ເພີ່ມຄວາມເຂົ້າໃຈ ແລະ ການສະໜັບສະໜູນ ສຳລັບການລ້ຽງລູກດ້ວຍນົມແມ່

ກະຊວງສາທາລະນະສຸກ ຮ່ວມກັບສະຫະພາບເອີຣົບ ແລະ ອົງການອຸຍນີເຊັບ ຈັດງານສະເຫຼີມສະຫຼອງສັບປະດາສາກົນຂອງການລ້ຽງລູກດ້ວຍນົມແມ່ ຂຶ້ນວັນທີ 3 ສິງຫາ 2022 ຜ່ານມານີ້ ທີ່ມະຫາວິທະຍາ ໄລວິທະຍາສາດສຸຂະພາບ ໂດຍເປັນປະທານຂອງທ່ານ ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ມີທ່ານນາງ ລາວັນ ສຸດທິສານ ຮອງປະທານສູນກາງສະຫະພັນແມ່ຍິງລາວ ທ່ານນາງ ບາຍບາ ຊາຣີນາ ວ່າການແທນອຸປະທູດຂອງຄະນະຜູ້ແທນສະຫະພາບເອີຣົບ ປະຈໍາ ສປປ ລາວ ເເລະ ທ່ານນາງ ດຣ. ເພຍ ເຣເບນໂລ ບຣິໂຕ ຜູ້ຕາງໜ້າອົງການອຸຍນິເຊັບ ປະຈໍາ ສປປ ລາວ ພ້ອມດ້ວຍຜູ້ຕາງໜ້າຈາກບັນດາອົງການຈັດຕັ້ງສັງຄົມ ແລະ ຄູ່ຮ່ວມພັດທະນາອື່ນໆ ເຂົ້າຮ່ວມ.

ການສະເຫຼີມສະຫຼອງສັບປະດາສາກົນຂອງການລ້ຽງລູກດ້ວຍນົມແມ່ນັ້ນ ແມ່ນຈັດຂຶ້ນໃນອາທິດທໍາອິດຂອງທຸກໆເດືອນສິງຫາ ໂດຍຫົວຂໍ້ຂອງການສະເຫຼີມສະຫຼອງປີນີ້ແມ່ນ “ເພີ່ມຄວາມເຂົ້າໃຈ ແລະ ການສະໜັບສະໜູນສຳລັບການລ້ຽງລູກດ້ວຍນົມແມ່” ເຊີ່ງມີຈຸດປະສົງເພື່ອຊີ້ໃຫ້ເຫັນເຖີງຄວາມສໍາຄັນຂອງການຮ່ວມມືລະຫວ່າງພາກສ່ວນທີ່ກ່ຽວຂ້ອງທຸກຄົນໃນທົ່ວສັງຄົມ ເພື່ອປົກປ້ອງ ສົ່ງເສີມ ແລະ ສະໜັບສະໜູນການລ້ຽງລູກດ້ວຍນົມແມ່ ໃນ ສປປ ລາວ ສັບປະດາດັ່ງກ່າວ ຍັງມີຈຸດປະສົງເພື່ອສະໜັບສະໜູນການສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃນສະຖານທີ່ເຮັດວຽກ ເເລະ ນະໂຍບາຍທີ່ສົ່ງເສີມການລ້ຽງລູກດ້ວຍນົມແມ່.

ທ່ານດຣ. ບຸນແຝງ ພູມມະໄລສິດ ກ່າວວ່າ: “ນໍ້ານົມແມ່ສາມາດໃຫ້ໂພຊະນາການ ແລະ ພູມຄຸ້ມກັນຢ່າງສົມບູນແບບໃຫ້ເເກ່ເດັກ ເເລະ ສາມາດຊ່ວຍປ້ອງກັນການຕິດເຊື້ອຕ່າງໆ ພ້ອມຍັງສົ່ງເສີມຄວາມຜູກພັນລະຫວ່າງແມ່ ແລະ ເດັກ ຄຸນປະໂຫຍດຂອງນ້ຳນົມແມ່ນັ້ນ ເເມ່ນໄດ້ຮັບການຄົ້ນຄວ້າຢ່າງດີ ແລະ ຫຼັກຖານຕ່າງໆນຍັງສະແດງໃຫ້ເຫັນວ່າເດັກນ້ອຍທີ່ກິນນົມແມ່ມີໂອກາດຢ່າງນ້ອຍ 6 ເທົ່າໃນການຢູ່ລອດໃນໄລຍະຕົ້ນເດືອນ ເມື່ອທຽບໃສ່ເດັກນ້ອຍທີ່ບໍ່ໄດ້ກິນນົມແມ່.” ມາດຕະການຫຼຸດຜ່ອນການລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບຕໍ່ການໃຫ້ບໍລິການດ້ານໂພຊະນາການສຳລັບເດັກໃນ ສປປ ລາວ ເເລະ ຜົນສຳເລັດຕ່າງໆທີ່ ສປປ ລາວ ໄດ້ບັນລຸສຳລັບໂພຊະນາການຂອງເດັກໃນໄລຍະທີ່ຜ່ານມາ ການປິດປະເທດ ແລະ ມາດຕະການຮັກສາໄລຍະຫ່າງນັ້ນ ກໍຍັງໄດ້ເຮັດໃຫ້ພໍ່ແມ່ ແລະ ຜູ້ປົກຄອງບໍ່ສາມາດເຂົ້າເຖີງໂອກາດໃນການຮັບຄໍາປຶກສາການລ້ຽງລູກດ້ວຍນົມແມ່ ຈາກຜູ້ຊ່ຽວຊານ ນອກຈາກນັ້ນ ການໄດ້ຮັບຂໍ້ມູນຂ່າວສານທີ່ບໍ່ຖືກຕ້ອງກ່ຽວກັບໂຄວິດ-19 ແລະ ການຕະຫຼາດສຳລັບສິ່ງທົດແທນນໍ້ານົມແມ່ໂດຍຜູ້ຜະລິດສິນຄ້າດັ່ງກ່າວ ກໍໄດ້ສົ່ງຜົນກະທົບໃນດ້ານລົບຕໍ່ການຕັດສິນໃຈຂອງພໍ່ແມ່ໃນການໃຫ້ອາຫານລູກຂອງຕົນ ເເລະ ສຸຂະພາບຂອງເດັກນ້ອຍ.

error: Content is protected !!