ສະຫຼອງວັນຊາດ ສິງກະໂປ ຄົບຮອບ 57 ປີ

ສະຖານເອກອັກຄະລັດຖະທູດ ສິງກະໂປ ປະຈໍາລາວ ຈັດງານລ້ຽງເພື່ອສະເຫຼີມສະຫຼອງວັນຊາດ ຄົບຮອບ 57 ປີ ໃນວັນທີ 2 ສິງຫາ ປີ 2022 ທີ່ນະຄອນຫຼວງວຽງຈັນ ໂດຍມີທ່ານນາງ ບຸນຄຳ ວໍລະຈິດ ລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ທ່ານ ໂພໂຊ ໄຂຄຳພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ມີບັນດາທູຕານຸທູດ ແລະ ຕາງໜ້າອົງການຈັດຕັ້ງສາກົນ ປະຈຳລາວ ເຂົ້າຮ່ວມ.

ໃນພິທີ ທ່ານນາງ ລຽວ ຊິວ ລິນ (Leow Siu Lin) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ສິງກະໂປ ປະຈຳລາວ ກ່າວວ່າ: ຂ້າພະເຈົ້າດີໃຈທີ່ສາຍພົວພັນອັນຍາວນານ ແລະ ມິດຕະພາບທີ່ດີຂອງສອງປະເທດ ສິງກະໂປ ແລະ ລາວ ຍັງສືບຕໍ່ໄດ້ຮັບການຈັດຕັ້ງຜັນຂະຫຍາຍ ໃນຫຼາຍຂົງເຂດວຽກງານ ໂດຍສະເພາະແມ່ນການພັດທະນາກຊັບພະຍາກອນມະນຸດ ໃນໄລຍະການລະບາດຂອງພະຍາດໂຄວິດ-19 ການຊ່ວຍເຫຼືອທາງດ້ານວິຊາການຍັງສືບຕໍ່ປະຕິບັດຜ່ານລະບົບອອນລາຍ ເຊິ່ງໃນລະຫວ່າງປີ 2020 ຫາ 2021 ສາມາດຝຶກອົບຮົມພະນັກງານລັດຖະກອນຂອງລາວໄດ້ທັງໝົດ 800 ທ່ານ.

ທ່ານທູດສິງກະໂປ ຍັງໄດ້ກ່າວຕື່ມວ່າ: ຂ້າພະເຈົ້າຂໍຊົມເຊີຍລັດຖະບານລາວທີ່ສາມາດຮັບມືຢ່າງແຂງແຮງ ບໍລິຫານໄດ້ດີ ແລະ ຕອບໂຕ້ໄດ້ຢ່າງທັນເວລາຕໍ່ກັບສະພາບການລະບາດຂອງພະຍາດໂຄວິດ-19 ໂດຍສະເພາະ ສາມາດປຸກລະດົມ ປະຊາຊົນສັກວັກຊິນປ້ອງກັນໂຄວິດ ເຊິ່ງສາມາດບັນລຸເຖິງ 97% ຂອງປະຊາກອນໃນແຂວງໃຫຍ່ທີ່ມີປະຊາກອນເປັນຈຳນວນຫຼາຍ ໄດ້ຮັບການສັກຄົບໂດສ.

error: Content is protected !!