ສະໂມສອນດອກປີກໄກ່ພິຊິດໄຊ ສົ່ງເສີມພັດທະນາຮຸ່ນສືບທອດ

   ທ່ານ ແກ້ວພູໄທ ບົວສີ ປະທານສະໂມສອນດອກປີກໄກ່ພິຊິດໄຊ ຕັ້ງຢູ່ບ້ານຄໍາຮຸ່ງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ສໍາພາດວ່າ: ສະໂມສອນ ພິຊິດໄຊ ຈະເລີ່ມເປີດໃຫ້ບໍລິການ ແລະ ສືບຕໍ່ພັດທະນານັກກີລາດອກປີກໄກ່ລາວເປັນປົກກະຕິອີກຄັ້ງນັບແຕ່ວັນທີ 1 ມິຖຸນາ 2020 ເປັນຕົ້ນໄປ ຫຼັງຈາກທີ່ກ່ອນໜ້ານີ້ໄດ້ປິດການບໍລິການຊົ່ວຄາວນັບແຕ່ຕົ້ນປີ ເນື່ອງຈາກໄດ້ຮັບຜົນກະທົບຈາກການລະ ບາດພະຍາດໂຄວິດ-19 ສໍາລັບສະໂມສອນພວກເຮົາເລີ່ມເປີດໃຫ້ໃຊ້ບໍລິການນັບແຕ່ປີ 2015 ເປັນຕົ້ນມາ ເພື່ອເປັນອີກຊ່ອງທາງໜຶ່ງໃນການພັດທະນານັກກີລາເຍົາວະຊົນ ລວມເຖິງບຸກຄົນທົ່ວໄປກໍສາມາດຫຼິ້ນໄດ້ ແລະ ເປັນການອອກກໍາລັງກາຍ ເພື່ອໃຊ້ເວລາວ່າງໃຫ້ເປັນປະໂຫຍດ ແລະ ຫ່າງໄກຈາກສິ່ງເສບຕິດຕ່າງໆ ທັງນີ້ເພື່ອເປັນການສົ່ງເສີມສ້າງຂະບວນການແຂ່ງຂັນກີລາດອກປີກໄກ່ໃຫ້ມີການແຂ່ງຂັນຢ່າງຟົດຟື້ນ ແລະ ຕໍ່ເນື່ອງ ເພື່ອຕໍ່ຍອດໃນການສ້າງນັກກີລາຮຸ່ນສືບທອດສົ່ງໄປແຂ່ງຂັນທັງພາຍໃນ ແລະ ຕ່າງປະເທດອີກດ້ວຍເຊິ່ງຕະຫຼອດໄລຍະທີ່ຜ່ານມາ ສະໂມສອນຂອງພວກເຮົາສາມາດປັ້ນນັກກີລາຂຶ້ນຕິດທີມຊາດໄດ້ເຖິງ 10 ກວ່າຄົນ ສ່ວນຜົນງານທີ່ຜ່ານມາເຄີຍເຂົ້າຮ່ວມການແຂ່ງຂັນນາໆຊາດ ໂດຍສະເພາະລາຍການອິນເຕີເນຊັນແນວຊີຣີ ສາມາດຜ່ານເຂົ້າຮອບ 8 ທີມສຸດທ້າຍ ສ່ວນລາຍການພາຍໃນປະເທດກໍເຄີຍສ້າງຜົນງານໂດດເດັ່ນຫຼາຍລາຍການເຊັ່ນກັນ.

   ປະທານສະໂມສອນກ່າວຕື່ມວ່າ:ເປົ້າໝາຍຕໍ່ໄປຂອງສະໂມສອນຈະສືບຕໍ່ສ້າງນັກກີລາຫຼາຍຮຸ່ນ ເພື່ອກຽມເປັນສ່ວນໜຶ່ງສົ່ງເສີມນັກກີລາເພື່ອເປັນຕົວແທນໃຫ້ພາກສ່ວນອື່ນໆ ກຽມເຂົ້າຮ່ວມຊຽງຂວາງ ເກມ ພ້ອມທັງປັ້ນເຂົາເຈົ້າກ້າວສູ່ທີມຊາດ ປັດຈຸບັນສະໂມສອນມີນັກກີລາໃນສັງກັດ 10 ຄົນ ແລະ ທຸກຄົນມີຄວາມສາມາດຕິດລະດັບແຖວໜ້າຂອງລາວພ້ອມທັງເປັນສ່ວນໜຶ່ງໃນການພັດທະນານັກກີລານ້ອງໃໝ່ຂຶ້ນມາອີກຈຳນວນຫຼວງຫຼາຍ ເພື່ອເປັນການທົດແທນໃນອະນາຄົດ ນອກຈາກຈະເນັ້ນການເອົາໃຈໃສ່ຕໍ່ການພັດທະນານັກກີລາແລ້ວສະໂມສອນຂອງພວກເຮົາຍັງໄດ້ເປີດບໍລິການໃຫ້ບຸກຄົນທົ່ວໄປທີ່ຕ້ອງການມາໃຊ້ບໍລິການໄດ້ທຸກວັນອີກດ້ວຍ.

error: Content is protected !!