ໄຂຈຸດບໍລິການວຽກງານສ່ວຍສາອາກອນປະຈຳເຂດເສດຖະກິດພິເສດ ນວ

ພິທີໄຂຈຸດບໍລິການວຽກງານສ່ວຍສາອາກອນປະຈຳເຂດເສດຖະກິດພິເສດ ນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນວັນທີ 4 ສິງຫາ 2022 ທີ່ເຂດເສດຖະກິດພິເສດ ບຶງທາດຫຼວງ ມີທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງ ນວ ພ້ອມດ້ວຍຜູ້ຕາງໜ້າກົມສ່ວຍສາອາກອນ ຫົວໜ້າພະແນກສ່ວຍສາອາກອນ ນວ ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ຕະຫຼອດຮອດບັນດາຜູ້ເຂົ້າມາລົງທຶນໃນເຂດດັ່ງກ່າວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ ທ່ານ ທະນົງໄຊ ຄຸດໄພທູນ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດ ນວ ລາຍງານໃຫ້ຮູ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານພາຍໃນເຂດເສດຖະກິດພິເສດ ນວ ໂດຍສະເພາະ ການຈັດຕັ້ງປະຕິບັດວຽກງານພົ້ນເດັ່ນ 6 ເດືອນຕົ້ນປີ 2022 ເຊິ່ງໄດ້ອອກໃບອະນຸຍາດການລົງທຶນໃໝ່ຈໍານວນ 14 ບໍລິສັດ (ຖ້າທຽບໃສ່ແຜນປີ ປະຕິບັດໄດ້ 56% ແຜນປີ 25 ບໍລິສັດ) ລົງທຶນຂະແໜງອຸດສາຫະກຳ 1 ບໍລິສັດ ຂະແໜງການຄ້າ 4 ບໍລິສັດ ແລະ ຂະແໜງບໍລິການ 9 ບໍລິສັດ ມີທຶນຈົດທະບຽນ 170 ຕື້ກວ່າກີບ ແລະ ແຜນລົງທຶນ 494 ຕື້ກວ່າກີບ ມູນຄ່າການລົງທຶນຕົວຈິງ 158 ຕື້ກວ່າກີບ ຍົກເລິກການນໍາເນີນທຸລະກິດຖາວອນ ບັນດາວິສາຫະກິດທີ່ບໍ່ມີການເຄື່ອນໄຫວ ແລະ ບໍ່ປະຕິບັດພັນທະ 15 ບໍລິສັດ ສາມາດປະຕິບັດພັນທະເຂົ້າງົບປະມານລັດໄດ້ທັງໝົດ 88 ຕື້ກວ່າກີບ (ທຽບໃສ່ແຜນປີ ປະຕິບັດໄດ້ 125,71% ແຜນປີ 70 ຕື້ກີບ) ມີການນໍາເຂົ້າສິນຄ້າຕົວຈິງ 252 ຕື້ກີບ ແລະ ສົ່ງອອກ 456 ຕື້ກີບ ພາຍໃນ 6 ເດືອນຕົ້ນປີສາມາດເກີນດູນການຄ້າ 213 ຕື້ກີບ ສ່ວນກົນໄກການຈັດຕັ້ງປະຕິບັດວຽກງານປະຕູດຽວ ຫ້ອງການຄະນະຄຸ້ມຄອງເຂດເສດຖະກິດພິເສດ ນວ ໄດ້ຈັດຕັ້ງຜັນຂະຫຍາຍຮ່ວມກັບຂະແໜງການທີ່ກ່ຽວຂ້ອງ ຕາມຂໍ້ຕົກລົງຂອງເຈົ້າຄອງ ນວ ກ່ຽວກັບວຽກງານປະຕູດຽວ ເພື່ອເປັນເອກະພາບກ່ຽວກັບກົນໄກການບໍລິການ ການປະສານງານ ລະບອບສ່ອງແສງລາຍງານ ການປະເມີນປະສິດທິພາບວຽກຂອງແຕ່ລະບຸຄະລາກອນ ແລະ ອື່ນໆທີ່ຕິດພັນ ປັດຈຸບັນ ມີບັນດາຂະແໜງການເຂົ້າມາປະຈໍາການຢູ່ປະຕູດຽວ ເຂດເສດຖະກິດພິເສດ ເພື່ອອໍານວຍຄວາມສະດວກຕາມພາລະບົດບາດຂະແໜງການຕົນ ໄດ້ເອົາໃຈໃສ່ການປະສານງານຮ່ວມມືກັບຂະແໜງການ ໃນການນໍາໃຊ້ລະບົບການບໍລິຫານຈັດການຫັນເປັນທັນສະໄໝ ເຊິ່ງສາມາດສ້າງຕັ້ງໜ່ວຍງານໜ່ວຍບໍລິການປະຕູດຽວ ປະຈຳການຢູ່ເຂດພັດທະນາກວມລວມ ໄຊເຖດຖາ ແລະ ເຂດເສດຖະກິດພິເສດລ່ອງແທ່ງ-ວຽງຈັນ ສ້າງຄູ່ມືແນະນໍາການລົງທຶນຢູ່ໃນເຂດເສດຖະກິດພິເສດ ປັບປຸງຖານຂໍ້ມູນເວັບໄຊ ໃຫ້ສາມາດຕອບສະໜອງຄວາມສະດວກໃນການເຂົ້າເຖິງແຫຼ່ງຂໍ້ມູນສຶກສາການລົງທຶນໄດ້ງ່າຍຂຶ້ນ ສຳຄັນວຽກງານການເກັບລາຍຮັບ ເປັນວຽກງານໜຶ່ງທີ່ໄດ້ກຳນົດຢູ່ໃນວາລະແຫ່ງຊາດ ເພື່ອແກ້ໄຂຄວາມຫຍຸ້ງຢາກທາງດ້ານເສດຖະກິດການເງິນ ຂອງ ນວ ກໍຄືລັດຖະບານ ໄລຍະຜ່ານມາ ເຫັນວ່າການຈັດເກັບພັນທະຕ່າງໆຢູ່ໃນເຂດເສດຖະກິດຍັງມີຂໍ້ຈຳກັດ ມີຄວາມຫຍຸ້ງຍາກ ແລະ ບໍ່ທັນທົ່ວເຖິງ ທາງຄະນະຄຸ້ມຄອງເຂດເສດຖະກິດພິເສດ ນວ ຈຶ່ງໄດ້ປະສານສົມທົບຮ່ວມກັບສ່ວຍສາອາກອນ ນວ ໃນການສ້າງຈຸດບໍລິການວຽກງານສ່ວຍສາອາກອນ ປະຈຳເຂດເສດຖະກິດພິເສດ ນວ ແລະ ຕິດຕັ້ງລະບົບການແຈ້ງເສຍພາກອນຜ່ານລະບົບ TAXRIS ຂຶ້ນ ເພື່ອຊຸກຍູ້ການເກັບລາຍຮັບບັນດາວິສາຫະກິດດໍາເນີນການໃນເຂດທີ່ເປັນທ່າແຮງບົ່ມຊ້ອນ ແລະ ເປັນຖານລາຍຮັບໃໝ່ຂອງ ນວ ກໍຄືລັດຖະບານ.

ໃນພິທີດັ່ງກ່າວຍັງໄດ້ຮັບຟັງການລາຍງານສະພາບການຄຸ້ມຄອງ ແລະ ການຈັດຕັ້ງປະຕິບັດວຽກງານການເກັບລາຍຮັບດ້ວຍລະບົບ TAXRIS ຢູ່ເຂດເສດຖະກິດພິເສດ ນວ ແລະ ມອບພັນທະດ້ວຍລະບົບ TAXRIS ເພື່ອຫັນເປັນທັນສະໄໝ ແລະ ໂອກາດດັ່ງກ່າວ ໄດ້ໄຂເຝິກອົບຮົມການແຈ້ງເສຍອາກອນຜ່ານລະບົບ TAXRIS ຕື່ມອີກ.

error: Content is protected !!