ບານເຕະລາວລີກ 1 ກໍານົດເປີດກາງເດືອນກໍລະກົດ​ ນີ້

    ສະຫະພັນບານເຕະແຫ່ຊາດລາວ (ສຕລ) ໄດ້ແຈ້ງການລົງວັນທີ 1 ມິຖຸນາ 2020 ກໍານົດເວລາການເລີ່ມການແຂ່ງຂັນຮູບແບບການແຂ່ງຂັນໄລຍະເວລາການຍ້າຍນັກກີລາ ແລະ ກຳນົດເວລາການລົງທະບຽນຂອງການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປະຈຳປີ 2020 ເຖິງສະໂມສອນບານເຕະທີ່ເຂົ້າຮ່ວມການແຂ່ງຂັນ ເປບຊີລາວລີກ 1 ປະຈໍາປີ 2020 ຊາບກ່ຽວກັບກໍານົດເວລາຂອງການແຂ່ງຂັນຄື:ກຳນົດເລີ່ມການແຂ່ງຂັນ​ວັນທີ 11 ກໍລະກົດ 2020 ເຊິ່ງຮູບແບບການແຂ່ງຂັນແຂ່ງຂັນແບບພົບກັນໝົດ 2 ຮອບໄປ-ກັບ ກຳນົດການລົງທະບຽນເລີ່ມວັນທີ 5 ມິຖຸນາ 2020 ຫາ ວັນທີ 5 ກໍລະກົດ 2020 ເຊິ່ງການລົງທະບຽນບຸກຄະລາກອນສະໂມສອນ ແລະ ນັກກີລາລົງທະບຽນຜ່ານລະບົບບ FIFA Connect ສຳລັບກໍລະນີ່ນັກກີລາທີ່ໂອນຍ້າຍມາຈາກຕ່າງປະເທດ ແລະ ຍັງບໍ່ເຄີຍລົງທະບຽນໃນການແຂ່່ງຂັນຂອງ ສຕລ ຕ້ອງປະກອບເອກະສານເພື່ອຍື່ນຂໍໃບອະນຸຍາດໂອນຍ້າຍລະຫວ່າງປະເທດ ຫຼື International Transfer Certificate (ITC) ໃຫ້ທັນກໍານົດເວລາການລົງທະບຽນຂ້າງເທິງ.

    ສໍາລັບລາວລີກ 1 ລະດູການ 2020 ທີ່ປະກອບດ້ວຍ: ສະໂມສອນລາວໂຕໂຢຕ້າ ເອັຟຊີ ແຊັມເກົ່າສະໂມສອນ ມາສເຕີ 7 ເອັຟຊີ ຮອງແຊັມສະໂມສອນ ຊ້າງນ້ອຍ ເອັຟຊີສະໂມສອນ ກະຊວງປ້ອງກັນຄວາມສະຫງົບ (ປກສ) ເອັຟຊີສະໂມສອນວຽງຈັນ ເອັຟທີສະໂມສອນ ເອສຣາ ເອັຟຊີ ແລະ ສະໂມສອນ ວຽງຈັນເອັຟຊີ (ແຂວງວຽງຈັນ) ສ່ວນເງິນລາງວັນມີ ທີມແຊັມ ໄດ້ຮັບເງິນລາງວັນ 300 ລ້ານກີບ (ເທົ່າກັບປີຜ່ານມາ) ພ້ອມຂັນ 1 ໜ່ວຍ ແລະ ຫຼຽນຊະນະເລີດ 35 ຫຼຽນ ອັນດັບ 2 ລາງວັນ 200 ລ້ານກີບ ອັນດັບ 3 ລາງວັນ 100 ລ້ານກີບ ອັນດັບ 4 ລາງວັນ 20 ລ້ານກີບ ອັນດັບ 5 ລາງວັນ 15 ລ້ານກີບ ແລະ ອັນດັບ 6 ລາງວັນ 10 ລ້ານກີບ.

error: Content is protected !!