ກຸ່ມການສຶກສາແສງສະຫວັນ ຈະສ້າງເດີ່ນບານເຕະຫຍ້າທຽມແຫ່ງໃໝ່

   ພິທີເຊັນສັນຍາບົດທຶກຄວາມເຂົ້າໃຈລະຫວ່າງກຸ່ມການສຶກສາແສງສະຫວັນ ແລະ ບໍລິສັດ ແອວຊີເຊີວິດຕິດຕັ້ງ ແລະ ຈຳໜ່າຍຫຍ້າທຽມໃນລາວ ຈັດຂຶ້ນວັນທີ 29 ພຶດສະພາ 2020 ຢູ່ສະຖາບັນການສຶກສາແສງສະຫວັນ ບ້ານໂຄກສີວິໄລ ເມືອງໄຊທານີ ນະຄອນຫຼວງວຽງຈັນ (ວິທະຍາເຂດ ຫຼັກ21) ລະຫວ່າງທ່ານ ວຽງສະຫວັນ ສີຫານາດ ຜູ້ອຳນວຍການໂຮງຮຽນແສງສະຫວັນ 2 ແລະ ທ່ານ ນາງ ມະນີພອນ ນົນທະໄຊ ຮອງປະທານບໍລິສັດ ແອວຊີເຊີວິດ ຕິດຕັ້ງ ແລະ ຈຳໜ່າຍຫຍ້າທຽມໃນລາວ ມີທ່ານ ພຸດທະວົງ ພັດທະດາວົງ ຜູ້ອຳນວຍການໂຮງຮຽນແສງສະຫວັນ 4 ແລະ ທ່ານ ໄຊພອນ ໄຊຍະຈັກ ຜູ້ອຳນວຍການແສງສະຫວັນ 3 ຕະຫຼອດຮອດພະນັກງານທີ່ກ່ຽວສອງຝ່າຍ ແລະ ນັກຮຽນເຂົ້າຮ່ວມ.   

ທ່ານ ວຽງສະຫວັນ ສີຫານາດ ກ່າວວ່າ: ສໍາລັບການກໍ່ສ້າງເດີ່ນກີລາບານເຕະຫຍ້າທຽມກຸ່ມການສຶກສາແສງສະຫວັນຄັ້ງນີ້ເພື່ອເປັນການສົ່ງເສີມນັກສຶກສາ ແລະ ນັກຮຽນພາຍກຸ່ມການສຶກສາ ແສງສະຫວັນໄດ້ມີໂອກາດຫຼິ້ນກີລາເພື່ອສຸຂະພາບ ພ້ອມທັງກຽມຈັດຕັ້ງທີມສົ່ງເຂົ້າຮ່ວມການແຂ່ງຂັນລາຍການຕ່າງໆທັງພາຍໃນ ແລະ ຕ່າງປະເທດ ເວົ້າລວມເວົ້າສະເພາະລາຍການແຂ່ງຂັນກີລາເຕະ ບານຊີງຂັນຫົວໜ້າພະແນກສຶກສາທິການ ແລະ ກີລານະຄອນຫຼວງວຽງຈັນ ສິ່ງສຳຄັນໃຫ້ສອດຄ່ອງກັບການຈັດຕັ້ງປະຕິບັດຫຼັກມູນການສຶກສາ ແລະ 3 ລັກສະນະຂໍ້ແຂ່ງຂັນຕາມແນວທາງນະໂຍບາຍຂອງກະຊວງສຶກສາທິການ ແລະ ກີລາໃຫ້ປາກົດຜົນເປັນຈິງ ເຊິ່ງເດີ່ນກີລາແຫ່ງນີ້ນອກຈາກຮັບໃຊ້ພາຍໃນໂຮງຮຽນແລ້ວຍັງຈະເປີດຮັບໃຊ້ບໍລິການສັງຄົມອີກດ້ວຍ ໂດຍການກໍ່ສ້າງມີມູນຄ່າທັງໝົດ 1,6 ຕື້ກີບ ໂດຍຈະສ້າງເປັນ 2 ເດີ່ນ ປະກອບມີເດີ່ນນ້ອຍ ແລະ ເດີ່ນໃຫຍ່ ຄາດວ່າຈະໃຊ້ເວລາໃນການກໍ່ສ້າງພາຍໃນ 2 ເດືອນໃຫ້ສຳເລັດແຕ່ນີ້ຮອດເດືອນສິງຫາ 2020.

error: Content is protected !!