ທ່ານປະທານປະເທດ ຢ້ຽມຢາມການຜະລິດເປັນສິນຄ້າຂອງປະຊາຊົນຊາວເມືອງປາກລາຍ.

ເພື່ອເປັນການຊຸກຍູ້ສົ່ງເສີມການຜະລິດຂອງປະຊາຊົນຊາວເມືອງປາກລາຍ ແຂວງໄຊຍະບູລີ ໃຫ້ມີຄວາມໝັກແໝ້ນເພື່ອກາຍເປັນສິນຄ້າສົ່ງອອກ ໃນວັນທີ 3 ສິງຫາ 2022 ທ່ານ ທອງລຸນ ສີສຸລິດ ປະທານປະເທດ ພ້ອມຄະນະ ໄດ້ລົງຢ້ຽມຢາມການຜະລິດເປັນສິນຄ້າຂອງປະຊາຊົນບ້ານໃຫຍ່ພັດທະນາ ບວມເລົາ-ຜາແກ້ວ ເມືອງປາກລາຍ ແຂວງໄຊຍະບູລີ ເປັນຕົ້ນ ຢຽ້ມຢາມເບິ່ງສວນປູກມັນຕົ້ນ ສວນສາລີ ການລ້ຽງງົວແບບເປັນກຸ່ມ ເປັນຟາມ ຕິດພັນກັບການປູກຫຍ້າຂອງປະຊາຊົນບ້ານດັ່ງກ່າວ ເຂົ້າຢ້ຽມໂຮງງານຜະລິດແປ້ງມັນຕົ້ນຂອງບໍລິສັດ ພັດທະນາກ້າວໜ້າລາວ ຈໍາກັດ ແລະ ໂຮງງານຜະລິດປຸ໋ຍຊີວະພາບຂອງບໍລິສັດ ຈີນຊຸຍ ທີ່ຕັ້ງຢູ່ບ້ານນໍ້າຊົ້ງ ເມືອງປາກລາຍ ໂດຍການຕ້ອນຮັບ ແລະ ນໍາພາລົງສູ່ພື້ນຖານການຜະລິດໂດຍທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ທ່ານ ກອງສີ ວົງສີ ເຈົ້າເມືອງປາກລາຍ ມີບັນດາການນໍາຂອງແຂວງ ການນໍາຂອງເມືອງປາກລາຍ ປະຊາຊົນຜູ້ປູກພືດເປັນສິນຄ້າເຂດບ້ານໃຫຍ່ພັດທະນາ ບວມເລົາ-ຜາແກ້ວ ແລະ ບໍລິສັດໃຫ້ການຕ້ອນຮັບ.

ທ່ານ ກອງສີ ວົງສີ ກ່າວວ່າ: ການຜະລິດສະບຽງອາຫານປະເພດເຂົ້າ ຊີ້ນ ປາ ໄຂ່ ສາມາດພຽງພໍຕໍ່ຄວາມຕ້ອງການພາຍໃນ ການເກັບລາຍຮັບເຂົ້າງົບປະມານໄດ້ 4 ຕື້ກວ່າກີບ ເທົ່າກັບ 57,46% ຂອງແຜນການປີ ລາຍຈ່າຍປະຕິບັດໄດ້ 2 ຕື້ກວ່າກີບ ເທົ່າກັບ 90,84% ຂອງແຜນປີ.

ການປູກພືດລະດູຝົນມີເນື້ອທີ່ແຜນການທັງໝົດ 41.600 ເຮັກຕາ ໃນນີ້ ເຂົ້ານາປີແຜນການ 6.900 ເຮັກຕາ ມາຮອດປັດຈຸບັນ ການປັກດໍານາປີສໍາເລັດແລ້ວ 95% ເຂົ້າໄຮ່ສໍາເລັດ 100% ການປູກພືດເປັນສິນຄ້າ 34.700 ເຮັກຕາ ປູກຫຼາຍແມ່ນມັນຕົ້ນ ເນື້ອທີ່ 28.500 ເຮັກຕາ ສາລີແຂງ 4.000 ເຮັກຕາ ໝາກເດືອຍ 1.000 ເຮັກຕາ ງາຂາວ 40 ເຮັກຕາ ກ້ວຍຫອມ 170 ເຮັກຕາ ແລະ ພືດສະບຽງອາຫານ 286,25 ເຮັກຕາ.

ການລ້ຽງສັດໃຫຍ່ຂອງປະຊາຊົນສ່ວນຫຼາຍແມ່ນຫັນໄປສູ່ການລ້ຽງສັດແບບເປັນຄັງ ປະສົມກັບການປູກຫຍ້າ-ພືດອາຫານສັດ ທົ່ວເມືອງມີສັດລ້ຽງທັງໝົດ 585.728 ໂຕ ໃນນັ້ນ ມີຊ້າງ 26 ໂຕ ງົວ 27.850 ໂຕ ຄວາຍ 15.600 ໂຕ ໝູ 27.100 ໂຕ ແບ້ 735 ໂຕ ແກະ 40 ໂຕ ແລະ ສັດປີກ 504.000 ໂຕ ພົ້ນເດັ່ນແມ່ນສ້າງໄດ້ຄອບຄົວຕົວແບບການລ້ຽງໝູ 7 ຄອບຄົວ ມີໝູ່ 438 ໂຕ ຜະລິດລູກໝູນ້ອຍ 1 ຄອບຄົວ ຜະລິດລູກໝູໄດ້ 240 ໂຕຕໍ່ປີ ລ້ຽງໄກ່ພັນໄຂ່ 2 ຄອບຄົວ ຜະລິດໄຂ່ໄດ້ 1.396.125 ໜ່ວຍຕໍ່ປີ ປະສົມພັນປາ 3 ຄອບຄົວ ຜະລິດລູກປາໄດ້ 500.000 ໂຕຕໍ່ປີ ລ້ຽງປາກະຊັງ 1 ຄອບຄົວ ມີປາ 200.000 ໂຕ ລ້ຽງສັດໃຫຍ່ປະເພດງົວ-ຄວາຍເປັນສິນຄ້າ 8 ຄອບຄົວ ມີ 2.500 ໂຕ ຄອບຄົວລ້ຽງງົວທອມ 4 ຄອບຄົວ ມີງົວ 150 ໂຕ ຄອບຄົວຕົວແບບປູກຫຍ້າອາຫານສັດ 9 ຄອບຄົວ ເນື້ອທີ່ 387 ເຮັກຕາ.

error: Content is protected !!