂດຍໄລຍະເວລາການມອບລາງວັນ ແລະ ໃບຢັ້ງຢືນມີອາຍຸການ 3 ປີ.

# ຂ່າວ – ພາບ : ສະບາໄພ

error: Content is protected !!