ບໍລິສັດທາງລົດໄຟລາວ-ຈີນຈະເລັ່ງປັບປຸງ ແກ້ໄຂໃຫ້ການຊື້-ຂາຍປີ້ຜ່ານຫຼາຍຊ່ອງທາງ

ໃນໄລຍະຜ່ານມາໄດ້ມີຫາງສຽງຂອງສັງຄົມຕໍ່ກັບສະພາບການຄວາມບໍ່ເປັນລະບຽບຮຽບຮ້ອຍໃນການເດີນທາງຜ່ານທາງລົດໄຟ ລາວ-ຈີນ ເປັນຕົ້ນຜູ້ໃຊ້ບໍລິການລຽນແຖວຊື້ປີ້ລົດໄຟເປັນຈຳນວນຫຼາຍຢູ່ສະຖານີລົດໄຟນະຄອນຫຼວງວງວຽງຈັນ ບໍ່ມີຫ້ອງນ້ຳຢູ່ນອກອາຄານສະຖານີ ມີກຸ່ມຄົນ ບຸກຄົນສວຍໂອກາດຊື້-ຂາຍປີ້ ເກັງກຳໄລທີ່ບໍ່ຖືກຕ້ອງ ແລະ ບັນຫາອື່ນໆ ໃນສື່ສັງຄົມອອນລາຍເຊິ່ງອາດຈະສ້າງຄວາມເສຍຫາຍຕໍ່ພາບພົດ ແລະ ການທ່ອງທ່ຽວຂອງ ສປປ ລາວ ຕໍ່ກັບບັນຫາດັ່ງກ່າວ ບໍລິສັດທາງລົດໄຟ ລາວ-ຈີນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງໄດ້ຊີ້ແຈ້ງ ແລະ ຍອມຮັບຜິດທຸກບັນຫາທີ່ມີມູນຄວາມຈິງ ແລະ ພ້ອມທີ່ຈະປັບປຸງແກ້ໄຂບັນຫາດັ່ງກ່າວໂດຍໄວ ເພື່ອເຮັດໃຫ້ການບໍລິການຕ່າງໆໂດຍສະເພາະການບໍລິການ ຊື້-ຂາຍ ປີ້ລົດໄຟ ເປັນລະບົບ ມີຄວາມສະດວກສະບາຍ ວ່ອງໄວຂຶ້ນກວ່າເກົ່າ.

ອີງຕາມຂໍ້ມູນຈາກ ຂປລ ທ່ານ ດາວຈິນດາ ສີຫາລາດ ຮອງຜູ້ອຳນວຍການໃຫຍ່ບໍລິສັດທາງລົດໄຟ ລາວ-ຈີນໄດ້ຊີ້ແຈງກ່ຽວກັບບັນຫາດັ່ງກ່າວ ວັນທີ 3 ສິງຫາ 2022 ວ່າ: ຕໍ່ກັບບັນຫາທີ່ເກີດຂຶ້ນດັ່ງກ່າວ ບໍລິສັດທາງລົດໄຟລາວ-ຈີນ ຍອມຮັບຕໍ່ຂໍ້ຜິດພາດ ຂໍ້ຂາດຕົກບົກຜ່ອງທາງດ້ານຄວາມພ້ອມໃນການບໍລິການລົດໄຟ ແລະ ພ້ອມຈະນຳເອົາຂໍ້ຜິດພາດດັ່ງກ່າວ ໄປປັບປຸງ ແກ້ໄຂໃຫ້ດີຂຶ້ນເທື່ອລະກ້າວ ຕໍ່ບາງບັນຫາທີ່ກ່ຽວພັນກັບວຽກງານການບໍລິການທາງບໍລິສັດຍິນດີຮັບເອົາຄໍາຕໍານິຕິຊົມທີ່ມີລັກຊະນະສ້າງສັນທຸກດ້ານໂດຍອີງໃສ່ສະພາບຄວາມເປັນຈິງ ແລະ ຄວາມອາດສາມາດຕົວຈິງ ເພື່ອນຳໄປປັບປຸງແກ້ໄຂ ໂດຍສະເພາະການບໍລິການຊື້-ຂາຍປີ້ລົດໄຟ ປັດຈຸບັນບໍລິສັດກຳລັງດໍາເນີນການສ້າງລະບົບຂາຍປີ້ຜ່ານທາງອອນລາຍຜ່ານແອບເທິງມືຖືເຊິ່ງບໍລິສັດທາງລົດໄຟລາວ-ຈີນ ໄດ້ມີການຄົ້ນຄວ້າ ຊຸກຍູ້ພາກສ່ວນທີ່ຮັບຜິດຊອບໃຫ້ດຳເນີນການໃຫ້ສຳເລັດໂດຍໄວ ປັດຈຸບັນການດໍາເນີນການໄດ້ສຳເລັດໂດຍພື້ນຖານໃນລະບົບ software ຂັ້ນຕອນຕໍ່ໄປກໍຈະໄດ້ດໍາເນີນການປັບປຸງໃຫ້ສົມບູນແບບ ແລະ ດຳເນີນການຈັດຊື້ອຸປະກອນເພື່ອມາຕິດຕັ້ງ ຄາດວ່າຈະໃຫ້ສຳເລັດ ແລະ ສາມາດນຳໃຊ້ໄດ້ໃນທ້າຍປີ 2022 ນີ້. ສຳລັບຫາງສຽງຂອງສັງຄົມກ່ຽວກັບຫ້ອງນໍ້າສາທາລະນະເພື່ອອຳນວຍຄວາມສະດວກໃຫ້ຜູ້ທີ່ມາລຽນແຖວຊື້ປີ້ ຫຼື ມາເຮັດວຽກຕ່າງໆທາງບໍລິສັດກໍໄດ້ມີການແກ້ໄຂແລ້ວ ໂດຍໄດ້ຈັດສັນຊັ້ນສອງຂອງອາຄານສະຖານີມາເປັນຈຸດບໍລິການ ພ້ອມນັ້ນ ບໍລິສັດທາງລົດໄຟຍັງຈະຂະຫຍາຍຊ່ອງຊື້ປີ້ລົດໄຟຕື່ມອີກ ເພື່ອເຮັດໃຫ້ການຊື້-ຂາຍປີ້ລົດໄຟວ່ອງໄວຂຶ້ນກວ່າເກົ່າ.

ນອກຈາກນີ້ກໍໄດ້ກຳນົດແຜນການໃນຕໍ່ໜ້າ ເຊິ່ງບໍລິສັດຈະສົມທົບກັບກົມທາງລົດໄຟ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ກົມຄຸ້ມຄອງການທ່ອງທ່ຽວ ກະຊວງຖະແຫລ່ງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ຮ່ວມກັນຄົ້ນຄວ້າແກ້ໄຂປີ້ລົດໄຟ ແກ່ບັນດານັກທ່ອງທ່ຽວໃຫ້ມີຄວາມສະດວກສະບາຍ ເພີ່ມເວລາການເປີດບໍລິການອາຄານສະຖານີສຳລັບຜູ້ໂດຍສານທີ່ຕ້ອງການເດີນທາງ ໄລຍະຜ່ານມາມີຜູ້ໂດຍສານຈຳນວນໜຶ່ງ ເດີນທາງມາຮອດສະຖານີກ່ອນເວລາລົດອອກເປັນເວລາດົນແຕ່ທາງອາຄານສະຖານີຍັງບໍ່ທັນເປີດບໍລິ ການເຮັດໃຫ້ຕ້ອງໄດ້ລໍຖ້ານອກເປັນເວລາດົນ.

error: Content is protected !!