ໄຂງານສັບປະດາວັດທະນະທຳຫວຽດນາມ ຢູ່ນະຄອນຫຼວງວຽງຈັນ

    ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຮ່ວມກັບ ກະຊວງວັດທະນະທຳກີລາ ແລະ ທ່ອງທ່ຽວ ສສ ຫວຽດນາມ ຈັດຕັ້ງງານສັບປະດາວັດທະນະທຳຫວຽດນາມ ຂຶ້ນທີ່ຫໍວັດທະນະທໍາແຫ່ງຊາດ ວັນທີ 18-21 ກໍລະກົດ 2022 ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ ໃຫ້ກຽດເຂົ້າຮ່ວມ ມີທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ທ່ານ ຫວໍ ວັນ ເຖື້ອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ບັນດາການນຳຂັ້ນສູງພັກ ລັດຂອງທັງສອງປະເທດ ລາວ-ຫວຽດນາມ ແລະ ພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.

    ພາຍໃນງານສັບປະດາວັດທະນະທຳດັ່ງກ່າວ ເລີ່ມຕົ້ນດ້ວຍການວາງສະແດງຮູບພາບທີ່ສ່ອງແສງໃຫ້ເຫັນເຖິງທັດສະນີຍະພາບໂດຍລວມຂອງ ສສ ຫວຽດນາມ ພ້ອມດ້ວຍຜົນງານອັນໃຫຍ່ຫຼວງ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພາຍໃຕ້ການນໍາພາອັນສະຫລາດສ່ອງໃສຂອງພັກຄອມມູນນິດຫວຽດນາມ. ນອກຈາກນີ້ ຍັງມີການສະແດງສິລະປະ ບັນດານັກສິລະປະຫວຽດນາມທີ່ມີຄວາມຫຼາກຫຼາຍທາງດ້ານສິລະປະ ວັດທະນະທຳອັນຍອດຍິ່ງຂອງປະຊາຊົນຫວຽດນາມ ໃນພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະປະຫວັດສາດຍາວນານຂອງຕົນ ໂດຍສະເພາະ ໃນໄລຍະພາຍໃຕ້ການນໍາພາອັນສະຫລາດສ່ອງໃສຂອງພັກຄອມມູນິດຫວຽດນາມ ເຊິ່ງສະແດງໃຫ້ເຫັນເຖິງມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ຖານອ້າຍນ້ອງ ໃນຂະບວນວິວັດແຫ່ງການເຊື່ອມໂຍງສາກົນ.

.

# ຂ່າວ – ພາບ :  ຂັນທະວີ

error: Content is protected !!