ສ້າງຂະບວນການອອກແຮງງານຕ້ານພະຍາດໄຂ້ຍຸງລາຍ

    ວັນທີ 5 ສິງຫາ 2022 ອົງການປົກຄອງບ້ານອາກາດ ເມືອງສີໂຄດຕະບອງ ຮ່ວມກັບກອງພັນໃຫ່ຍ 703 ແລະ ກອງບັນຊາການທະຫານອາກາດ ສ້າງຂະບວນການອອກແຮງງານລວມເພື່ອຕ້ານພະຍາດໄຂ້ຍຸງລາຍ ແລະ ເຮັດໃຫ້ບ້ານມີຄວາມສະອາດຈົບງາມ ທັງເປັນການປະຕິບັດນະໂຍບາຍ 6 ສ ໂດຍສະເພາະ ສ ສະອາດ ຂອງນະຄອນຫຼວງວຽງຈັນວາງອອກໃຫ້ປາກົດຜົນເປັນຈິງ.

    ທ່ານນາງ ຄໍາໄພ ສີແພງຄູນ ນາຍບ້ານອາກາດໃຫ້ສໍາພາດວ່າ: ການອອກແຮງງານໃນຄັ້ງນີ້ ໄດ້ອອກຢູ່ຄຸ້ມ 1 ຂອງບ້ານ ໂດຍໜ້າວຽກທີ່ເຮັດ ແມ່ນໄດ້ພ້ອມກັນຕັດຫຍ້າຖາງຫຍ້າບ່ອນທີ່ຮົກເຮື້ອຕາມສອງຟາກທາງ ແລະ ຂອບເຂດອ້ອມຂ້າງເຮືອນຂອງປະຊາຊົນທີ່ເປັນບ່ອນລີ້ຊ້ອນຂອງຍຸງ ໄດ້ອະນາໄມເກັບຂີ້ເຫຍື້ອ ກະໂປະ ກະປ໋ອງ ບ່ອນທີ່ມີນໍ້າຂັງ ເຊິ່ງເປັນແຫຼ່ງເພາະພັນຂອງຍຸງລາຍ ແລະ ເປັນພາຫະນະນຳເຊື້ອຂອງພະຍາດໄຂ້ຍຸງລາຍມາສູ່ຄົນເຮົາ ເຊິ່ງປັດຈຸບັນ ພະຍາດດັ່ງກ່າວແມ່ນກຳລັງລະບາດເປັນວົງກວ້າງຢູ່ໃນຂອບເຂດທົ່ວປະເທດ ເພື່ອປ້ອງກັນແຕ່ຫົວທີ ບໍ່ໃຫ້ພະຍາດໄຂ້ຍຸງລາຍລະບາດພາຍໃນບ້ານອາກາດ ບ້ານໄດ້ສ້າງໂຄງການບ້ານສະອາດຂອງບ້ານ ເພື່ອແກ້ໄຂຄວາມສະອາດຂອງໂຄງຮ່າງພື້ນຖານບ້ານຈັດສັນແຕ່ລະໜ່ວຍໃຫ້ມີຄວາມເປັນລະບຽບຮຽບຮ້ອຍສະອາດງາມຕາ ທັງເປັນການປະຕິບັດຄໍາຂັວນ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ 7 ຂອງອົງຄະນະພັກເມືອງສີໂຄດຕະບອງວາງອອກໃຫ້ປາກົດຜົນເປັນຈິງ.

    ທ່ານນາງ ຄໍາໄພ ສີແພງຄູນ ກ່າວຕື່ມອີກວ່າ: ພາຍຫຼັງສໍາເລັດການອອກແຮງງານຄັ້ງນີ້ ທາງອົງການປົກຄອງບ້ານອາກາດ ຍັງຈະໄດ້ສືບຕໍ່ສ້າງຂະບວນການອອກແຮງງານໄປໃນແຕ່ລະຄຸ້ມຢູ່ພາຍໃນບ້ານໃຫ້ສໍາເລັດ ທັງນີ້ ກໍເພື່ອເປັນການຕ້ານ ສະກັດກັ້ນ ແລະ ປ້ອງກັນການແຜ່ລະບາດຂອງພະຍາດໄຂ້ຍຸງລາຍບໍ່ໃຫ້ແຜ່ລະບາດອອກເປັນວົງກວ້າງ ທັງເຮັດໃຫ້ປະຊາຊົນຢູ່ພາຍໃນບ້ານບໍ່ໃຫ້ມີຄວາມສ່ຽງຕໍ່ການຕິດເຊື້ອພະຍາດດັ່ງກ່າວສູງ ນອກນີ້ ຍັງເປັນການເຮັດໃຫ້ປະຊາຊົນເຫັນໄດ້ເຖິງຫຼັກການອະນາໄມທີ່ຖືກຕ້ອງ ກໍຄື ຫຼັກການ 5 ປໍ ຂອງກະຊວງສາທາລະນະສຸກວາງອອກ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!