ສ້າງຄວາມເຂົ້າໃຈກ່ຽວກັບການຮັບມືໄພພິບັດນໍ້າຖ້ວມ

   ກອງປະຊຸມເຜີຍແຜ່ກ່ຽວກັບຜົນຈາກຕົວແບບຈໍາລອງຊົນລະສາດ 2 ມິຕິ ແລະ ການເຝີກຊ້ອມການແຈ້ງເຕືອນ ແລະ ຮັບມືໄພພິບັດນໍ້າຖ້ວມໃນອ່າງຮັບນໍ້າງື່ມ ຈັດຂຶ້ນວັນທີ 28 ກໍລະກົດ 2022 ຜ່ານມາ ທີ່ບ້ານຈຸ້ມ ເມືອງທຸລະຄົມ ແຂວງວຽງຈັນ ໂດຍເປັນປະທານຂອງທ່ານ ຈັນທະເນດ ບົວລະພາ ຮອງລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ກຊສ) ທ່ານ ພູວົງ ບຸນສູງ ຮອງເຈົ້າແຂວງວຽງຈັນ ມີຜູ້ຕາງໜ້າຈາກກະຊວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ເພື່ອສ້າງຄວາມເຂົ້າໃຈ ກ່ຽວກັບຜົນຈາກຕົວແບບຈໍາລອງຊົນລະສາດ 2 ມິຕິ ລວມທັງການສໍາຫຼວດທາງດ້ານພູມສາດ ເພື່ອນໍາໃຊ້ເຂົ້າໃນການວາງແຜນ ແລະ ປະເມີນສະພາບຊັບພະຍາກອນນໍ້າໃນອ່າງຮັບນໍ້າງື່ມ ເພື່ອໃຫ້ຜູ້ເຂົ້າຮ່ວມໃນຂັ້ນທ້ອງຖິ່ນ ແລະ ເຂື່ອນໄຟຟ້າ ຮັບຮູ້ກ່ຽວກັບຂອບເຂດພື້ນທີ່ມີຄວາມສ່ຽງເກີດໄພນໍ້າຖ້ວມ ແລະ ມີມາດຕະການໃນການຮັບມືເພື່ອແລກປ່ຽນບົດຮຽນ ແລະ ຈັດຕັ້ງການເຝີກຊ້ອມແຈ້ງເຕືອນຮັບມືກັບໄພພິບັດນໍ້າຖ້ວມທີ່ອາດຈະເກີດຂຶ້ນໃນອ່າງຮັບນໍ້າງື່ມ ຫຼື ຕາມລ່ອງງື່ມ ລວມທັງເຝີກຊ້ອມການໜີໄພນໍ້າຖ້ວມ ເພື່ອເຮັດໃຫ້ປະຊາຊົນມີຄວາມເຂົ້າໃຈ ແລະ ຕື່ນໂຕຕໍ່ກັບວຽກງານຄຸ້ມຄອງໄພພິບັດທຳມະຊາດ ໂດຍສະເພາະໄພນໍ້າຖ້ວມໃນຊ່ວງລະດູຝົນນີ້.

      ໃນຊຸມປີຜ່ານມາ ໄດ້ມີພາຍຸເຂດຮ້ອນຫຼາຍຫົວພັດຜ່ານ ເຊິ່ງກໍ່ໃຫ້ເກີດໄພນໍ້າຖ້ວມໃນບາງພື້ນທີ່ ໂດຍສະເພາະ ບ້ານຈຸ້ມ ເມືອງທຸລະຄົມ ແຂວງວຽງຈັນ ກໍເປັນເຂດໜຶ່ງທີ່ໄດ້ຮັບຜົນກະທົບຢູ່ເລື້ອຍໆ ສະນັ້ນ ບ້ານຈຸ້ມຈຶ່ງເປັນບ້ານເປົ້າໝາຍໜຶ່ງໃນການຕິດຕາມເຝົ້າລະວັງໄພນໍ້າຖ້ວມໃນແຕ່ລະປີ ຕໍ່ກັບບັນຫາດັ່ງກ່າວ ກະຊວງ ກຊສ ໃນຖານະເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເວົ້າລວມ ເວົ້າສະເພາະ ກໍຄືວຽກງານແຈ້ງເຕືອນໄພພິບັດທຳມະຊາດ ແລະ ວຽກການວາງແຜນຄຸ້ມຄອງໄພນໍ້າຖ້ວມ ເຊິ່ງຜ່ານໄດ້ເອົາໃຈໃສ່ໃນການແຈ້ງເຕືອນ ແລະ ຕິດຕາມໄພນໍ້າຖ້ວມຢ່າງໃກ້ຊິດ ໂດຍໄດ້ມີການວິເຄາະດ້ວຍແບບຈຳລອງ ແລະ ຄາດຄະເນໄພນໍ້າຖ້ວມທີ່ອາດຈະເກີດຂຶ້ນໃນແຕ່ລະໄລຍະ ເຊິ່ງໄດ້ມີການປະສານສົມທົບ ການບໍລິຫານຈັດການນໍ້າ ກັບບັນດາເຂື່ອນໄຟຟ້າ ແລະ ຂະແໜງການທີ່ກ່ຽວຂ້ອງ ເພື່ອເຮັດໃຫ້ການຄຸ້ມຄອງໄພນໍ້າຖ້ວມ ມີປະສິດທິຜົນ ແລະ ຮັບປະກັນ ໃຫ້ການດຳລົງຊີວິດ ແລະ ຊັບສິນຂອງພໍ່ແມ່ປະຊາຊົນມີຄວາມປອດໄພ.

     ໃນຕອນທ້າຍພິທີ ໄດ້ມີການມອບແຜນທີ່ນ້ຳຖ້ວມໃນອ່າງຮັບນໍ້າງື່ມ ໃຫ້ອຳນາດການປົກຄອງແຂວງວຽງຈັນ ເພື່ອໄວ້ເປັນຂໍ້ມູນໃນການວາງແຜນຄຸ້ມຄອງ ກະກຽມຮັບມື ແລະ ແຈ້ງເຕືອນໄພນໍ້າຖ້ວມ ໃຫ້ປະຊາຊົນຢ່າງທັນການ ເຊິ່ງມອບໂດຍທ່ານ ຈັນທະເນດ ບົວລະພາ ແລະ ຮັບໂດຍ ທ່ານ ພູວົງ ບຸນສູງ ພ້ອມດຽວກັນນີ້ ສາມອົງການຈັດຕັ້ງມະຫາຊົນຂອງ ກຊສ ຍັງໄດ້ມອບເຄື່ອງອຸປະກອນການສຶກສາ ແລະ ກິລາໃຫ້ອຳນາດການປົກຄອງບ້ານຈຸ້ມຈຳນວນໜຶ່ງ ຕື່ມອີກ.

# ຂ່າວ-ພາບ: ກຊສ

error: Content is protected !!